ໃນລະຫວ່າງວັນທີ 26 ກັນຍາ – 21 ຕຸລາ 2019 ( 26 ວັນ ) ທົ່ວປະເທດ ມີສະພາບອັກຄີໄພ ເກີດຂຶ້ນ ທັງ ໝົດ 21 ຄັ້ງ ທຽບໃສ່ເດືອນກັນຍາ ເພີ່ມຂຶ້ນ 11 ຄັ້ງ. ໃນນີ້, ເກີດຂຶ້ນຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງວຽງຈັນ ກວມເອົາ 7 ຄັ້ງ ລວມມີຜົນເສຍຫາຍ 5,3 ຕື້ກວ່າກີບ. ສາເຫດຂອງການເກີດອັກຄີໄພ ແມ່ນເກີດຈາກໄຕ້ທູບ ທຽນບູຊາ, ດັງໄຟແຕ່ງກິນ, ຈູດຂີ້ເຫຍື້ອລາມໃສ່ ແລະ ໄຟຟ້າລັດວົງຈອນ.

ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ລາຍງານຕໍ່ໜັງສືພິມຄວາມສະຫງົບ ໃນວັນທີ 28 ຕຸລາ ນີ້ວ່າ: ນັບແຕ່ວັນທີ 26 ກັນຍາ 21 ຕຸລາ 2019 ສະພາບການເກີດອັກຄີໄພ ໃນທົ່ວປະເທດ ທັງໝົດ 21 ຄັ້ງ ທຽບໃສ່ໄລຍະດຽວກັນຂອງເດືອນກັນຍາ ແມ່ນເພີ່ມຂຶ້ນ 11 ຄັ້ງ. ໃນນີ້, ໄໝ້ເຮືອນ 19 ຫຼັງ, ໂຮງເລື່ອຍອົບຢາງພາລາ 1 ຫຼັງ, ໂຮງເລື່ອຍ 1 ຫຼັງ ອາຄານສະຕູດີໂອ 1 ຫຼັງ, ຮ້ານບັນເທີງ 1 ຫຼັງ, ໂຮງປູກເຫັດ 1 ຫຼັງ, ປ່າຫຍ້າ 5 ຮັກຕາ ແລະ ໄມ້ແປຮູບຈໍານວນໜຶ່ງ ມູນຄ່າເສຍຫາຍ 5.398.630. 000 ກີບ.

ສາເຫດຂອງການເກີດອັກຄີໄພມີ, ໄຟຟ້າລັດວົງຈອນ 6 ຄັ້ງ, ຍັງຢູ່ຂັ້ນຕອນການສືບສວນ-ສອບສວນ 6 ຄັ້ງ, ປະໝາດເລິນເລີ 9 ຄັ້ງ ເຊັ່ນ: ໄຕ້ທູບທຽນບູຊາ 4 ຄັ້ງ, ດັງໄຟແຕ່ງກິນ 2 ຄັ້ງ, ຈູດຂີ້ເຫຍື້ອລາມໃສ່ 2 ຄັ້ງ, ໃຊ້ໄຟເກີນຂອບເຂດ 1 ຄັ້ງ. ສ່ວນອັກຄີໄພທີ່ເກີດຂຶ້ນຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ ມີ 7 ຄັ້ງ. ໃນນີ້, ໃນວັນ ທີ 1 ຕຸລານີ້ ເວລາປະມານ 16:30 ໂມງ ໄຟໄໝ້ເຮືອນຂອງທ້າວ ສະເໜີ ອາຍຸ 49 ປີ ຢູ່ບ້ານໂພເງິນ ເມືອງຫາດ ຊາຍຟອງ ຜົນເສຍຫາຍເຮືອນ 1 ຫຼັງ ມູນຄ່າເສຍຫາຍ 90 ລ້ານກີບ ສາເຫດແມ່ນໄຟຟ້າລັດວົງຈອນ.

ໃນວັນທີ 2 ຕຸລາ, ເວລາປະມານ 13:30 ໂມງ ໄຟໄໝ້ກອງໄມ້ແປຮູບຂອງ ທ້າວ ສົມນະລັດ ອາຍຸ 57 ປີ ຢູ່ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ. ຜົນເສຍຫາຍໄມ້ແປຮູບຈໍານວນໜຶ່ງ, ໂຮງປູກເຫັດ ແລະ ເຮືອນຄົວ 1 ຫຼັງ ມູນຄ່າເສຍຫາຍ 400 ລ້ານ ກວ່າກີບ. ສາເຫດເລິນເລີຂາດສະຕິຈູດຂີ້ເຫຍື້ອລາມໃສ່ ແລະ ໃນວັນທີ 9 ຕຸລາ ເວລາປະມານ 16 ໂມງ ໄຟໄໝ້ເຮືອນ ນາງ ຈໍາປາ ອາຍຸ 45 ປີ ຢູ່ບ້ານໜອງສະມານ ເມືອງປາກຊັນ ແຂວງບໍລິຄໍາໄຊ ເຮັດໃຫ້ ໄຟໄໝ້ລາມໃສ່ເຮືອນອ້ອມຂ້າງ 2 ຫຼັງ ຜົນເສຍຫາຍ ມີເຮືອນ 3 ຫຼັງ ມູນຄ່າເສຍຫາຍ 138 ລ້ານກີບ ສາເຫດແມ່ນເກີດຈາກໄຟຟ້າລັດວົງຈອນ.