ຫ້ອງວ່າການ ກະຊວງ ປກສ ປະກາດເລື່ອນຊັ້ນໃຫ້ພະນັກງານ

0
2074

ຫ້ອງວ່າການ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ພະນັກງານ ຈໍານວນ 10 ສະຫາຍ ຍິງ 1 ສະຫາຍ ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ ໃນວັນທີ 25 ຕຸລາ 2019, ປະດັບຊັ້ນໂດຍ ພົຈວ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີ ຄະນະພັກ-ຄະນະບັນຊາ, ຄະນະພະແນກ ແລະ ພະນັກງານທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ສັກດາ ໄຊຍະສົງຄາມ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງ ປກສ

ພັທ ສັກດາ ໄຊຍະສົງຄາມ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງ ເລກທີ 2099/ປກສ ລົງວັນທີ 26 ກັນຍາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ຫ້ອງວ່າການ ກະຊວງ ປກສ ໃນນີ້ມີ:

  • ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 1 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 9 ສະຫາຍ ຍິງ 1 ສະຫາຍ

ເຊິ່ງບັນດາຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ລ້ວນແຕ່ແມ່ນ ພະນັກງານ-ນັກຮົບທີ່ຄົບມາດຖານເງື່ອນໄຂ ໄດ້ຮັບນະໂຍບາຍເລື່ອນຊັ້ນ ແລະ ແມ່ນຜູ້ທີ່ມີຄວາມຫ້າວຫັນ ໃນການປະຕິບັດໜ້າທີ່ວຽກງານ ມີຜົນສໍາເລັດ.

ໃນຕອນທ້າຍ, ພົຈວ ສົມວັນ ສາຍລ້ອງພາ ໄດ້ເນັ້ນໃຫ້ພະນັກງານທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ຈົ່ງກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ຂອງກໍາລັງປ້ອງກັນຄວາມສະຫງົບ, ມີສະຕິຕໍ່ການຈັດ ຕັ້ງ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີ, ມີຄວາມບຸກບືນຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້ ພ້ອມທັງຊອກຮູ້ຮໍ່າຮຽນ ເພື່ອພັດທະນາຕົນເອງໃນທຸກດ້ານ ແລະ ເປັນແບບຢ່າງທີ່ດີໃຫ້ມະຫາຊົນ.

ຫ້ອງວ່າການ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ພະນັກງານ ຈໍານວນ 10 ສະຫາຍ ຍິງ 1 ສະຫາຍ
ປະດັບຊັ້ນໂດຍ ພົຈວ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງ ປກສ
ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 1 ສະຫາຍ
ຮ້ອຍໂທ ຂຶ້ນ ຮ້ອຍເອກ 9 ສະຫາຍ ຍິງ 1 ສະຫາຍ