ໃນວັນທີ 23 ຕຸລາ 2019 ຜ່ານມານີ້, ກອງບັນຊາການ ປກສ ເມືອງ-ແຂວງຜົ້ງສາລີ ໄດ້ຈັດພິທີທໍາລາຍອາວຸດ ລ່າເນື້ອ ປະເພດປືນ 1.000 ກວ່າກະບອກ ແລະອື່ນໆອີກຈໍານວນໜຶ່ງ, ມີ ທ່ານ ທອງສຸກ ເປົາສຸລີ ເຈົ້າເມືອງໆ ຜົ້ງສາລີ ພ້ອມດ້ວຍ ພັທ ສີວົງໄຊ ວິໄລໄຟ ຮອງຫົວໜ້າກອງບັນຊາການ ປກສ ເເຂວງ ແລະ ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງ-ປກສ ເມືອງ ເຂົ້າຮ່ວມ.

ພັທ ສີວົງໄຊ ວິໄລໄຟ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ຜູ້ຊີ້ນຳພະແນກຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກ່າວວ່າ: 1 ປີຜ່ານມາ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຄໍາສັ່ງ 07/ຈຂ.ຜລ ວ່າດ້ວຍການເພີ່ມທະວີຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມພາຍໃນເມືອງ ຕາມກົດໝາຍ ແລະ ນິຕິກໍາວາງອອກ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນການກວ້າງຂວາງເຂົ້າໃນທຸກຂົງເຂດວຽກງານ ແຕ່ສໍານັກງານອົງການລົງຮອດຮາກຖານບ້ານ ແລະ ກຸ່ມບ້ານໃນຂອບເຂດທົ່ວເມືອງ ໂດຍຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ເມືອງຜົ້ງສາລີ ໄດ້ສົມທົບກັບສໍານັກງານ-ອົງການໜ່ວຍປ້ອງກັນຕົວ ແລະ ກຸ່ມບ້ານ ເກັບກຳບັນຊີອາວຸດເສິກ.

ຜ່ານການກວດກາໃນ 8 ກຸ່ມບ້ານ ຂຶ້ນກັບເທດສະບານເມືອງ ໃນ 12 ບ້ານ ໃນໜຶ່ງປີທີ່ຜ່ານມາ, ສາມາດທ້ອນໂຮມບັນດາອາວຸດລ່າເນື້ອ ປະເພດປືນແກັບ ຈໍານວນ 789 ກະ ບອກ, ປືນດັດແປງ ຈໍານວນ 729 ກະ ບອກ, ເຄື່ອງຊ໋ອດປາ 22 ເຄື່ອງ ແລະ ໝໍ້ໄຟ 17 ເຄື່ອງ. ໃນຕໍ່ໜ້າ, ຍັງຈະສືບຕໍ່ກວດກາອາວຸດເສິກທີ່ກອງບັນຊາການ ປກຊ-ປກສ ປະກອບໃຫ້ກໍາລັງກອງຫຼອນ, ປກສ ບ້ານ, ໜ່ວຍປ້ອງກັນສໍານັກງານ-ອົງການ, ໜ່ວຍປ້ອງກັນຕົວໃນທົ່ວເມືອງ ນຳໃຊ້ຖືກຕ້ອງຕາມເປົ້າໝາຍ, ກວດກາ ແລະ ຢຸດເຊົາການຄຸ້ມຄອງອາວຸດລ່າເນື້ອທີ່ໄດ້ເຊັນກັນ ລະຫວ່າງອໍານາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ມີຄວາມຮັດກຸມຂຶ້ນກວ່າເກົ່າ ເພື່ອເຮັດໃຫ້ເມືອງຜົ້ງສາລີ ມີຄວາມເປັນ ລະບຽບຮຽບຮ້ອຍໃນສັງຄົມ. ຈາກນັ້ນ, ແຕ່ລະພາກສ່ວນໄດ້ພ້ອມກັນທໍາລາຍອາ ວຸດລ່າເນື້ອຢ່າງເປັນທາງການ.