ໄລຍະຜ່ານມາ, ທົ່ວແຂວງໄຊຍະບູລີ ຍັງມີນັກຂັບຂີ່ຈໍານວນໜຶ່ງລະເມີດກົດລະບຽບຈະລາຈອນ ແລ້ວພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນຕາມມາ, ສະແດງອອກໃນ 5 ປີຜ່ານມາ, ມີອຸບັດຕິເຫດເກີດຂຶ້ນ 599 ຄັ້ງ, ພາຫະ ນະເປ່ເພທັງໝົດ 1.020ຄັນ; ຄົນໄດ້ຮັບບາດເຈັບ 1.001 ຄົນ ແລະ ມີຜູ້ເສຍ ຊີວິດ 200 ກວ່າຄົນ.

ພັທ ປານ ບຸນປອນ
ພັທ ປານ ບຸນປອນ

ພັທ ປານ ບຸນປອນ ຫົວໜ້າພະແນກຕຳຫຼວດຈະລາຈອນ ແລະ ສະກັດ ກັ້ນຕ້ານອັກຄີໄພ ກອງບັນຊາການ ປກສ ແຂວງໄຊຍະບູລີ ໃຫ້ຮູ້ວ່າ:

ໃນໄລຍະ 5 ປີຜ່ານມາ, ຄະນະພະແນກພວກເຮົາ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ກຳລັງວິຊາສະເພາະລົງໂຄສະນາເຜີຍແຜ່ລະບຽບການສັນຈອນ ໃຫ້ບັນດາຊັ້ນຄົນຕ່າງໆ ຢູ່ໂຮງຮຽນ, ກຸ່ມບ້ານເປົ້າໝາຍ ແລະ ບັນດາສໍານັກງານ-ອົງການໃນຂອບເຂດ ທົ່ວແຂວງ ໄດ້ 640 ຄັ້ງ, ມີຈໍານວນພົນເຂົ້າຮ່ວມ 39.000 ກວ່າເທື່ອຄົນ, ສ່ວນອຸບັດຕິເຫດເກີດຂຶ້ນ 599 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 439 ຄັນ, ເປ່ເພສົມຄວນ 490 ຄັນ ແລະ ໃຊ້ການບໍ່ 91 ຄັນ; ຄົນໄດ້ຮັບບາດເຈັບເລັກ ໜ້ອຍ 400 ຄົນ, ບາດເຈັບສົມຄວນ 390 ຄົນ, ບາດເຈັບສາຫັດ 211 ຄົນ ແລະ ເສຍຊີວິດທັງໝົດ 242 ຄົນ ລວມມູນຄ່າຄວາມເສຍຫາຍທັງໝົດ 13.162.810.000 ກີບ; ນອກນີ້, ຍັງໄດ້ກວດກາຄຸ້ມຄອງບັນດາປ້າຍລົດບໍ່ ຖືກຕ້ອງຕາມລະບຽບຫຼັກການ ຕິດພັນກັບການບໍລິການຕິດປ້າຍລົດ, ພ້ອມທັງປະສານສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງຂຶ້ນແຜນຜະລິດປ້າຍ ເພື່ອໃຫ້ທ່ວງທັນກັບເວລາ ແລະ ໄດ້ສົມທົບພະແນກ ຍທຂ ສອບເສັງໃບຂັບຂີ່ໃຫ້ນັກຂັບຂີ່ໄດ້ເປັນປົກກະຕິ; ລົງປະຈໍາປ້ອມ1.389 ຄັ້ງ, ພົບເຫັນຜູ້ລ່ວງລະ ເມີດທັງໝົດ 2.280 ຄົນ ຍິງ 509 ຄົນ, ໃນນີ້, ສຶກສາອົບຮົມໄດ້ 953 ຄົນ, ຂຽນໃບກ່າວເຕືອນ 510 ຄົນ, ຂຽນໃບສັ່ງ 410 ຄົນ.

5 ປີ ແຂວງໄຊຍະບູລີ ເສຍຊີວິດຈາກອຸບັດຕິເຫດ 200 ກວ່າຄົນ
5 ປີ ແຂວງໄຊຍະບູລີ ເສຍຊີວິດຈາກອຸບັດຕິເຫດ 200 ກວ່າຄົນ

ນອກຈາກນີ້, ຍັງໄດ້ລົງໂຄສະນາວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພຢູ່ ໂຮງຮຽນ ແລະ ກຸ່ມບ້ານໄດ້ 26 ແຫ່ງ ມີຜູ້ເຂົ້າຮ່ວມທັງໝົດ 13.500 ກວ່າ ເທື່ອຄົນ ຝຶກອົບຮົມວຽກງານສະກັດກັ້ນ-ຕ້ານອັກຄີໄພໃຫ້ບັນດາສຳນັກງານ -ອົງການ ແລະ ຫົວໜ່ວຍທຸລະກິດພາຍໃນເທດສະບານເມືອງໄຊຍະບູລີ ໄດ້ 17 ຄັ້ງ ມີນັກສຳມະນາກອນມາຈາກບັນດາສຳນັກງານ-ອົງການ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ 336 ຄົນ.