ກອງປະຊຸມໃຫຍ່ ຄັ້ງທີ VII ໜ່ວຍພັກຮາກຖານ ກົມຕໍາຫຼວດຈະລາຈອນ

0
2235
ສະຫາຍ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ຕໍາຫຼວດ

ກອງປະຊຸມໃຫຍ່ ຄັ້ງທີ VII ໜ່ວຍພັກຮາກຖານ ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄຂຂຶ້ນໃນວັນທີ 1 ພະຈິກ 2019 ເປັນປະທານໂດຍ ສະຫາຍ ພັອ ກົງສີ ສຸວັນນະຕຸ້ມ ເລຂາໜ່ວຍພັກຮາກຖານ ຫົວໜ້າກົມຕໍາຫຼວດຈະລາຈອນ, ເຂົ້າຮ່ວມໂດຍ ສະຫາຍ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ຕໍາຫຼວດ, ມີແຂກຮັບເຊີນ, ສະມາຊິກພັກສົມບູນ-ສໍາຮອງ ພາຍໃນໜ່ວຍພັກຮາກຖານ ເຂົ້າຮ່ວມ.

ສະຫາຍ ພັທ ຄໍາເຫຼັກ ໄຊຍະສິດ ຮອງເລຂາໜ່ວຍພັກຮາກຖານ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ວ່າ:

ພັທ ຄໍາເຫຼັກ ໄຊຍະສິດ ຮອງເລຂາໜ່ວຍພັກຮາກຖານ ຮອງຫົວໜ້າກົມຕຳຫຼວດຈະລາຈອນ

ໃນ 5 ປີຜ່ານມາ, ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ເປັນສໍາຄັນ ແລະ ຕໍ່ເນື່ອງ ເຮັດໃຫ້ສະມາຊິກມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ສາມາດປະຕິບັດໜ້າທີ່ວິຊາສະເພາະ ໄດ້ຢ່າງມີຜົນສຳເລັດ ສະແດງອອກຄື:

ກອງປະຊຸມໃຫຍ່ ຄັ້ງທີ VII ໜ່ວຍພັກຮາກຖານ ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ

ນຳພາຈັດລະບຽບປ້ອງກັນ ແລະ ເປີດທາງ ໃຫ້ແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມ, ງານມິດຕິ່ງຕ່າງໆ ລວມທັງໝົດ 1.002 ຄັ້ງ ສາມາດຮັບປະກັນຄວາມປອດໄພໄດ້ 100%, ນຳພາຈັດຕັ້ງກໍາລັງ ລົງກວດກາການຂົນສົ່ງຢູ່ຕາມເສັ້ນທາງຫຼວງແຫ່ງຊາດ ເພື່ອປ້ອງກັນ ແລະ ສະກັດກັ້ນການເກີດອຸບັດຕິເຫດ ແລະ ການກໍ່ອາຊະຍາກຳທາງຖະໜົນ ໄດ້ຈໍານວນຫຼວງຫຼາຍ, ພົບເຫັນຜູ້ລະເມີດກົດລະບຽບຈະລາຈອນ 7.010 ຄົນ ຍິງ 2.575 ຄົນ, ສາມາດກັກລົດຈັກທີ່ຄົນຮ້າຍລັກໄປໄດ້ 4 ຄັນ, ກັກລົດບໍ່ມີເອກະສານໄດ້ 3 ຄັນ ແລະ ສາມາດຢຶດຫີນໄຟ ( ວັດຖຸຕ້ອງຫ້າມ ) ໄດ້ 95 ກິໂລກຼາມ.

ນອກນີ້, ຍັງໄດ້ນຳພາດຳເນີນແກ້ໄຂຄະດີອຸບັດຕິເຫດ ທີ່ມີຄຳຮ້ອງຟ້ອງ, ນຳພາໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ, ນຳພາຄຸ້ມຄອງຂຶ້ນປ້າຍຖະບຽນຍານພາຫະນະ ແລະ ຜະລິດປ້າຍ, ນຳພາເຄື່ອນໄຫວຝຶກອົບຮົມວຽກງານວິຊາສະເພາະ, ຊຸກຍູ້, ແນະນຳ, ກວດກາການປະຕິບັດໜ້າທີ່ຂອງ ຕໍາຫຼວດທ້ອງຖິ່ນ.

ການປ່ອນບັດເລືອກຕັ້ງເອົາ ຄະນະໜ່ວຍພັກຊຸດໃໝ່

ໃນກອງປະຊຸມ ຍັງໄດ້ມີການປ່ອນບັດເລືອກຕັ້ງເອົາ ຄະນະໜ່ວຍພັກຊຸດໃໝ່ ຈາກຜູ້ລົງສະໝັກເລືອກຕັ້ງ 7 ສະຫາຍ ເລືອກເອົາ 5 ສະຫາຍ; ຜ່ານການປ່ອນບັດ ເລືອກໄດ້ ສະຫາຍ ພັອ ກົງສີ ສຸວັນນະຕຸ້ມ ເປັນເລຂາໜ່ວຍພັກ, ສະຫາຍ ພັທ ຄຳເຫຼັກ ໄຊຍະສິດ ເປັນຮອງເລຂາໜ່ວຍພັກ, ສະຫາຍ ພັທ ຄຳສອນ ສີດາວົງ ເປັນປະທານກວດກາ, ສ່ວນອີກ 2 ສະຫາຍ ເປັນຄະນະ ເພື່ອສືບຕໍ່ນຳພາສະມາຊິກພັກ ປະຕິບັດໜ້າທີ່ວິຊາສະເພາະຢ່າງມີຜົນສຳເລັດ ເປັນຕົ້ນແມ່ນ ນຳພາປ້ອງກັນ ແລະ ສະກັດກັ້ນອຸບັດຕິເຫດຕາມທ້ອງຖະໜົນ ໃຫ້ຫຼຸດໜ້ອຍຖອຍລົງ ໂດຍລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ໃຫ້ທົ່ວເຖິງທຸກຊັ້ນຄົນ ແລະ ລົງກວດກາການສັນຈອນ ເພື່ອໃຊ້ມາດຕະການຕໍ່ນັກຂັບຂີ່ທີ່ລະເມີດກົດລະບຽບຕ່າງໆ ເພື່ອເຮັດໃຫ້ນັກຂັບຂີ່ຫຼາບຈຳ ແລະ ບໍ່ກັບຄືນມາລະເມີດອີກໃນຄັ້ງຕໍ່ໆໄປ ແນໃສ່ເຮັດໃຫ້ອຸບັດຕິເຫດຕາມທ້ອງຖະໜົນ ຫຼຸດລົງ.