ພັດທະນາ ວິທະຍຸ ປກສ ໃຫ້ມີຄຸນນະພາບ ແລະ ທັນສະໄໝ

0
1379

ຄະນະໜ່ວຍພັກ ກອງບັນນາທິການ ວິທະຍຸ ຄະນະບັນນາທິການ ຂ່າວສານ ປກສ ( ຄບສ ) ກົມໃຫຍ່ການເມືອງ ປກສ ຈະເພີ່ມທະວີພັດທະນາວິທະຍຸ ກະຊວງປ້ອງກັນຄວາມສະຫງົບ ໃຫ້ມີຄຸນນະພາບ ແລະ ທັນສະໄໝ ທຽບທັນກັບສື່ຕ່າງໆ ໂດຍຈະເລັ່ງສ້າງສະຕິຕື່ນຕົວ ແລະ ມີຈັນຍາບັນສື່ມວນຊົນປະຕິວັດ, ຍົກລະດັບຄວາມຮູ້-ຄວາມສາມາດ ແລະ ສ້າງທັດສະນະຂອງພະນັກງານ-ນັກຮົບ ໃຫ້ດີຂຶ້ນ.

ພັຕ ນາງ ວົງສະຫວ່າງ ວົງນະຈັນ ຄະນະໜ່ວຍພັກ ຮອງຫົວໜ້າກອງ ບກ ວິທະຍຸ ປກສ

ພັຕ ນາງ ວົງສະຫວ່າງ ວົງນະຈັນ ຄະນະໜ່ວຍພັກ ຮອງຫົວໜ້າກອງ ບກ ວິທະຍຸ ປກສ ໄດ້ກ່າວໃນກອງປະຊຸມໃຫຍ່ ຄັ້ງທີ I ທີ່ຈັດຂຶ້ນໃນວັນທີ 23 ຕຸລາ 2019, ເປັນປະທານໂດຍ ພັທ ສົມຫວັງ ນະວົງສິນ ຮອງເລຂາໜ່ວຍພັກ ຫົວໜ້າກອງ ບກ ວິທະຍຸ ປກສ, ເຂົ້າຮ່ວມໂດຍ ພັທ ສີພາ ສິງທອງ ຄະນະພັກຮາກຖານ ຮອງຫົວໜ້າ ຄບສ, ມີແຂກຮັບເຊີນ, ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ ວ່າ:

ໃນ 5 ປີຕໍ່ໜ້າ, ຄະນະໜ່ວຍພັກ ກອງ ບກ ວິທະຍຸ ປກສ ຈະເພີ່ມທະວີພັດທະນາ ວິທະຍຸ ປກສ ໃຫ້ມີຄຸນນະພາບ ແລະ ທັນສະໄໝ ໂດຍຈະເລີ່ມຈາກ ການສ້າງສະຕິຕື່ນຕົວໃນການເຄົາລົບ ແລະ ຈັດຕັ້ງປະຕິບັດກົດໝາຍ, ມີຈັນຍາບັນສື່ມວນຊົນປະຕິວັດ, ຍົກລະດັບຄວາມຮູ້-ຄວາມສາມາດ ແລະ ສ້າງທັດສະນະຂອງ ພະນັກງານ-ນັກຮົບ ສື່ມວນຊົນໃຫ້ດີຂຶ້ນ, ຕ້ານ ແລະ ສະກັດກັ້ນທຸກປະກົດການຫຍໍ້ໍ້ທໍ້ ໃນວຽກງານສື່ມວນຊົນ ພ້ອມທັງປັບຜັງລາຍການໃຫ້ແທດເໝາະກັບ ສະພາບຈຸດພິເສດຂອງວຽກງານ, ປັບປຸງເນື້ອໃນໃຫ້ມີຫຼາກຫຼາຍ ແລະ ອຸດົມສົມບູນ ດ້ວຍຮູບການໂຄສະນາຜ່ານລາຍການວິທະຍຸ ໃຫ້ມີຫຼາຍຮູບ, ຫຼາຍສີ ແລະ ມີກົນໄກການຄຸ້ມຄອງທີ່ດີ, ປັບລະບົບອານາລັອກຫັນໄປສູ່ດີຈີຕອນ, ຂະຫຍາຍອີກ 5 ຈຸດ ໃຫ້ກວມເອົາທຸກພາກໃນທົ່ວປະເທດ, ກະຈາຍຜ່ານທາງເວັບໄຊ ເພື່ອເປັນທາງເລືອກໃໝ່ ໃຫ້ຜູ້ບໍລິໂພກຂ່າວ ເຮັດໃຫ້ວິທະຍຸ ປກສ ກາຍເປັນສື່ທີ່ສະໜອງຂ່າວສານທີ່ໜ້າສົນໃຈ, ເຂົ້າເຖິງຜູ້ຟັງຫຼາຍເປົ້າໝາຍ ແລະ ກວ້າງຂວາງ.

ໃນ 3 ປີຜ່ານມາ, ຄະນະໜ່ວຍພັກ ກອງ ບກ ວິທະຍຸ ປກສ ໄດ້ນໍາພາສະມາຊິກພັກ, ພະນັກງານ-ນັກຮົບ ເຮັດໜ້າທີ່ວຽກງານວິຊາສະເພາະຢ່າງຕັ້ງໜ້າ ໂດຍໄດ້ຊີ້ນໍາ-ນໍາພາເກັບກຳຂໍ້ມູນຢູ່ກົມກອງ, ທ້ອງຖິ່ນ ເພື່ອຂຽນຂ່າວ-ຂຽນບົດອອກລາຍການຂ່າວ ແລະ ລາຍການຕ່າງໆຂອງທາງສະຖານີ ເຊິ່ງສະແດງອອກຄື:

  • ສະຖານີວິທະຍຸກະຈາຍສຽງ ປກສ ອອກອາກາດວັນໜຶ່ງ 19 ຊົ່ວໂມງ ເລີ່ມເປີດສະຖານນີແຕ່ 5 ໂມງເຊົ້າ ຮອດ 24:00 ໂມງ
  • ມີທັງໝົດ 24 ລາຍການ, ລາຍການຈັດສົດມີ 5 ລາຍການ, ສະຖານີຜະລິດລາຍການເອງມີ 11 ລາຍການ, ຮ່ວມມືກັບພາກສ່ວນອື່ນຜະລິດມີ 13 ລາຍການ
  • ໄດ້ສ້າງຕັ້ງສະຖານີເຄືອຂ່າຍຍ່ອຍ ຮັບ-ສົ່ງສັນຍານ ວິທະຍຸ ຢູ່ແຂວງອຸດົມໄຊ, ຫົວພັນ, ຊຽງຂວາງ, ສະຫວັນນະເຂດ ແລະ ຈໍາປາສັກ ໂດຍກວມປະມານ 2/3 ຂອງພື້ນທີ່ໃນທົ່ວປະເທດ
ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກ ຊຸດໃໝ່

ເຊິ່ງເຫັນໄດ້ວ່າ: ວຽກງານວິທະຍຸ ປກສ ໄດ້ຮັບການພັດທະນາໃຫ້ເຕີບໃຫຍ່ຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນນະພາບ.

ໃນຕອນທ້າຍ, ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກ ຊຸດໃໝ່ ມີຜູ້ລົງສະໝັກທັງໝົດ 5 ສະຫາຍ ຍິງ 2 ສະຫາຍ, ເຊິ່ງຜູ້ແທນກອງປະຊຸມ ໄດ້ເຫັນດີເປັນເອກະພາບຕົກລົງເລືອກເອົາ ພັທ ສົມຫວັງ ນະວົງສິນ ເປັນເລຂາ, ພັຕ ນາງ ວົງສະຫວ່າງ ວົງນະຈັນ ເປັນຮອງເລຂາ ແລະ ພັທ ອຸໄທ ພັນທະວົງ ເປັນກຳມະການກວດກາ ເພື່ອສືບຕໍ່ຊີ້ນໍາ-ນໍາພາ ກອງ ບກ ວິທະຍຸ ປກສ ໃຫ້ມີບາດກ້າວອັນໃໝ່ທີ່ຕັ້ງໜ້າ.