ຈອດລົດເຂດຫ້າມຈອດ ຖືກປັບໃໝ 10 ເທົ່າຕົວຂອງມູນຄ່າ

0
1833

ເມື່ອເວົ້າເຖິງການລະເມີດກົດລະບຽບຈະລາຈອນ ຂອງນັກຂັບຂີ່ຢູ່ໃນ ນະຄອນຫຼວງວຽງຈັນແມ່ນຍັງມີສູງ ແລະ ແຕກຕ່າງກັນໄປດ້ວຍຫຼາຍຮູບ, ບາງຄົນກໍຮູ້ກົດລະບຽບເປັນຢ່າງດີແຕ່ພາໂລຝືນດື້ລະເມີດ ເຮັດໃຫ້ເກີດບັນຫາ ລົດຕິດອັ່ງອໍຢູ່ຕາມທ້ອງຖະໜົນ, ຮ້າຍແຮງໄປກວ່ານັ້ນຍັງເປັນສາເຫດທີ່ພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນຕາມມາ ສົ່ງຜົນເຮັດໃຫ້ຜູ້ຄົນຈໍານວນຫຼວງຫຼາຍບາດເຈັບ, ພິການ ແລະ ເສຍຊີວິດ.

ຈອດລົດເຂດຫ້າມຈອດ ຖືກປັບໃໝ 10 ເທົ່າຕົວຂອງມູນຄ່າ
ຈອດລົດເຂດຫ້າມຈອດ ຖືກປັບໃໝ 10 ເທົ່າຕົວຂອງມູນຄ່າ

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາ ຈອນ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ:

ການຈອດລົດຊະຊາຍຢູ່ ນະຄອນຫຼວງວຽງຈັນ ຍັງເກີດຂຶ້ນຢ່າງຕໍ່ເນື່ອງ ນອກຈາກພາໃຫ້ກີດຂວາງການສັນຈອນ ແລ້ວກໍຍັງເປັນສາເຫດພາໃຫ້ເກີດອຸບັດຕິເຫດ. ທີ່ຜ່ານມາເຈົ້າໜ້າທີ່ຕໍາຫຼວດຈະລາຈອນກໍໄດ້ສຸມໃສ່ວຽກງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມສາຍທາງຕ່າງໆ ໂດຍເນັ້ນໃສ່ກວດກາການຈອດລົດຢູ່ປ້າຍຫ້າມຢຸດ-ຫ້າມຈອດ. ກໍລະນີພົບເຫັນເຈົ້າໜ້າທີ່ຈະຕັກເຕືອນຮ້າຍແຮງເຖິງຂັ້ນລ໋ອກລໍ້ ພ້ອມທັງປັບໃໝຕາມລະບຽບທີ່ວາງອອກ, ເຖິງຈະສຸມໃສ່ວຽກງານຢ່າງຕັ້ງໜ້າ ແຕ່ກໍຍັງມີຜູ້ຂັບຂີ່ຈໍານວນບໍ່ໜ້ອຍ ຍັງມີການລະເມີດຢ່າງຕໍ່ເນື່ອງ. ເຊິ່ງໃນການແກ້ໄຂບັນຫາດັ່ງກ່າວການນຳນະຄອນຫຼວງວຽງຈັນ ຈຶ່ງຫາທຸກວິທີທາງເພື່ອແກ້ໄຂບັນຫາລົດຕິດ ແລະ ບັນຫາການເກີດອຸບັດຕິເຫດໃຫ້ຫຼຸດໜ້ອຍຖອຍລົງ ແລະ ໜຶ່ງໃນມາດຕະການກໍຄື: ຫ້າມຈອດລົດ ຢູ່ເຂດຕ້ອງຫ້າມ (ມີປ້າຍຫ້າມ) ຖ້າຍັງລະເມີດຈະຖືກປັບໃໝ 10 ເທົ່າຂອງ ມູນຄ່າການປັບໃໝ.

ຈອດລົດເຂດຫ້າມຈອດ ຖືກປັບໃໝ 10 ເທົ່າຕົວຂອງມູນຄ່າ
ຈອດລົດເຂດຫ້າມຈອດ ຖືກປັບໃໝ 10 ເທົ່າຕົວຂອງມູນຄ່າ

ຕາມມະຕິຕົກລົງຂອງອົງການປົກຄອງ ນະຄອນຫຼວງວຽງຈັນ ກ່ຽວກັບແຜນວຽກ ແລະ ມາດຕາການຈັດຕັ້ງປະ ຕິບັດໂຄງການວຽງຈັນສະອາດໄລຍະສະເພາະໜ້າ ແລະ ຮອດປີ 2020 ໄດ້ ລະບຸໄວໃນມາດຕາ 3 ແຜນວຽກ ແລະ ມາດຕະການຕົ້ນຕໍຂອງໂຄງການຮັບປະກັນວຽງຈັນສະອາດ ໄດ້ລະບຸໄວ້ໃນມາດຕະການຈັດຕັ້ງປະຕິບັດຮັບປະກັນໃຫ້ ເສັ້ນທາງສະອາດ ວ່າ: ຖ້າຫາກວ່ານັກ ຂັບຂີ່ຫາກຈອດລົດຢູ່ເຂດຕ້ອງຫ້າມ ຫຼື ມີປ້າຍຫ້າມ ຜູ້ລະເມີດຈະຖືກປັບໃໝສິບເທົ່າຕົວຂອງມູນຄ່າການປັບໃໝ ຕາມມາດຕາ 14 ຂອງດໍາລັດ 188 ຄື:

  • ປະເພດລົດຈັກ 30.000 ກີບ x 10 ເທົ່າກັບ 300.000 ກີບຕໍ່ຄັ້ງ.
  • ລົດສາມ ລໍ້ຕິດເຄື່ອງຈັກ 50.000 ກີບ x 10 ເທົ່າ ກັບ 500.000 ກີບຕໍ່ຄັ້ງ.
  • ລົດເບົາ, ເກັງ, ກະບະ, ຈິບ ແລະ ລົດຕູ້ 70.000 ກີບ x 10 ເທົາກັບ 700.000 ກີບຕໍ່ຄັ້ງ.
  • ລົດ ໂດຍສານ 4 ລໍ້ 100.000 ກີບ x 10 ເທົ່າກັບ 1.000.000 ກີບຕໍ່ຄັ້ງ.
  • ລົດບັນທຸກ 6 ລໍ້ 150.000 ກີບ x 10 ເທົ່າກັບ 1.500.000 ກີບຕໍ່ຄັ້ງ.
  • ລົດບັນທຸກ 10 ລໍ້ ຂຶ້ນໄປ 200.000 ກີບ x 10 ເທົ່າກັບ 2.000.000 ກີບຕໍ່ຄັ້ງ.
ຈອດລົດເຂດຫ້າມຈອດ ຖືກປັບໃໝ 10 ເທົ່າຕົວຂອງມູນຄ່າ
ຈອດລົດເຂດຫ້າມຈອດ ຖືກປັບໃໝ 10 ເທົ່າຕົວຂອງມູນຄ່າ

ເສັ້ນທາງໃດກາງຕົວເມືອງ ທີ່ຫຼາຍຈຸດມີປ້າຍຫ້າມຈອດປະກອບມີ: ຖະໜົນສຸພານຸວົງ, ຖະໜົນຫຼວງພະບາງ, ຖະໜົນເສດຖາທິລາດ, ຖະໜົນສາມແສນໄທ, ຖະໜົນລ້ານຊ້າງ, ຖະໜົນອາຊຽນ, ຖະໜົນທ່າເດືອ, ຖະໜົນກໍາແພງ ເມືອງ, ຖະໜົນລາວ-ໄທ, ຖະໜົນດົງປ່າລານ-ສາຍລົມ, ຖະໜົນຂຸນບູລົມ, ຖະໜົນຄູວຽງ, ຖະໜົນເປ 3, ຖະຫນົນ 23 ສິງຫາ, ຖະໜົນໜອງບອນ, ຖະໜົນເຈົ້າອານຸວົງ, ຖະໜົນໄກສອນພົມວິຫານ ແລະອື່ນໆ. ຢ່າງໄດກໍຕາມການຈອດລົດຊະຊາຍ ຫຼື ຈອດບ່ອນຫ້າມຈອດ ແມ່ນບັນຫາໜຶ່ງທີ່ສ້າງຄວາມຫຍຸ້ງຍາກສັບສົນໃນການສັນຈອນ ແລະ ເປັນບັນຫາໜຶ່ງທີ່ພາໃຫ້ເກີດມີບັນຫາລົດຕິດອັ່ງອໍຕາມສາຍທາງຍ້ອນລົດທີ່ຈອດກີດຂວາງການສັນຈອນ, ຍິ່ງໄປກວ່ານັ້ນຍັງເຮັດໃຫ້ເກີດອຸບັດຕິເຫດບົນທ້ອງຖະໜົນຕາມມາ; ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງ ນັກຂັບຂີ່ທຸກຊັ້ນຄົນ ຈົ່ງເອົາໃຈໃສ່ປະ ຕິບັດກົດລະບຽບຈະລາຈອນຢ່າງເຂັ້ມ ງວດ ເພື່ອເປັນສ່ວນໜຶ່ງໃນການຫຼຸດ ຜ່ອນບັນຫາການເກີດອຸບັດຕິເຫດ ແລະ ຫຼຸດຜ່ອນບັນຫາລົດຕິດອັ່ງອໍຢູ່ຕາມເສັ້ນທາງຕ່າງໆໃນນະຄອນຫຼວງວຽງຈັນ.