ໃນໄລຍະນີ້, ສະພາບການເກີດອັກຄີໄພໄຟໄໝ້ເຮືອນ ທີ່ຢູ່ອາໄສຂອງປະຊາຊົນ ໃນຂອບເຂດທົ່ວປະເທດ ເຫັນວ່າເກີດຂຶ້ນເລື້ອຍໆ ສ້າງຄວາມເສຍຫາຍຈໍານວນຫຼວງຫຼາຍ, ສ່ວນສາເຫດມາຈາກໄຟຟ້າລັດວົງຈອນ ກໍຄືຄົນເຮົາຂາດສະຕິ ແລະ ຂາດຄວາມຮັບຜິດຊອບໃນການໃຊ້ໄຟຟ້າ ເປັນຕົ້ນແມ່ນການດັງໄຟແຕ່ງຢູ່ຄົວກິນ. ສະນັ້ນ, ທຸກຄັ້ງທີ່ໃຊ້ໄຟ ເຮົາຕ້ອງມີສະຕິຢູ່ສະເໝີ ເພື່ອຊ່ວຍປ້ອງກັນອັກຄີໄພ.

ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄຟ ໃຫ້ຮູ້ວ່າ: ໃນໄລຍະເດືອນຕຸລານີ້, ທົ່ວປະເທດ ມີອັກຄີໄຟເກີດຂຶ້ນ 21 ຄັ້ງ ( ຍັງບໍ່ລວມໄໝ້ເຮືອນປະຊາຊົນແຂວງຫົວພັນ 28 ຫຼັງ ແລະ ຕະຫຼາດປາກຊັນ) ເຮັດໃຫ້ມີຜົນເສຍ ຫາຍຕໍ່ຊັບສິນຂອງປະຊາຊົນ ຄື: ເຮືອນ 19 ຫຼັງ, ຖືກໄຟລວກ 1 ຫຼັງ, ເຮືອນຄົວ 1 ຫຼັງ, ໂຮງງານຖືກລວກ 1 ຫຼັງ, ໂຮງອົບຢາງພາລາ 1 ຫຼັງ, ໂຮງເລື່ອຍ 1 ຫຼັງ, ອາຄານສະຕູດີໂອ 1 ຫຼັງ, ຮ້ານບັນເທີງ 1 ຫຼັງ, ໂຮງປູກເຫັດ 1 ຫຼັງ, ປ່າຫຍ້າ 5 ຮັກຕາ ແລະ ໄມ້ແປຮູບຈໍານວນໜຶ່ງ ມູນຄ່າເສຍຫາຍ 5.398.630.000 ກີບ. ສາເຫດຂອງການເກີດອັກຄີໄພສ່ວນຫຼາຍ ແມ່ນໄຟຟ້າລັດວົງຈອນ 6 ຄັ້ງ, ຍັງຢູ່ໃນການສືບສວນ-ສອບສວນ 6 ຄັ້ງ, ປະໝາດເລີນເລີ 9 ຄັ້ງ ( ໄຕ້ທູບທຽນບູຊາ 4 ຄັ້ງ, ດັງໄຟແຕ່ງກິນ 2 ຄັ້ງ, ຈູດຂີ້ເຫຍື້ອລາມໃສ່ 2 ຄັ້ງ, ໃຊ້ໄຟເກີນຂອບ ເຂດ 1 ຄັ້ງ ເກີດຂຶ້ນຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 7 ຄັ້ງ.

ເຫດການໄຟໄໝ້ທີ່ຮ້າຍແຮງແມ່ນເກີດຂຶ້ນ ໃນເວລາ 16:30 ໂມງ ຂອງວັນທີ 22 ຕຸລາ 2019 ຢູ່ບ້ານສົ້ນຂົວ ເມືອງຫົວເມືອງ ແຂວງຫົວພັນ ມີເຮືອນປະຊາຊົນຖືກໄຟໄໝ້ ຈໍານວນ 28 ຫຼັງ. ໃນນີ້, ເຮືອນໄຟໄໝ້ 100% ມີ 23 ຫຼັງ, ໄໝ້ເສຍຫາຍເລັກໜ້ອຍ 4 ຫຼັງ, ໄໝ້ເລົ້າເຂົ້າ 1 ຫຼັງ ມີປະຊາຊົນພາຍໃນບ້ານໄດ້ຮັບຜົນກະທົບ 154 ຄົນ ຍິງ 73 ຄົນ ລວມມູນຄ່າຜົນເສຍຫາຍປະມານ 1.078.379. 000 ກີບ. ສ່ວນສາເຫດເຈົ້າໜ້າທີ່ກໍາລັງດໍາເນີນການສືບສວນ-ສອບສວນ.

ຕໍ່ກັບການສະກັດກັ້ນອັກຄີໄພ ເຖິງວ່າ ເຈົ້າໜ້າທີ່ເອົາໃຈໃສ່ໂຄສະນາເຜີຍແຜ່ກ່ຽວກັບວິທີການປ້ອງກັນອັກຄີໄພ ໃນຂອບເຂດທົ່ວປະເທດຢ່າງຕໍ່ເນື່ອງກໍຕາມ ແຕ່ສັງຄົມບໍ່ໃຫ້ການຮ່ວມມືໄດ້ດີເທົ່າທີ່ຄວນ ໂດຍສະເພາະ ນະ ຄອນຫຼວງວຽງຈັນ ຍ້ອນສະຕິກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພຍັງບໍ່ສູງ ແລະ ຈໍານວນພົນກໍຫຼາຍ ຈຶ່ງມີອັກຄີໄພເກີດຂຶ້ນຫຼາຍກວ່າແຂວງອື່ນ. ພ້ອມກັນນັ້ນ, ຍັງພົບຄວາມຫຍຸ້ງຍາກຫຼາຍຢ່າງ ເຊັ່ນ: ພາຫະນະຮັບໃຊ້, ພະນັກງານມອດໄຟບໍ່ພຽງພໍກັບຄວາມຕ້ອງການ, ແຫຼ່ງນ້ຳໃຊ້ມອດໄຟມີໜ້ອຍ ເຮັດໃຫ້ການໄປເອົານ້ຳເຂົ້າໄປມອດໄຟ ເວລາເກີດອັກຄີໄພບາງຄັ້ງຊັກຊ້າ. ນອກນີ້, ການເດີນທາງໄປຫາຈຸດເກີດເຫດບາງຄັ້ງຍັງຊັກຊ້າ ໂດຍ ສະເພາະໃນໂມງເຂົ້າການ-ເລີກການ ຍ້ອນການສັນຈອນແອອັດ ຈົນບາງຄັ້ງເກີດຫາງສຽງວິພາກວິຈານຈາກສັງ ຄົມ ບໍ່ເຂົ້າໃຈໃນສະພາບການຕົວຈິງທີ່ເກີດຂຶ້ນ.

ຢ່າງໃດກໍຕາມ, ເພື່ອປ້ອງກັນບໍ່ໃຫ້ອັກຄີໄພເກີດຂຶ້ນ. ກ່ອນອື່ນໝົດຕ້ອງປົກປັກຮັກສາໄຟ ແລະ ຄໍານຶງຢູ່ສະເໝີວ່າ: ໄຟເຖິງວ່າຈະມີປະໂຫຍດໃຫ້ແກ່ການໃຊ້ຊີວິດປະຈໍາວັນຫຼາຍ ແຕ່ກໍ່ມີໂທດຢ່າງຮ້າຍແຮງເຊັ່ນກັນ. ສະນັ້ນ, ກ່ອນຈະໄປໃສ-ມາໃສ ກໍຄວນມີການກວດກາຟືນໄຟໃນເຮືອນຊານໃຫ້ລະອຽດຮອບຄອບ. ການດັງໄຟເພື່ອໃຊ້ປະໂຫຍດຕ່າງໆຈາກມັນ ເວລາໝົດຄວາມຕ້ອງການແລ້ວກໍຄວນມອດ. ເພາະຖ້າມັນເກີດອັກຄີໄພຂຶ້ນມາແລ້ວ ມັນບໍ່ພຽງເສຍຫາຍບ່ອນມັນເກີດເທົ່ານັ້ນ ມັນສາມາດແຜ່ລາມໄປບ່ອນອື່ນ ມີຜົນສະທ້ອນກັບຜູ້ຢູ່ໃກ້ ເພາະຢູ່ຕາມຕົວເມືອງບ້ານເຮົາ ການຈັດສັນລະບຽບໃນການຕັ້ງເຮືອນຍັງບໍ່ທັນເຂັ້ມງວດ, ເຮັດໃຫ້ເຮືອນຢູ່ບາງບ່ອນ ບາງບ້ານບໍ່ເປັນລະບຽບ ອັນເປັນສາເຫດໃຫ້ລົດມອດໄຟເຂົ້າໄດ້ຍາກ. ອີກຢ່າງໜຶ່ງ, ລະບົບມອດໄຟຍັງກໍຍັງບໍ່ທັນສະໄໝ. ສະນັ້ນ, ເຮົາກັນໄວ້ກ່ອນ.

ແນວໃດກໍຕາມ, ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ນັບທັງຊາວຕ່າງຊາດທີ່ມາອາໄສໃນລາວທຸກຄົນ ເພີ່ມສະຕິລະວັງໃນການ ຊົມໃຊ້ໄຟແຕ່ລະຊະນິດໃຫ້ເຂັ້ມງວດກວ່າເກົ່າ, ຖືເອົາວຽກງານຕ້ານ ແລະ ສະກັດກັ້ນອັກ ຄີໄພເປັນສິ່ງສຳຄັນ, ຄວນມີອຸປະກອນມອດໄຟປະຈຳຢູ່ແຕ່ລະເຮືອນ, ເອົາໃຈໃສ່ກວດກາສາຍໄຟຟ້າ,ພົບເຫັນສາຍໄຟ ຫຼື ເຄື່ອງໃຊ້ໄຟຟ້າເປ່ເພ, ບໍ່ຮັບປະກັນຕ້ອງປ່ຽນໃໝ່. ອີກວິທີໜຶ່ງ ທຸກ ຄັ້ງທີ່ໃຊ້ຟືນໄຟ, ເຄື່ອງໃຊ້ໄຟຟ້າສຳເລັດແລ້ວ ຫຼື ກ່ອນອອກຈາກເຮືອນ, ບ່ອນເຮັດວຽກ, ບ່ອນຄ້າ-ຂາຍ ຕ້ອງກວດກາຖອດປັກສຽບ ແລະ ມອດໄຟຟ້າໃຫ້ລະອຽດ; ການໄຕ້ທູບທຽນບູຊາ ຕ້ອງຕິດຕາມ ຫຼື ມອດກ່ອນ ເພື່ອຮັບປະກັນຄວາມປອດໄພ.