ໜ່ວຍພັກຮາກຖານ ກົມພັກ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ IV ໃນວັນທີ 22 ຕຸລາ 2019, ເປັນປະທານໂດຍ ສະຫາຍ ພັທ ປອ ຫຸມພັນ ຜີວເຂັມພອນ ເລຂາໜ່ວຍພັກຮາກຖານ ຫົວໜ້າກົມພັກ, ເຂົ້າຮ່ວມໂດຍ ສະຫາຍ ພົຕ ວັນທອງ ກອງມະນີ ຄະນະປະຈຳພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຕາງໜ້າບັນດາໜ່ວຍພັກອ້ອມຂ້າງ ແລະ ສະມາຊິກພັກ ເຂົ້າຮ່ວມ.

ພັທ ທອງເພັດ ພາອຸດົມ ຮອງເລຂາໜ່ວຍພັກຮາກຖານ ກ່າວວ່າ:

ໃນໄລຍະ 5 ປີຜ່ານມາ, ໜ່ວຍພັກຮາກຖານ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ໃຫ້ມີຄວາມເປັນເອກະພາບ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ຢຶດໝັ້ນອຸດົມການສັງຄົມນິຍົມ, ມີຄວາມອົດທົນເດັດດ່ຽວ, ໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ ສະພາບການທີ່ຜັນແປຕ່າງໆ, ສ້າງໄດ້ແນວຄິດ ແລະ ການກະທໍາທີ່ດີ, ມີຄວາມຍຸຕິທໍາ, ນໍາພາຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ຂໍ້ກໍານົດກົດໝາຍຂອງລັດ.

ນອກນີ້, ຍັງໄດ້ນຳພາວຽກງານວິຊາສະເພາະ ຄະນະໜ່ວຍພັກ ເອົາໃຈໃສ່ຊີ້ນໍາ-ນໍາພາສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດພາຍໃນກົມ ຈັດຕັ້ງປະຕິບັດບັນດາທິດທາງແຜນການ, ທຸງໄຊໃຫ້ແກ່ໜ່ວຍພັກ ທີ່ໄດ້ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 5 ປີຕິດຕໍ່ກັນ ຈໍານວນ 41 ໜ່ວຍພັກ, ມີສະມາຊິກພັກເຂັ້ມແຂງ 90%, ສະມາຊິກພັກແຂງ 8,5%, ກາງ 0,9%, ອ່ອນ 0,3% ແລະ ເສຍທາດ 0,04%.

ມາຮອດປັດຈຸບັນ, ໜ່ວຍພັກຮາກຖານ ກົມພັກ ແມ່ນຮັກສາໄດ້ມູນເຊື້ອໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ເປັນປີທີ 9 ຕິດຕໍ່ກັນ. ພ້ອມດຽວກັນນັ້ນ, ໄດ້ເອົາໃຈໃສ່ວຽກງານຂະຫຍາຍພັກ ໃນການກວດກາເອກະສານຮັບ ມະຫາຊົນຜູ້ກ້າວໜ້າ ເຂົ້າເປັນ ສະມາຊິກພັກສໍາຮອງ ໄດ້ 1.975 ສະຫາຍ ຍິງ 472 ສະຫາຍ, ເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນ ສະມາຊິກພັກສົມບູນ 1.619 ສະຫາຍ ຍິງ 334 ສະຫາຍ, ເປັນເຈົ້າການຄຸ້ມຄອງ-ປ້ອງກັນພັກສະມາຊິກ ດ້ວຍລະບົບຖານຂໍ້ມູນ, ປຶ້ມຊີວະປະຫວັດ, ບັດສະມາຊິກພັກສົມບູນ ແລະອື່ນໆ ແຕ່ສູນກາງລົງຮອດທ້ອງຖິ່ນ ເປັນຕົ້ນແມ່ນ:

  • ຄຸ້ມຄອງສະມາຊິກພັກ ອ້ອມຂ້າງກະຊວງ ເຊິ່ງທັງໝົດມີສະມາຊິກພັກ 6.914 ສະຫາຍ ຍິງ 1.416 ສະຫາຍ, ສໍາຮອງ 1.153 ສະຫາຍ ຍິງ 295 ສະຫາຍ ແລະ ທ້ອງຖິ່ນມີສະມາຊິກພັກ 20.248 ສະຫາຍ ຍິງ 2.941 ສະຫາຍ, ສໍາຮອງ 2.138 ສະຫາຍ ຍິງ 435 ສະຫາຍ
  • ແຈກຢາຍປຶ້ມຊີວະປະຫວັດ 5.346 ຫົວ, ຮັບປື້ມຊີວະປະຫວັດ ເຂົ້າຖານຂໍ້ມູນຈາກບັນດາກົມກອງ ອ້ອມຂ້າງ ກະຊວງ ແລະ ທ້ອງຖິ່ນ ໄດ້ 5.195 ຫົວ
  • ຄົ້ນຄວ້ານໍາສະເໜີອອກບັດສະມາຊິກພັກສົມບູນ 1.150 ສະຫາຍ, ຍົກຍ້າຍສະມາຊິກພັກເຂົ້າ-ອອກ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈໍານວນ 10.403 ສະຫາຍ ຍິງ 745 ສະຫາຍ
  • ຮັບເງິນບໍາລຸງພັກ ໄດ້ 173.667.591 ກີບ ແລະ ສົ່ງເງິນສະຕິພັກ ໃຫ້ຄະນະຈັດຕັ້ງສູນກາງພັກ 72.179.500 ກີບ
  • ຄຸ້ມຄອງເງິນຄັງຂອງ ຄະນະພັກກະຊວງ ຈໍານວນ 237.819.761 ກີບ
  • ຜະລິດປຶ້ມຊີວະປະຫວັດສະມາຊິກພັກ ຈໍານວນ 50.000 ຫົວ

ນອກຈາກນັ້ນ, ກໍຍັງໄດ້ຄົ້ນຄວ້າລົງວິໄນຕໍ່ສະມາຊິກພັກ ທີ່ເຄື່ອນໄຫວຜິດກົດລະບຽບຂອງພັກ ເຊັ່ນ: ໂຈະຮ່ວມຊີວິດພັກ 6 ເດືອນ 11 ສະຫາຍ, ລຶບຊື່ອອກຈາກພັກ 24 ສະຫາຍ ຍິງ 5 ສະຫາຍ, ເອົາອອກຈາກພັກ 34 ສະຫາຍ ຍິງ 5 ສະຫາຍ.

ໃນຕໍ່ໜ້າ, ໜ່ວຍພັກຮາກຖານ ຈະສືບຕໍ່ເປັນໃຈກາງປະສານສົມທົບກັບ ບັນດາການຈັດຕັ້ງພັກ-ລັດ ໃນວຽກງານການເມືອງ, ວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານ, ປັບປຸງກົງຈັກການຈັດຕັ້ງ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເພີ່ມທະວີຄວາມສາມັກຄີພາຍໃນ ເປັນເອກະພາບ, ຍົງສູງບົດບາດການນໍາພາຂອງພັກ ເຂົ້າໃນທຸກຂົງເຂດວຽກງານ ແລະ ປັບປຸງກໍ່ສ້າງກົງຈັກການຈັດຕັ້ງຂອງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມ 5 ຫຼັກການ 3 ທິດນຳ ໃນການສ້າງພັກ, ປັບປຸງບັນດານິຕິກຳຕ່າງໆ ເພື່ອຮັບໃຊ້ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານການເມືອງ-ແນວຄິດ ໃຫ້ໄດ້ຮັບຜົນດີກວ່າເກົ່າ.

ກອງປະຊຸມ ໄດ້ປ່ອນບັດຄັດເລືອກເອົາ ໜ່ວຍພັກຮາກຖານ ຊຸດໃໝ່, ໃນນີ້ເລືອກໄດ້ ສະຫາຍ ພັທ ປອ ຜິວ ເຂັມພອນ ເປັນເລຂາໜ່ວຍພັກ, ສະຫາຍ ພັທ ພຽນສີ ແສງຄຳຢອງ ເປັນຮອງເລຂາ ແລະ ສະຫາຍ ພັທ ລັດສະເໝີ ເປັນຜູ້ກວດກາພັກ.