ທ່ານ ເຄອິໂຊະ ທາເຄວະກະ ( Mr Keizo Takewaka ) ເອກອັກຄະຣາຊະທູດຍີ່ປຸ່ນ ຜູ້ໃໝ່ ປະຈໍາ ສປປ ລາວ ພ້ອມຄະນະ ເຂົ້າຂໍ່ານັບ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ປກສ ພ້ອມຄະນະ ໃນວັນທີ 6 ພະຈິກ 2019 ເນື່ອງໃນໂອກາດທີ່ທ່ານມາດຳລົງຕໍາແໜ່ງເປັນ ເອກອັກຄະຣາຊະທູດຍີ່ປຸ່ນ ຜູ້ໃໝ່ ປະຈໍາ ສປປ ລາວ.

ທ່ານ ເຄອິໂຊະ ທາເຄວະກະ ໄດ້ລາຍງານສາຍພົວພັນຮ່ວມມືຂອງສອງປະເທດ ລາວ-ຍີ່ປຸ່ນ ໃນໄລຍະຜ່ານມາ ວ່າ:

ການນໍາທັງ 2 ປະເທດ ໄດ້ມີການຜັດປ່ຽນກັນພົບປະຢ້ຽມຢາມເຊິ່ງກັນແລະກັນ, ລັດຖະບານຍີ່ປຸ່ນ ຍັງໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ທາງດ້ານໂຄງລ່າງພື້ນຖານ, ດ້ານການສຶກສາ, ປັດຈຸບັນນີ້ ມີນັກລົງທຶນຍີ່ປຸ່ນ ຈໍານວນຫຼາຍມາລົງທຶນຢູ່ ສປປ ລາວ.

ສໍາລັບການຊ່ວຍເຫຼືອ ກະຊວງ ປກສ ແມ່ນໄດ້ໃຫ້ການຊ່ວຍເຫຼືອຕ້ານການກໍ່ການຮ້າຍ, ດ້ານອຸປະກອນວັດຖຸກວດຄົນເຂົ້າ-ອອກເມືອງ, ເຕັກນິກອຸປະກອນຮັບໃຊ້ວຽກງານຮັກສາຄວາມສະຫງົບຈໍານວນໜຶ່ງ, ໄດ້ຝຶກອົບຮົມບຸກຄະລາກອນດ້ານວຽກງານວິຊາສະເພາະ ແລະ ຝຶກອົບຮົມວຽກງານຕ້ານຢາເສບຕິດ ໃຫ້ພະນັກງານ-ນັກຮົບ ກະຊວງ ປກສ.

ເນື່ອງໃນໂອກາດທີ່ທ່ານມາດໍາລົງຕໍາແໜ່ງເປັນ ເອກອັກຄະຣາຊະທູດຍີ່ປຸ່ນ ຜູ້ໃໝ່ ປະຈໍາ ສປປ ລາວ ທ່ານກໍຍິນດີທີ່ຈະສືບຕໍ່ເປັນຜູ້ປະສານງານເພີ່ມທະວີສາຍພົວພັນຮ່ວມມື 2 ປະເທດ ລາວ-ຍີ່ປຸ່ນ ເວົ້າລວມ, ເວົ້າສະເພາະກໍແມ່ນ ສາຍພົວພັນຮ່ວມມືຂອງ ກຳລັງປ້ອງກັນຄວາມສະຫງົບ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.     

ທ່ານລັດຖະມົນຕີ ກະຊວງ ປກສ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ຕໍ່ທ່ານເອກອັກຄະຣາຊະທູດຍີ່ປຸ່ນ ຜູ້ໃໝ່ ປະຈໍາ ສປປ ລາວ ທີ່ໄດ້ເຂົ້າຂໍ່ານັບໃນຄັ້ງນີ້ ພ້ອມທັງກ່າວຂອບໃຈຕໍ່ ພັກ-ລັດຖະບານຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ເວົ້າລວມ, ເວົ້າສະເພາະກໍແມ່ນ ໃຫ້ການຊ່ວຍເຫຼືອ ກໍາລັງ ປກສ ໃນໄລຍະຜ່ານມາ ແລະ ອວຍພອນໄຊໃຫ້ ທ່ານເອກອັກຄະຣາຊະທູດຍີ່ປຸ່ນ ຜູ້ໃໝ່ ປະຈໍາ ສປປ ລາວ ຈົ່ງສືບຕໍ່ປະສານງານລະຫວ່າງ ກໍາລັງ ປກສ ລາວ-ຍີ່ປຸ່ນ ໃນການເພີ່ມທະວີສາຍພົວພັນຮ່ວມມື, ແລກປ່ຽນບົດຮຽນ ທາງດ້ານວຽກງານຕ້ານການກໍ່ອາຊະຍາກໍາ, ການກໍ່ການຮ້າຍ ແລະ ວຽກງານຮັກສາຄວາມສະຫງົບ-ປອດໄພຂອງສອງປະເທດ ລາວ-ຍີ່ປຸ່ນ ໃຫ້ສູງຂຶ້ນ ພ້ອມທັງໃຫ້ທ່ານປະຕິບັດວຽກງານການທູດຢູ່ ສປປ ລາວ ໃຫ້ມີຜົນສໍາເລັດຈົບງາມ.