ໃນຕົ້ນເດືອນທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກັກຕົວຜູ້ຖືກຫາໄດ້ 1 ຄົນ ໃນຂໍ້ຫາລັກເຄື່ອງໃຊ້ໄຟຟ້າຢູ່ຕາມຮ້ານຄ້າຕ່າງໆພາຍໃນເມືອງ ແລ້ວນຳໄປຂາຍເອົາເງິນໄປຫຼິ້ນເກມຈົນໝົດ ( ຕິດເຫຼົ້າ ).

ຕິດເຫຼົ້າ
ຕິດເຫຼົ້າ

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍໃນທ້າຍເດືອນສິງຫາ 2019 ຜ່ານມາວ່າ ມີຄົນຮ້າຍງັດເຂົ້າຮ້ານຂາຍເຄື່ອງກໍ່ສ້າງ ແລະ ໄຟຟ້າ ແລ້ວລັກເອົາເຄື່ອງກໍ່ສ້າງໄປຈໍານວນຫຼາຍ. ຈາກນັ້ນ, ຈຶ່ງໄດ້ນໍາກໍາລັງລົງກວດກາສະຖານທີ່ເກີດເຫດ ແລະ ກວດເບິ່ງພາບຕາມກ້ອງວົງ ຈອນປິດທີ່ຕິດໄວ້ຢູ່ບໍລິເວນຮ້ານດັ່ງກ່າວ ເພື່ອນໍາມາເປັນຂໍ້ມູນຫຼັກຖານໃນການຕິດຕາມຕົວຄົນຮ້າຍ; ຜ່ານການລົງກວດກາສະຖານທີ່ເກີດເຫດ ແລະ ກວດເບິ່ງກ້ອງວົງຈອນປິດ ຈຶ່ງຮູ້ວ່າເປົ້າໝາຍກະທໍາຜິດມີ 1 ຄົນ ແລະ ຮູ້ລັກສະນະສັນຖານ; ຈາກນັ້ນ, ເຈົ້າໜ້າທີ່ກໍໄດ້ເອົາໃຈໃສ່ຕິດຕາມເປົ້າໝາຍທີ່ກໍ່ເຫດ. ຈົນມາຮອດວັນທີ 2 ຕຸລາ 2019, ຈຶ່ງສາມາດຈັບຕົວເປົ້າໝາຍດັ່ງກ່າວໄດ້ ຊື່ ທ້າວ ນົກ ອາຍຸ 29 ປີ ກໍາມະກອນ. ປັດຈຸບັນ, ພັກເຊົາຢູ່ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ຜ່ານການສອບສວນຂອງເຈົ້າໜ້າທີ່, ຜູ້ກ່ຽວຮັບສາລະພາບວ່າ: ກ່ອນໜ້ານີ້, ຜູ້ກ່ຽວແມ່ນໄດ້ດື່ມເຫຼົ້າຈົນຕິດເປັນອາຈີນມາໄດ້ຫຼາຍປີແລ້ວ. ຈົນມາຮອດປີ 2017, ໄດ້ມາເຮັດວຽກຢູ່ນະຄອນຫຼວງວຽງຈັນ ເພື່ອມາຊອກວຽກເຮັດທົ່ວໄປ. ເບື້ອງຕົ້ນ, ແມ່ນມາສະໝັກເຮັດເປັນກໍາມະກອນຂົນສົ່ງເຄື່ອງຢູ່ຮ້ານຂາຍເຄື່ອງກໍ່ສ້າງຢູ່ບ້ານໂນນສະຫວັນ ເມືອງໄຊເສດຖາ ແລະ ໄດ້ອອກໄປເຮັດຢູ່ຫຼາຍຮ້ານ, ເມື່ອໄດ້ຮັບເງິນເດືອນແຕ່ລະຄັ້ງແມ່ນໄປຫຼິ້ນເກມ ແລະ ຊື້ເຫຼົ້າດື່ມຈົນໝົດ ເຮັດໃຫ້ບໍ່ມີເງິນທີ່ຈະມາໃຊ້ຈ່າຍ; ຈາກນັ້ນ, ຈຶ່ງໄດ້ຊອກເຄື່ອນໄຫວລັກຊັບຂອງພົນລະເມືອງ, ເຊິ່ງຜ່ານມາເຄີຍກໍ່ເຫດລັກຊັບມາແລ້ວ ຈໍານວນ 3 ຄັ້ງ ຄື:

  • ຄັ້ງທີ 1: ໄດ້ງັດຮ້ານຂາຍເຄື່ອງກໍ່ສ້າງເຂດບ້ານແສງສະຫວ່າງ ລັກເຄື່ອງກໍ່ສ້າງໄດ້ປະເພດ ຕະປູຄອນກີດ 1 ແກັດ ແລະ ສາຍໄຟຟ້າສີຂາວ 1 ກໍ້, ຍາວປະມານ 70 ແມັດ.
  • ຄັ້ງທີ 2: ລັກສາຍໄຟຟ້າ ຈໍານວນ 3 ກໍ້ຢູ່ເຂດບ້ານໂນນສະຫວັນ
  • ຄັ້ງທີ 3: ລັກເອົາສາຍໄຟຟ້າ ຈໍານວນ 2 ກໍ້ ຢູ່ຮ້ານຂາຍເຄື່ອງກໍ່ສ້າງ ເຂດບ້ານຂາມງອຍ.

ໃນແຕ່ລະຄັ້ງທີ່ລັກໄດ້ແມ່ນນໍາໄປຂາຍໃຫ້ຄົນຮູ້ຈັກກັນ ໃນລາຄາຄັ້ງລະ 200.000 ກີບ, ສ່ວນເງິນຈໍານວນດັ່ງ ກ່າວທີ່ຂາຍໄດ້ແມ່ນໄດ້ເອົາໄປຊື້ເຫຼົ້າກິນ ແລະ ຫຼິ້ນເກມຈົນໝົດ. ຈົນມາຮອດວັນທີ 2 ຕຸລາ 2019, ຈຶ່ງຖືກເຈົ້າໜ້າທີ່ຕໍາຫຼວດ ຈັບຕົວມາດໍາເນີນຄະດີ. ສ່ວນເຄື່ອງຂອງດັ່ງກ່າວ ທີ່ຜູ້ຖືກຫານໍາໄປຂາຍນັ້ນທາງເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊເສດຖາ ສາມາດເກັບກູ້ຄືນມາໄດ້ໝົດ ແລະ ໄດ້ນໍາໄປມອບຄືນໃຫ້ເຈົ້າຂອງຊັບ.