ກະຊວງພາຍໃນ ໄດ້ຈັດພິທີມອບ-ຮັບອາຄານຫຼັງໃໝ່ ຂຶ້ນໃນວັນທີ 28 ຕຸລາ 2019 ໂດຍການໃຫ້ກຽດເຊັນບົດບັນທຶກມອບ-ຮັບອາຄານຫຼັງໃໝ່ ລະຫວ່າງ ທ່ານ ນາງ ສຸດສະດີ ລືໄຊ ປະທານ ບໍລິສັດ ວິສາຫະກິດ ສ່ວນບຸກຄົນ ລືໄຊ ກໍ່ສ້າງ ( ເປັນຜູ້ກ່າວມອບ ) ແລະ ທ່ານ ຄໍາມູນ ວິພົງໄຊ ຮອງລັດຖະມົນຕີ ກະຊວງພາຍໃນ ຫົວໜ້າຄະນະຮັບຜິດຊອບໂຄງການກໍ່ສ້າງ ( ເປັນຜູ້ກ່າວຮັບ ), ໂດຍມີ ທ່ານ ຄໍາໝັ້ນ ສູນວິເລີດ ລັດຖະມົນຕີ ກະຊວງພາຍໃນ, ບັນດາທ່ານຮອງລັດຖະມົນຕີ, ປະທານບໍລິສັດ ບົວຄໍາ ສໍາຫຼວດ-ອອກແບບ ແລະ ທີ່ປຶກສາ, ບັນດາຄະນະຫ້ອງການ, ບັນດາຄະນະກົມສະຖາບັນ ແລະ ສູນ ພ້ອມດ້ວຍພະນັກງານ-ວິຊາການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ຄໍາມູນ ວິພົງໄຊ ກ່າວວ່າ:

ອາຄານສໍານັກງານຫຼັງໃໝ່ຂອງ ກະຊວງພາຍໃນນີ້ ເປັນສັນຍາລັກແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງຂອງວຽກງານຂະແໜງພາຍໃນ ໂດຍໄດ້ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ, ຄວາມເອົາໃຈໃສ່ໃນການຊີ້ນໍາ-ນໍາພາ ຢ່າງໃກ້ຊິດຕິດແທດຂອງພັກ ແລະ ລັດຖະບານ ໃນການສືບຕໍ່ປັບປຸງກໍ່ສ້າງພື້ນຖານໂຄງລ່າງອັນຈໍາເປັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ຄະນະພັກ-ຄະນະນໍາ ຕະຫຼອດຮອດພະນັກງານ-ລັດຖະກອນ ຂະແໜງພາຍໃນທົ່ວປະເທດ.

ພ້ອມກັນນີ້, ຄະນະພັກ-ຄະນະນໍາ, ບັນດາກົມ, ຫ້ອງການ, ສະຖາບັນ, ສູນ ແລະ ພະນັກງານ-ລັດຖະກອນທຸກຄົນ ຕ້ອງໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ ໃນການປົກປັກຮັກສາ ແລະ ນໍາໃຊ້ອາຄານຫຼັງໃໝ່ນີ້ ໃຫ້ດີທີ່ສຸດ, ໃຫ້ຖືວ່າ ເປັນບ້ານເຮືອນຂອງພະນັກງານ-ລັດຖະກອນທຸກຄົນ ມີພັນທະໃນການປົກປັກຮັກສາຄວາມສະຫງົບ, ຄວາມປອດໄພ, ອະນາໄມ, ຮູ້ປະຢັດນໍ້າ-ໄຟ ຕາມລະບຽບການຄຸ້ມຄອງນໍາໃຊ້ ອາຄານສະຖານທີ່ເຮັດວຽກໃຫ້ດີ ແລະ ນໍາໃຊ້ໄດ້ຍາວນານ.

ໂຄງການກໍ່ສ້າງອາຄານຫຼັງໃໝ່ ກະຊວງພາຍໃນ ເລີ່ມລົງມືກໍ່ສ້າງ ມາແຕ່ທ້າຍປີ 2017 ຮອດກາງປີ 2019 ການກໍ່ສ້າງຈຶ່ງສໍາເລັດ, ອາຄານຫຼັງດັ່ງກ່າວ ເປັນອາຄານເບຕົງເສີມເຫຼັກ ປະກອບມີ 5 ຊັ້ນ, ມີຂະໜາດ 17×41 ແມັດ, ຊັ້ນ 1 ຫາຊັ້ນ 4 ເປັນຫ້ອງເຮັດວຽກ ແລະ ຊັ້ນ 5 ເປັນຫ້ອງປະຊຸມ ເຊິ່ງໄດ້ປະກອບເຟີນິເຈີຄົບຊຸດ ໃສ່ແຕ່ລະຫ້ອງ ໂດຍແມ່ນໂຄງການລົງທຶນ ແລະ ນໍາໃຊ້ງົບປະມານຂອງລັດຖະບານ ຮ້ອຍສ່ວນຮ້ອຍເຂົ້າໃນການກໍ່ສ້າງ ໃນມູນຄ່າທັງໝົດ 29.284.000.000 ກີບ.