ທ້າວ ສຸລິວັນ ຫຼື ແດ່ (ຈຳເລີຍ) ອາຍຸ 22 ປີ ຢູ່ບ້ານໜອງບຶກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກ
ສານຂັ້ນຕົ້ນນະຄອນຫຼວງວຽງຈັນ ຕັດສິນຈຳຄຸກ 4 ປີ ປັບໃໝ 14.000.000 ກີບ ໃນວັນທີ 16 ຕຸລານີ້, ຖານຊິງຊັບພົນລະເມືອງ ຈຳນວນ 7 ຄັ້ງ ສ້າງຜົນເສຍຫາຍເປັນຈຳນວນຫຼາຍ.

ການກະທຳຜິດຂອງ ທ້າວ ສຸລິວັນ ຫຼື ແດ່ (ຈຳເລີຍ) ຖືກບັນທຶກເປັນສໍານວນຄະດີອາຍາ ສະບັບເລກທີ 695/ອຍກ.ນວ ແລະ ຖືກອົງການໄອຍະການປະຊາຊົນ ນຳມາຖະແຫຼງໃຈ້ແຍກການກະທໍາຜິດ ໂດຍຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານ ຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສແລ້ວຂອງຄະນະສານອາຍາສານປະຊາຊົນຂັ້ນຕົ້ນ ເຫັນວ່າ ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍໃນການຢັ້ງຢືນວ່າ ການກະທໍາຂອງ ທ້າວສຸລິວັນ ຫຼື ແດ່ (ຈໍາເລີຍ) ເປັນການກະທໍາຜິດທາງອາຍາໃນສະ ຖານການຍາດຊິງຊັບພົນລະເມືອງ ທີ່ແຕະຕ້ອງເຖິງກໍາມະສິດຂອງບຸກຄົນອື່ນ ແລະ ຄວາມບໍ່ເປັນລະບຽບຮຽບ ຮ້ອຍຂອງສັງຄົມ ຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ມາດຕາ 232 ລະບຸໄວ້ວ່າ: ໃນກໍລະນີທີ່ຜູ້ກະທຳຜິດຫາກໄດ້ເອົາການຍາດຊິງຊັບເປັນອາຈີນ, ມີການຈັດຕັ້ງເປັນກຸ່ມ ຫຼື ເຮັດໃຫ້ຜູ້ອື່ນບາດເຈັບສາຫັດ ຫຼື ເສຍຊີວິດ ຫຼື ໃນກໍລະນີກໍຄວາມເສຍ ຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ 3-8 ປີ ແລະ ຈະ ຖືກປັບໃໝແຕ່ 10.000.000-30. 000.000 ກີບ.

ການກະທຳຜິດຂອງຈຳເລີຍໄດ້ກໍ່ເຫດ ໃນປີ 2018 ໂດຍການເຄື່ອນໄຫວຍາດຊິງຊັບພົນລະເມືອງຮ່ວມກັບ ທ້າວ ສອນ ດ້ວຍຮູບການນໍາໃຊ້ລົດຈັກຍີ່ຫໍ້ຮອນດ້າຄິກໄອ ຂອງທ້າວ ສອນ ເປັນພາຫະນະກໍ່ເຫດ ແລະ ໃຫ້
ທ້າວ ສອນ ເປັນຄົນຂັບລົດ, ສ່ວນຈຳເລີຍແມ່ນເປັນຄົນຊ້ອນທັງເປັນຜູ້ລົງມືຍາດຊິງເອົາຊັບຂອງພົນລະເມືອງມາແລ້ວຈຳນວນທັງໝົດ 7 ຄັ້ງ, ເຊິ່ງເປົ້າໝາຍທີ່ໃຊ້ກໍເຫດສ່ວນໃຫຍ່ແມ່ນຜູ້ຍິງທີ່ຍ່າງຢູ່ຕາມທາງຄົນດຽວ, ຂີ່ລົດຈັກຄົນດຽວ ແລະ ເອົາກະເປົາວາງໄວ້ກະຕ່າລົດ, ໃສ່ສາຍຄໍຄຳ, ເງິນ ແບບເປີດແບນ.

ຄັ້ງທີ 1: ເວລາປະມານ 19-20:00 ໂມງ ໄດ້ດຶງກະເປົາຂອງຜູ້ຍິງຢູ່ເຂດປໍ້ານໍ້າມັນ ເຂດບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ໄດ້ໂທລະສັບຍີ່ຫໍ້ຊໍາຊຸງ 1 ເຄື່ອງ, ທ້າວ ສອນ ເປັນຄົນເອົາໄປນໍາໃຊ້; ຄັ້ງທີ 2: ເວລາປະມານ 12: 00 ໂມງ ໄດ້ດຶງກະເປົາຂອງຜູ້ຍິງຢູ່ເຂດບ້ານຮ່ອງສຸພາບ ເມືອງໄຊເສດຖາ ໄດ້ເງິນຈໍາ ນວນ 2.600.000 ກີບ, ໂທລະສັບຍີ່ຫໍ້ໂນເກຍ 1 ເຄື່ອງ, ເງິນແມ່ນແບ່ງປັນກັນຜູ້ລະ 1.300.000 ກີບ ສ່ວນໂທ ລະສັບທ້າວສອນ ເອົາໄປນໍາໃຊ້; ຄັ້ງທີ 3: ເວລາປະມານ 14:00 ໂມງ ດຶງເອົາກະເປົາຂອງຜູ້ຍິງຢູ່ເຂດບ້ານຮ່ອງແກ ເມືອງໄຊເສດຖາ ໄດ້ເງິນຈໍານວນ 2. 000.000 ກີບ, ໂທລະສັບຍີ່ຫໍ້ຊໍາຊຸງ 1 ໜ່ວຍ, ເງິນແມ່ນແບ່ງປັນກັນ ສ່ວນໂທລະສັບ ທ້າວ ສອນ ເອົາໄປນໍາໃຊ້ອີກ;

ຄັ້ງທີ 4: ເວລາປະມານ 15:00 ໂມງ ດຶງສາຍຄໍຂອງຜູ້ຍິງຢູ່ວົງວຽນເຂດໂຮງຮຽນຄອມເຊັນເຕີ້ ເຂດເມືອງສີສັດຕະນາກ ໄດ້ສາຍຄໍ 1 ເສັ້ນບໍ່ຮູ້ນໍ້າໜັກ ທ້າວ ສອນ ເປັນຜູ້ເອົາໄປຂາຍ ແລ້ວເອົາເງິນມາແບ່ງ ໃຫ້ຈໍານວນ 1.000.000 ກີບ; ຄັ້ງທີ 5: ເວລາປະມານ 14:00 ໂມງ ໄດ້ດຶງສາຍ ຄໍຂອງຜູ້ຍິງຢູ່ເຂດວົງວຽນຈີ່ນາຍໂມ້ ເຂດເມືອງຫາດຊາຍຟອງ ບໍ່ຮູ້ນໍ້າໜັກ ທ້າວ ສອນ ເປັນຜູ້ເອົາໄປຂາຍແລ້ວເອົາ ເງິນມາແບ່ງໃຫ້ ຈໍານວນ 300.000 ກີບ; ຄັ້ງທີ 6: ເວລາປະມານ 15:00 ໂມງ ສາຍຄໍຂອງຜູ້ຍິງ ແຕ່ບໍ່ສໍາເລັດ ແລະ ຄັ້ງທີ 7: ເວລາປະມານ 15:00 ໂມງດຶງກະເປົາຂອງຜູ້ຍິງຢູ່ຕໍ່ໜ້າໂຮງຮຽນມັດ ທະ ຍົມສີຖານ ເຂດບ້ານອຸບມຸງ ເມືອງສີໂຄດຕະບອງ ໄດ້ເງິນຈໍານວນ 700.000 ກີບ, ໂທລະສັບໂນເກຍ 1 ໜ່ວຍ ແບ່ງເງິນກັນຜູ້ລະ 350.000 ກີບ ສ່ວນໂທລະສັບແມ່ນທ້າວສອນ ເອົາໄປນໍາໃຊ້.

ມາວັນທີ 12 ກັນຍາ 2019, ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງສີໂຄດຕະບອງຕິດຕາມກັກຕົວມາດຳເນີນຄະດີ.