ບໍລິສັດ ໂຕໂຢຕ້າລາວ ຈໍາກັດ ຈັດງານສະແດງດົນຕີການກຸສົນ ໂຕໂຢຕ້າ ຄລາສສິກ ຄັ້ງທີ 30 ໃນຕອນແລງວັນທີ 18 ຕຸລາ 2019, ໂດຍມີ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ, ມີບັນດາການນໍາພັກ-ລັດ, ຕາງໜ້າຈາກສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ, ບັນດາແຂກຮັບເຊີນ ແລະ ຜູ້ຊົມ ເຂົ້າຮ່ວມ.

ທ່ານ Masaaki Kawabata ອໍານວຍການ ບໍລິສັດ ໂຕໂຢຕ້າລາວ ຈໍາກັດ ກ່າວວ່າ:

ລາຍໄດ້ທັງໝົດຈາກການຂາຍບັດ ໃນການຈັດງານໃນຄັ້ງນີ້ ແລະ ທຶນສະໜັບສະໜູນສົມທົບຂອງ ບໍລິສັດ ໂຕໂຢຕ້າລາວ ຈໍາກັດ ລວມທັງໝົດຈໍານວນ 200 ລ້ານກີບ ມອບໃຫ້ ອົງກອນການກຸສົນຂອງພາກລັດ ເພື່ອນໍາໃຊ້ຟື້ນຟູຜູ້ປະສົບໄພນໍ້າຖ້ວມພາກໃຕ້ຂອງ ສປປ ລາວ. ຈາກນັ້ນ, ທ່ານອຳນວຍການ ບໍລິສັດ ໂຕໂຢຕ້າລາວ ຈຳກັດ ໄດ້ກ່າວມອບເງິນຈໍານວນດັ່ງກ່າວໃຫ້ ທ່ານ ສົມດີ ດວງດີ ຕາງໜ້າລັດຖະບານ ກ່າວຮັບ.

ງານສະແດງດົນຕີການກຸສົນ ໂຕໂຢຕ້າ ຄລາສສິກ ຄັ້ງທີ 30

ການສະແດງໃນຄັ້ງນີ້ ແມ່ນບັນເລງໂດຍວົງລອນດອນ ແຊມເບີ ອໍເຄສຕຣ້າ ທີ່ເກົ່າແກ່ທີ່ສຸດຈາກປະເທດອັງກິດ ທີ່ໄດ້ກໍ່ຕັ້ງຂຶ້ນໃນປີ 1921 ແລະ ເປັນວົງທີ່ມີຄວາມສໍາຄັນໃນວົງການດົນຕີຄລາສສິກ ຢ່າງຫຼວງຫຼາຍ, ອໍານວຍເພງໂດຍ ທ່ານ ຄຣິສໂຕເຟີ ວໍເຣັນກຣີນ.

ໂດຍໂຄງການໂຕໂຢຕ້າ ຄລາສສິກ ເລີ່ມກໍ່ຕັ້ງເມື່ອປີ 1990 ແລະ ປີນີ້ເປັນປີທີ 30 ເພື່ອສົມທົບທຶນ ແລະ ນໍາລາຍໄດ້ທັງໝົດ ໂດຍບໍ່ຫັກຄ່າໃຊ້ຈ່າຍມອບໃຫ້ ອົງກອນເພື່ອການກຸສົນຕ່າງໆ ນໍາໄປຊ່ວຍເຫຼືອສັງຄົມພາຍໃນປະເທດທີ່ຈັດສະແດງ ເຊິ່ງມີ 6 ປະເທດ ຄື: ປະເທດລາວ, ໄທ, ບຣູໄນ, ມາເລເຊຍ, ກໍາປູເຈຍ ແລະ ຫວຽດນາມ ໂດຍຜ່ານການບັນເລງດົນຕີຄລາສສິກ ທີ່ເປັນສິລະປະທາງດົນຕີຊັ້ນສູງ ບັນເລງໂດຍວົງດົນຕີຄລາສສິກລະດັບ ໂລກ.