ໃນ 5 ປີຕໍ່ໜ້າ, ຄະນະໜ່ວຍພັກຮາກຖານ ກົມນະໂຍບາຍ ກົມໃຫຍ່ການເມືອງ ກະຊວງ ປກສ ຈະຍົກສູງວຽກງານນະໂຍບາຍ ແລະ ສະຫວັດດີການສັງຄົມ, ນະໂຍບາຍແຂ່ງຂັນ-ຍ້ອງຍໍ ແລະ ປະກັນສັງຄົມຕໍ່ ກຳລັງ ປກສ ກໍຄື ພະນັກງານ-ນັກຮົບ ໂດຍຊີ້ນຳ-ນຳພາໃຫ້ສະມາຊິກພັກ ແລະ ພະນັກງານ-ນັກຮົບ ເອົາໃຈໃສ່ຄົ້ນຄວ້າ ການປະຕິບັດນະໂຍບາຍຕໍ່ ພະນັກງານບໍານານ, ພະນັກງານເສຍອົງຄະ ແລະ ພະນັກງານເຈັບເປັນ, ເສຍຊີວິດ, ຄົ້ນຄວ້າ ແລະ ນໍາສະເໜີປະຕິບັດນະໂຍບາຍຍ້ອງຍໍ ໃຫ້ກັບຜູ້ທີ່ມີຜົນງານເດັ່ນ ແລະ ປະຕິບັດນະໂຍບາຍເງິນອຸດໜູນຕ່າງໆ ໃຫ້ຖືກຕ້ອງຕາມລະບຽບການ.

ສະຫາຍ ພັອ ນາງ ຈັນເດືອນ ເທພະວົງ ເລຂາໜ່ວຍພັກຮາກຖານ ຫົວໜ້າກົມນະໂຍບາຍ

ສະຫາຍ ພັອ ນາງ ຈັນເດືອນ ເທພະວົງ ເລຂາໜ່ວຍພັກຮາກຖານ ຫົວໜ້າກົມນະໂຍບາຍ ໄດ້ຍົກໃຫ້ເຫັນໃນກອງປະຊຸມໃຫຍ່ ຄັ້ງທີ VII ຂອງ ໜ່ວຍພັກຮາກຖານ ກົມນະໂຍບາຍ ກົມໃຫຍ່ການເມືອງ ປກສ, ເຂົ້າຮ່ວມໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຄະນະປະຈໍາພັກກົມໃຫຍ່ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໃນວັນທີ 28 ຕຸລາ 2019 ວ່າ:

ຄະນະໜ່ວຍພັກຮາກຖານ ກົມນະໂຍບາຍ ຈະສືບຕໍ່ຄົ້ນຄວ້າ ການປະຕິບັດນະໂຍບາຍຕໍ່ ພະນັກງານບໍານານ, ພະນັກງານເສຍອົງຄະ ແລະ ພະນັກງານ-ນັກຮົບຜູ້ເຈັບເປັນ, ເສຍຊີວິດ ຕາມແນວທາງນະໂຍບາຍຂອງພັກ-ລັດ ທີ່ວາງອອກໃນແຕ່ລະໄລຍະ, ເກັບກໍາສະຖິຕິ ແລະ ຄົ້ນຄວ້າປະຫວັດພະນັກງານ ຜູ້ທີ່ຮອດອາຍຸກະສຽນອອກພັກການຮັບບໍານານ ໃນກຳລັງ ປກສ.

ນອກຈາກນີ້, ກໍຕ້ອງສືບຕໍ່ຄົ້ນຄວ້າສ້າງນິຕິກຳ, ຂໍ້ກຳນົດ, ກົດລະບຽບ ໃນການປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ ໃຫ້ສອດຄ່ອງແຕ່ລະໄລຍະ; ສືບຕໍ່ຄົ້ນຄວ້າສ້າງບົດແນະນໍາມາດຖານເງື່ອນໄຂ ແລະ ແຈ້ງການຕ່າງໆ ເພື່ອກະກຽມຍ້ອງຍໍບຸກຄົນ ແລະ ກົມກອງລວມໝູ່ ໃນໂອກາດ ວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60 ປີ; ສືບຕໍ່ອອກບັດປະກັນສຸຂະພາບໃຫ້ນາຍ ແລະ ພົນຕໍາຫຼວດ ໃນກຳລັງ ປກສ ໃນຂອບເຂດທົ່ວປະເທດ; ສືບຕໍ່ປະຕິບັດນະໂຍບາຍເງິນອຸດໜູນຕ່າງໆ ຕາມການສະເໜີຂອງກົມກອງ ແລະ ທ້ອງຖິ່ນ ໃຫ້ຖືກຕ້ອງຕາມລະບຽບການ; ຄົ້ນຄວ້າປັບປຸງສ້າງບັນດານິຕິກຳຕ່າງໆ ທີ່ຍັງບໍ່ທັນສອດຄ່ອງ ເພື່ອເປັນບ່ອນອີງໃນການຄຸ້ມຄອງເງິນກອງທຶນປະກັນສັງຄົມ ໃຫ້ຖືກຕ້ອງຕາມລະບຽບຫຼັກການ.

ໃນໄລຍະ 3 ປີຜ່ານມາ, ຄະນະໜ່ວຍພັກຮາກຖານ ກົມນະໂຍບາຍ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນ ຢ່າງເຂັ້ມງວດ ເປັນຕົ້ນແມ່ນ ໄດ້ຫັນສິດນໍາໃຊ້ທີ່ດິນຂອງລັດ ມາເປັນກຳມະສິດສ່ວນຕົວ 57 ຕອນ, ຄົ້ນຄວ້ານໍາສະເໜີ ຜູ້ທີ່ມີເງື່ອນໄຂພັກການຮັບເບ້ຍບໍານານ 1.089 ສະຫາຍ ຍິງ 208 ສະຫາຍ, ເບິ່ງແຍງ ພະນັກງານບໍານານເຈັບເປັນ ແລະ ເສຍຊີວິດ 45 ທ່ານ, ໄດ້ຈ່າຍຫຼຽນໄຊ ແລະ ຫຼຽນກາຕ່າງໆ 31.951 ໜ່ວຍ, ຄົ້ນຄວ້າສະເໜີຂັ້ນເທິງຍ້ອງຍໍ ໃຫ້ພາກສ່ວນຕ່າງໆທີ່ໄດ້ຊຸກຍູ້ອຸປະຖຳເຂົ້າໃນວຽກງານ ປກສ ໃນວັນສໍາຄັນຂອງພັກຂອງຊາດ 456 ຮ້ານ ແລະ 18.383 ທ່ານ.

ໃນກອງປະຊຸມ, ສະມາຊິກພັກສົມບູນ ຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາ ຄະນະໜ່ວຍພັກ ຊຸດໃໝ່ ມີຜູ້ລົງສະໝັກ 5 ສະຫາຍ ເລືອກເອົາໄດ້ 3 ສະຫາຍ ຄື: ສະຫາຍ ພັອ ນາງ ຈັນເດືອນ ເທພະວົງ ເປັນເລຂາ, ສະຫາຍ ພັທ ສີຍາ ຫຼ້າຍານີ ເປັນຮອງເລຂາ ແລະ ສະຫາຍ ພັທ ເຄນ ທິດາວົງ ເປັນກໍາມະການກວດກາພັກ.