ຫ້ອງການຄຸ້ມຄອງ ແລະ ບໍລິການ ຕົວເມືອງວຽງຈັນ (ຄບຕ) ໄດ້ເອົາໃຈໃສ່ ໃນການປະຕິບັດຕາມມະຕິຕົກລົງຂອງອົງການປົກຄອງນະຄອນຫຼວງວຽງຈັນ ກ່ຽວກັບແຜນວຽກ ແລະ ມາດຕະການຈັດຕັ້ງປະຕິບັດໂຄງການວຽງຈັນສະອາດ ໄລຍະສະເພາະໜ້າ ແລະ ຮອດປີ 2020 ເປັນບ່ອນອິງໃນການຈັດຕັ້ງປະຕິບັດ ໂດຍເຂັ້ມງວດຕໍ່ຜູ້ລະເມີດຖິ້ມຂີ້ເຫຍື້ອຊະຊາຍໃນນະຄອນຫຼວງວຽງຈັນ ເພື່ອແກ້ໄຂບັນຫາການລັກຖິ້ມຂີ້ເຫຍື້ອຊະຊາຍຢູ່ຕາມບ້ານ ຫຼື ຕາມແຄມທາງໃຫ້ ໝົດໄປ ແລະ ສາມາດຮັບປະກັນໃຫ້ຕົວ ເມືຶອງມີຄວາມສະອາດປັດສະຈາກການ ຖິ້ມຂີ້ເຫຍື້ອຊະຊາຍ.

ທ່ານ ບຸນຈັນ ແກ້ວສີທຳມະ
ທ່ານ ບຸນຈັນ ແກ້ວສີທຳມະ

ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າ ຄບຕ ກ່າວວ່າ:

ພາຍຫຼັງມີມະຕິຕົກລົງຂອງອົງການປົກຄອງນະຄອນຫຼວງວຽງຈັນ ກ່ຽວກັບແຜນວຽກ ແລະ ມາດຕະການຈັດຕັ້ງປະຕິບັດໂຄງການວຽງຈັນສະອາດ ໄລຍະສະເພາະໜ້າ ແລະ ຮອດປີ 2020 ອອກມາ ເຊິ່ງບັນດາໜ້າວຽກຫຼາຍຢ່າງໄດ້ກ່ຽວພັນກັບ ຄບຕ ໂດຍ ສະເພາະແມ່ນວຽກງານຮັກສາຄວາມສະອາດຕົວເມືອງ; ດັ່ງນັ້ນ, ຈຶ່ງໄດ້ແຕ່ງຕັ້ງ ໃຫ້ພະນັກງານລົງກວດກາບັນຫາການ ລັກຖິ້ມຂີ້ເຫຍື້ອຊະຊາຍຢູ່ຕາມບ້ານ ແລະ ຢູ່ຕາມແຄມທາງ ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາເຫັນວ່າມີຫຼາຍບໍລິສັດ ແລະ ຫຼາຍຄົວເຮືອນຢູ່ໃນ 4 ຕົວ ເມືອງ ໃນຍັງນໍາເອົາຂີ້ເຫຍື້ອມາຖິ້ມຊະຊາຍຢູ່ຕາມແຄມທາງເຮັດໃຫ້ແຄມທາງຕ່າງໆເປື້ອນເປີະ; ບາງຈຸດທີ່ພະນັກງານກວດພົບ ຫ້ອງການ ຄບຕ ກໍໄດ້ໃຊ້ມາດຕະການເຂັ້ມງວດດ້ວຍການປັບໃໝຕໍ່ຜູ້ລະເມີດ ຕາມມະຕິຕົກລົງກໍານົດໄວ້ ວ່າ: ຜູ້ໃດຖິ້ມຂີ້ເຫຍື້ອບໍ່ຖືກບ່ອນຕ້ອງຈ່າຍ ເທົ່າກັບມູນຄ່າຂີ້ເຫຍື້ອ 100 ເທົ່າ (400 ກີບ X 1 ກິໂລ X 100 ເທື່ອ).

ນອກນີ້, ໃນວັນທີ 4 ຕຸລາ 2019 ໄດ້ ແຈ້ງຂ່າວຈາກຜົນລະເມືອງດີຂອງສັງຄົມມາຫາ ຫ້ອງການ ຄບຕ; ດັ່ງນັ້ນ ຈຶ່ງໄດ້ແຕ່ງຕັ້ງພະນັກງານລົງໄປສົມທົບກັບອຳນາດການປົກຄອງບ້ານນາແຄ ເມືອງ ໄຊທານີ ເພື່ອຊອກຈຸດລັກຖິ້ມຂີ້ເຫຍື້ອ ແລະ ໂທຫາເບີໂທລະສັບທີ່ຕິດຢູ່ລົດທີ່ເອົາຂີ້ເຫຍື້ອໄປຖິ້ມ ຈຶ່ງໄດ້ຮູ້ວ່າແມ່ນຂີ້ເຫຍື້ອຂອງບໍລິສັດເພັດຈະເລີນການຄ້າ ຂາອອກ-ຂາເຂົ້າ ຈໍາກັດ ແລະ ໄດ້ສອບຖາມ ນາງ ວ່າງ ເປັນພັນລະຍາຂອງ ທ່ານ ປະ ທານບໍລິສັດດັ່ງກ່າວ ແມ່ນຂີ້ເຫຍື້ອຂອງ ບໍລິສັດເພິ່ນແທ້ ຂົນໄປຖິ້ມດ້ວຍລົດ ຂົນສົ່ງເຄື່ອງຂອງບໍລິສັດໝາຍເລກທະ ບຽນ ບຂ 0918 ກໍາແພງນະຄອນ; ຫຼັງຈາກນັ້ນ, ກໍໄດ້ພາກັນລົງໄປເບິ່ງຂີ້ເຫຍື້ອຢູ່ຈຸດເອົາໄປຖິ້ມນັ້ນເຫັນວ່າມີຂີ້ເຫື້ອເປັນຈໍານວນຫຼວງຫຼາຍ ແລະ ສ່ວນຫຼາຍແມ່ນເປັນຂີ້ເຫຍື້ອຈາກຄົວເຮືອນ ມີປະມານ 1.800 ກິໂລ ຖິ້ມຢູ່ຕາມແຄມໜອງນ້ໍາຂອງດິນເພິ່ນເອງ.

ຂີ້ເຫຍື້ອທີ່ເອົາມາຖິ້ມແມ່ນຂີ້ເຫຍືອຢູ່ຫ້ອງເຊົ່າຢູ່ ບ້ານນາແຄ
ຂີ້ເຫຍື້ອທີ່ເອົາມາຖິ້ມແມ່ນຂີ້ເຫຍືອຢູ່ຫ້ອງເຊົ່າຢູ່ ບ້ານນາແຄ

ຜ່ານການສອບຖາມພະນັກງານຂອງບໍລິສັດດັ່ງກ່າວ ເວົ້າວ່າ:

ຂີ້ເຫຍື້ອທີ່ເອົາມາຖິ້ມແມ່ນຂີ້ເຫຍືອຢູ່ຫ້ອງເຊົ່າຢູ່ ບ້ານນາແຄ ເຊິ່ງແຕ່ກ່ອນມີຜູ້ມາຂົນເອົາຂີ້ ເຫື້ອໄປຖິ້ມໃຫ້ເພີ່ນ ຈົນຕົກມາຮອດ ທ້າຍປີ 2017 ທາງບໍລິສັດໄດ້ຂົນເອົາມາຖິ້ມຢູ່ບ່ອນນີ້ ເປັນເວລາປີກ່ວາແລ້ວ ເຮັດໃຫ້ຂີ້ເຫຍື້ອທີ່ນຳມາຖິ້ມສະສົມ ເປັນຈໍານວນຫຼວງຫຼາຍ. ນາງ ວ່າງ ເວົ້າວ່າ: ຄວາມຮູ້ເທົ່າບໍ່ເຖິງການ ຍ້ອນບໍລິສັດບໍ່ມາເອົາຂີ້ເຫຍື້ອໃຫ້ ຈຶ່ງໄດ້ເອົາໄປຖິ້ມໃສ່ແຄມໜອງ (ດິນຕົນເອງ) ສໍາລັບຂີ້ເຫຍື້ອຈະຂໍມ້ຽນ ເອົາເອງໄປຖິ້ມຢູ່ຫຼັກ 32 (ສະໜາມຂີ້ ເຫຍື້ອ). ເຊິ່ງຈໍານວນຂີ້ເຫຍື້ອທີ່ນໍາມາຖິ້ມ ສະສົມໄວ້ມີປະມານ 1,8 ໂຕນ ຖ້າຫາກຄິດໄລ່ຄ່າປັບໄໝຕາມມະຕິຂໍ້ຕົກ ລົງຂອງອົງການປົກຄອງນະຄອນຫຼວງວຽງຈັນ ເລກທີ 03/ອປຄ.ນວ ວ່າດ້ວຍແຜນວຽກ ແລະ ມາດຕະການຈັດຕັ້ງປະ ຕິບັດໂຄງການວຽງຈັນສະອາດ ໄລຍະສະເພາະໜ້າຮອດປີ 2020 ກໍຄືຈໍານວນ ຂີ້ເຫຍື້ອ 1.800 ກິໂລ x 400 ກີບຕໍ່ກິໂລ ອັດຕາປັບໄໝ 100 ເທົ່າ ເປັນເງິນ 72.000.000 ກີບ.

ມາຮອດວັນທີ 18 ຕຸລາ 2019 ຫ້ອງ ຄບຕ ໄດ້ເຊີນເອົາເຈົ້າຂອງບໍລິສັດເຂົ້າມາຫາລື ເພື່ອຫາວິທີແກ້ໄຂຮ່ວມກັນ, ຜ່ານການຫາລືທັງ 2 ຍັງບໍ່ສາມາດໄກ່ ເກ່ຍກັນໄດ້ຍ້ອນວ່າຍັງບໍ່ສາມາດຕົກລົງຮ່ວມກັນໄດ້; ດັ່ງນັ້ນ, ຫ້ອງການ ຄບຕ ຍັງຈະສືບຕໍ່ລົງໄປໄກ່ເກ່ຍຮ່ວມກັບບໍລິສັດອີກ ໂດຍສົມທົບກັບອຳນາດການ ປົກຄອງບ້ານດອນໜູນ ແລະ ປກສ ກຸ່ມ ບ້ານ ຫຼື ປກສ ເມືອງ ພ້ອມທັງເຮັດບົດບັນທຶກນໍາບໍລິສັດຢ່າງຄັກແນ່ ພ້ອມທັງໃຫ້ ເສຍຄ່າປັບໃໝປະມານ 20% ຫລື 10% ຂອງມູນຄ່າ ເພື່ອໃຫ້ມີການຫັນປ່ຽນ ແລະ ເຂັດຫຼາບພ້ອມທັງເປັນແບບຢ່າງໃຫ້ແກ່ສັງຄົມ.

ການສອບຖາມພະນັກງານຂອງບໍລິສັດ
ການສອບຖາມພະນັກງານຂອງບໍລິສັດ

ທ່ານ ບຸນຈັນ ແກ້ວສີທຳມະ ຍັງໄດ້ຮຽກຮ້ອງມາຍັງສັງຄົມ ຈົ່ງເປັນຫູເປັນຕາຊ່ວຍກັນໃນການສະກັດກັ້ນ ແລະ ແກ້ໄຂບັນຫາການລັກຖິ້ມຂີ້ເຫຍື້້ອຊະຊາຍຢູ່ຕາມບ້ານ ແລະ ແຄມທາງ ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດງາມຕາຂອງສັງຄົມ; ຖ້າຫາກທ່ານໄດພົບເຫັນຜູ້ໃດຫາກຖິ້ມຂີ້ເຫຍື້ອຊະຊາຍຮີບຮ້ອນແຈ້ງມາຍັງຫ້ອງ ການ ຄບຕ ໃນໂມງລັດຖະການ 020 56621164 ແລະ 020 55572266 ເພື່ອແຕ່ງຕັ້ງພະນັກງານລົງກວດກາ ແລະ ຫາວິທີທາງແກ້ໄຂ.