ໜ່ວຍພັກຮາກຖານ ກົມໂຄສະນາອົບຮົມ ຈະສຸມໃສ່ 4 ໂຄງການທີ່ເປັນມູນເຊື້ອຂອງ ກໍາລັງ ປກສ

0
1428

ກອງປະຊຸມໃຫຍ່ ຄັ້ງທີ VVII ຂອງ ໜ່ວຍພັກຮາກຖານ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ປກສ ໄດ້ຈັດຂຶ້ນໃນວັນທີ 23 ຕຸລາ 2019 ໂດຍມີ ສະຫາຍ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງເລຂາຄະນະພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ບັນດາແຂກຮັບເຊີນ ຕະຫຼອດຮອດ ສະມາຊິກພັກສົມບູນ-ສຳຮອງ ພາຍໃນໜ່ວຍພັກຮາກຖານ ເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ພັອ ບຸນຖະໜອມ ສັກກະເສີມສຸກ ຄະນະພັກກົມໃຫຍ່ການເມືອງ ເລຂາໜ່ວຍພັກຮາກຖານ ຫົວໜ້າກົມໂຄສະນາອົບຮົມ ປະທານກອງປະຊຸມ ໄດ້ຜ່ານບົດລາຍງານການເມືອງ ໃຫ້ຮູ້ວ່າ:

ຊຸມປີ 2016-2019, ຄະນະໜ່ວຍພັກຮາກຖານ ກົມໂຄສະນາອົບຮົມ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານ ມີຜົນສຳເລັດຫຼາຍດ້ານ ໂດຍສະເພາະແມ່ນ ດ້ານວຽກງານໂຄສະນາປາຖະກະຖາ ໄດ້ປະສານສົມທົບກັບ ຄະນະໂຄສະນາອົບຮົມສູນກາງພັກ, ຄະນະພັກ ກະຊວງ ປກສ, ຄະນະພັກ ກົມໃຫຍ່ການເມືອງ ປກສ ເພື່ອໂຄສະນາເຜີຍແຜ່ ມູນເຊື້ອປະຫວັດສາດວັນສຳຄັນຕ່າງໆຂອງພັກ-ຂອງຊາດ, ຂອງກຳລັງປະກອບອາວຸດ, ປະຫວັດມູນເຊື້ອຂອງການນຳພັກ-ລັດ ແລະ ບັນດາເອກະສານສຳຄັນຕ່າງໆ ຈຳນວນ 22 ຄັ້ງ, ມີຈຳນວນພົນເຂົ້າຮ່ວມທັງໝົດ 5.000 ສະຫາຍ ຍິງ 669 ສະຫາຍ, ມີແຮງງານເປີດ-ປິດເຄື່ອງສຽງ ຮັບໃຊ້ກອງປະຊຸມ ໄດ້ 176 ຄັ້ງ ມີ 357 ແຮງງານ, ຂຽນໂຄງການໂຄສະນາສຶກສາອົບຮົມ ວຽກງານການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ນັກຮົບ ພາຍໃນ ກຳລັງ ປກສ 4 ໂຄງການທີ່ເປັນມູນເຊື້ອຂອງ ກຳລັງ ປກສ ແລະ ຂຽນຂໍ້ຫ້າມໃນການນຳໃຊ້ສື່ສັງຄົມອອນລາຍ, ເອກະສານວຽກງານປະສານຂ່າວເຜີຍແຜ່ ໃນກຳລັງ ປກສ ທົ່ວປະເທດ ຢ່າງທົ່ວເຖິງ.

ໃນ 5 ປີຕໍ່ໜ້າ, ຄະນະໜ່ວຍພັກຮາກຖານ ກົມໂຄສະນາອົບຮົມ ຈະສືບຕໍ່ເພີ່ມທະວີຄວາມຮູ້-ຄວາມສາມາດ ໃນການນຳພາຂອງຄະນະພັກ ແລະ ສະມາຊິກພັກ ທັງ 4 ດ້ານໄປພ້ອມໆກັນ ຄື: ດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ ເພື່ອຍົກສູງບົດບາດຂອງໜ່ວຍພັກ ເປັນແກນນຳໃນລະບົບການເມືອງ ໃນເງື່ອນໄຂພັກກຳອຳນາດ ຄຽງຄູ່ກັບ ການນຳພາສຶກສາອົບຮົມ ປຸກລະດົມສະມາຊິກພັກ, ພະນັກງານ-ນັກຮົບ ຍົກສູງສະຕິລະວັງຕົວຕໍ່ ກົນອຸບາຍມ້າງເພທຳລາຍຂອງຄົນບໍ່ດີ, ຄຸ້ມຄອງສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ມີຄວາມປອດໃສ ບໍ່ເຄື່ອນໄຫວຕ້ານຕໍ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຂອງກຳລັງ.

ໃນກອງປະຊຸມ, ບັນດາສະມາຊິກພັກສົມບູນ ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາ ຄະນະໜ່ວຍພັກຮາກຖານ ກົມໂຄສະນາອົບຮົມ ຊຸດໃໝ່, ມີຜູ້ລົງສະໝັກ 7 ສະຫາຍ ເລືອກເອົາ 5 ສະຫາຍ ຄື: ສະຫາຍ ພັທ ສອນພະຈັນ ທຳມະວົງ ເປັນເລຂາ, ສະຫາຍ ພັທ ສົມພັນ ສີວົງໄຊ ເປັນຮອງເລຂາ, ສະຫາຍ ພັທ ວັນນະສັກ ທອງອຸໄລ ເປັນປະທານກວດກາພັກ, ສະຫາຍ ພັທ ຫົງທອງ ລອຍພະຈັນ ແລະ ສະຫາຍ ພັທ ກັນນະສຸກ ດວງພະຈັນ ເປັນຄະນະ.