ສ່ວຍສາອາກອນສົມທົບກັບທະນາຄານການຄ້າຕ່າງປະເທດ ໄດ້ເປີດຊຸດຝຶກອົບຮົມການກວດກາຊຸກຍູ້ການເສຍຄ່າທຳນຽມທາງ ໂດຍຜ່ານລະບົບທີ່ທັນສະໄໝໃຫ້ກຳລັງຕຳຫຼວດຈະລາຈອນ ປກສ ແຂວງອັດຕະປື ໃນວັນທີ 17 ຕຸລາ 2019 ເພື່ອເປີດຂະບວນໃຫ້ນັກຂັບຂີ່ເສຍຄ່າທໍານຽມທາງຜ່ານທະນາຄານ ເຂົ້າຮ່ວມຂອງ ພັທ ບັນດິດ ສີວິໄລ ຮອງຫົວໜ້າກອງບັນຊາການ ປກສ ແຂວງ; ມີ ພັທ ຄຳເຫຼັກ ໄຊຍະສິດ ຮອງກົມຕຳຫຼວດຈະລາຈອນ ກົມໃຫ່ຍຕຳຫຼວດກະຊວງ ປກສ, ມີຮອງສ່ວຍສາອາກອນປະຈຳແຂວງ, ຮອງທະນາຄານການຄ້າຕ່າງປະເທດ ສາ ຂາອັດຕະປື.

ແຂວງອັດຕະປື ເລີ່ມເປີດໃຫ້ນັກຂັບຂີ່ເສຍຄ່າທຳນຽນທາງຜ່ານທະນາຄານ
ແຂວງອັດຕະປື ເລີ່ມເປີດໃຫ້ນັກຂັບຂີ່ເສຍຄ່າທຳນຽນທາງຜ່ານທະນາຄານ

ພັທ ຄຳເຫຼັກ ໄຊຍະສິດ ກ່າວວ່າ:

ການເປີດຝຶກອົບຮົມໃນຄັ້ງນີ້ ແມ່ນເປັນການຝຶກໃຫ້ຜູ້ເຮັດວຽກງານຕົວຈິງ ໂດຍ ສະເພາະແມ່ນກຳລັງຕຳຫຼວດຈະລາຈອນ ສົມທົບກັບພະແນກສ່ວຍສາອາກອນປະຈຳແຂວງ, ທະນາຄານການຄ້າຕ່າງປະເທດ ສາຂາອັດຕະປື ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການກວດກາຊຸກຍູ້ການເສຍຄ່າທຳນຽມທາງແບບທັນສະໄໝ ເພື່ອເປັນການກວດກາໂຄສະນາໃຫ້ຜູ້ທີ່ມີພະຫະນະປະເພດລົດຈັກລົດໃຫຍ່ໃຫ້ຕື່ນຕົວມາເສຍຄ່າທຳນຽມທາງ ນຳທະນາຄານການຄ້າຕ່າງປະເທດ ໂດຍຜ່ານລະບົບທີ່ທັນສະໄໝ; ເຊິ່ງການເສຍຄ່າທຳນຽມ ທາງຜ່ານລະບົບທະນາຄານແມ່ນຜົນດີຫຼາຍຢ່າງ ເປັນຕົ້ນແມ່ນ ເຮັດໃຫ້ງົບປະມານບໍ່ຮົ່ວໄຫຼ, ເຮັດໃຫ້ລົດທີ່ບໍ່ໄດ້ເສຍ ພາ ສີ ( ລົດເຖື່ອນ ) ຕື່ນຕົວເອົາລົດມາເສຍພາສີ ຈຶ່ງຈະສາມາດເສຍຄ່າທໍານຽມທາງໄດ້.

ແຂວງອັດຕະປື ເລີ່ມເປີດໃຫ້ນັກຂັບຂີ່ເສຍຄ່າທຳນຽນທາງຜ່ານທະນາຄານ
ແຂວງອັດຕະປື ເລີ່ມເປີດໃຫ້ນັກຂັບຂີ່ເສຍຄ່າທຳນຽນທາງຜ່ານທະນາຄານ

ການຝຶກອົບຮົມໃນຄັ້ງນີ້ ແມ່ນຈະໄດ້ຝຶກໃນສາມຫົວຂໍ້ໃຫຍ່ ຄື: ການນຳໃຊ້ແບບຟອມບົດບັນທຶກຕໍ່ຜູ້ລ່ວງລະ ເມີດຄ່າທຳນຽມທາງ, ການຊຳລະຄ່າທຳນຽມທາງດ້ວຍລະບົບທະນາຄານທີ່ທັນສະໄໝ; ການນຳໃຊ້ເຄື່ອງຊຳລະຄ່າທຳນຽມທາງ ເພື່ອເອົາສະຕິກເກີ, ການຝຶກອົບຮົມຄັ້ງນີ້ ນັກສຳມະນາກອນຍັງໄດ້ລົງປະຕິບັດຕົວຈິງຢູ່ຕາມເສັ້ນທາງພາຍໃນແຂວງກ່ຽວກັບການເສຍຄ່າທໍານຽມທາງຜ່ານທະນາຄານການຄ້າ.