ຕະຫຼອດໄລຍະຜ່ານມາ, ວຽກງານວິຊາສະເພາະຂອງ ກອງວາລະສານ ໄດ້ຮັບການພັດທະນາມີບາດກ້າວຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນນະພາບ, ຮັກສາໄດ້ບົດບາດສຳຄັນ ວຽກງານການເມືອງ-ແນວຄິດ ຂອງ ກຳລັງປ້ອງກັນຄວາມສະຫງົບ ປະກອບສ່ວນໂຄສະນາເຜີຍແຜ່ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໃຫ້ມີປະສິດທິພາບສູງ.

ກອງປະຊຸມໃຫຍ່ ຄັ້ງທີ I ຂອງ ໜ່ວຍພັກ ກອງບັນນາທິການ ວາລະສານ ຄະນະບັນນາທິການຂ່າວສານ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 24 ຕຸລາ 2019 ເປັນປະທານໂດຍ ພັທ ສາຄອນ ແກ້ວປະເສີດ ຄະນະພັກຮາກຖານ ເລຂາໜ່ວຍພັກ ຫົວໜ້າກອງບັນນາທິການວາລະສານ, ມີ ພັທ ອຳພອນ ດວງປະສົງ ຄະນະພັກຮາກຖານ ຮອງຫົວໜ້າຄະນະບັນນາທິການຂ່າວສານ ປກສ, ມີ ຄະນະພັກ-ຄະນະບັນຊາ, ແຂກຮັບເຊີນ ແລະ ສະມາຊິກພັກ ເຂົ້າຮ່ວມ.

ພັທ ສາຄອນ ແກ້ວປະເສີດ ກ່າວວ່າ:

ໃນໄລຍະ 3 ປີ, ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ວຽກງານວິຊາສະເພາະ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ເຊິ່ງມີຜົນງານອັນພົ້ນເດັ່ນ ຄື:

  • ສາມາດຜະລິດວາລະສານ ອອກແຈກຢາຍໃຫ້ ກຳລັງ ປກສ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ຈຳນວນ 36.000 ກວ່າສະບັບ
  • ໄດ້ຈັດບົດ, ກວດແກ້ບົດ 444 ບົດ ແລະ ຈັດພິມບົດລົງໜ້າວາລະສານຕົວຈິງ 402 ບົດ
  • ບົດທີ່ຈັດລົງໃນວາລະສານ ປກສ ໃນແຕ່ລະສະບັບ ຈະມີບົດລັກສະນະທິດສະດີການເມືອງ ກວມ 25%
  • ບົດທິດສະດີ ແລະ ພຶດຕິກຳຂອງ ກຳລັງປ້ອງກັນຄວາມສະຫງົບ ກວມ 60%
  • ບົດຜົນງານການເຄື່ອນໄຫວຂອງ ບັນດາກົມກອງອ້ອມຂ້າງ ກະຊວງ ປກສ ແລະ ທ້ອງຖິ່ນ ກວມ 15% ເຊິ່ງລວມແລ້ວ ຂຽນບົດໄດ້ 144 ບົດ

ທິດທາງແຜນການໃນຕໍ່ໜ້າ, ຈະສືບຕໍ່ເອົາໃຈໃສ່ໃນການກວດກາ, ຕິດຕາມການປະຕິບັດໜ້າທີ່ວຽກງານວິຊາສະເພາະ ຜະລິດວາລະສານ ປກສ ໃຫ້ມີຄຸນນະພາບ, ເນື້ອໃນອຸດົມສົມບູນ, ຖືກຕ້ອງຊັດເຈນ, ແຫຼມຄົມ, ມີທັງທິດສະດີ ແລະ ພຶດຕິກຳຕົວຈິງ.

ບ່ອນບັດເລືອກເອົາ ຄະນະໜ່ວຍພັກ ຊຸດໃໝ່

ພ້ອມນັ້ນ, ກໍເອົາໃຈໃສ່ກວດແກ້ບົດ, ພິມ-ຈັດໜ້າບົດວາລະສານ, ຕົບແຕ່ງຮູບພາບປະກອບໃຫ້ສວຍງາມ, ດຶງດູດຜູ້ອ່ານ ແລະ ໃຫ້ມີຄວາມວ່ອງໄວຂຶ້ນກວ່າເກົ່າ, ເກັບກຳຂໍ້ມູນຜົນງານການເຄື່ອນໄຫວຂອງພາກສ່ວນຕ່າງໆ ແລະ ຂອງກຳລັງ ປກສ, ຂຽນບົດ-ຂ່າວລົງໜ້າວາລະສານ ໃຫ້ຄົບຖ້ວນ, ສືບຕໍ່ປະສານສົມ ທົບໃນການນຳເອົາບົດຂອງ ຄະນະພັກ-ຄະນະບັນຊາ, ຂອງນັກສຶກສາ-ນັກຄົ້ນຄວ້າ ແລະ ພາກສ່ວນອື່ນໆ ມາລົງວາລະສານ ປກສ ໃຫ້ຖືກຕ້ອງ ແລະ ທັນກັບສະພາບການ.

ໃນກອງປະຊຸມ ຍັງໄດ້ບ່ອນບັດເລືອກເອົາ ຄະນະໜ່ວຍພັກ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ 3 ສະຫາຍ ເລືອກເອົາ 2 ສະຫາຍ ແລະ ເຫັນດີເປັນເອກະພາບເລືອກເອົາ ພັທ ສາຄອນ ແກ້ວປະເສີດ ເປັນເລຂາ ແລະ ພັຕ ແສງເພັດ ສະໄໝໄຊຍະສິດ ເປັນຮອງເລຂາ.