ມອບ-ຮັບ ໂຄງການທົດລອງນໍາໃຊ້ພະລັງງານແສງຕາເວັນ ຜະລິດໄຟຟ້າໃສ່ບ່ອນຈອດລົດ

0
1426

ພິທີມອບ-ຮັບ ໂຄງການທົດລອງນໍາໃຊ້ພະລັງງານແສງຕາເວັນ ຜະລິດໄຟຟ້າໃສ່ບ່ອນຈອດລົດ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 7 ພະຈິກ, ໂດຍການເຂົ້າຮ່ວມຂອງ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີ ທ່ານ ໝ່າ ໝິນຊຽງ ຫົວໜ້າສະພາບັນດິດເຕັກນິກຂ່າວສານ ແລະ ວິທະຍາສາດ ແຂວງຢຸນນານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ໄມຕີ ວົງຄໍາຊາວ ຫົວໜ້າສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ( ສພວ ) ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວວ່າ:

ທ່ານ ນາງ ໄມຕີ ວົງຄໍາຊາວ ຫົວໜ້າສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່

ເຄື່ອງອຸປະກອນ ລະບົບພະລັງງານແສງຕາເວັນ ໄດ້ຕິດຕັ້ງໃສ່ຫຼັງຄາບ່ອນຈອດລົດຂອງ ສພວ ເຊິ່ງເປັນຈຸດສາທິດທົດລອງທີ່ໄດ້ກໍານົດໄວ້ໃນເບື້ອງຕົ້ນ. ລະບົບດັ່ງກ່າວ ແມ່ນນໍາໃຊ້ພະລັງງານແສງຕາເວັນ ຂະໜາດ 270 ວັດ ລວມທັງໝົດ 120 ແຜ່ນ ແລະ ໄດ້ແບ່ງອອກເປັນ 6 ກຸ່ມ ( ກຸ່ມລະ 20 ແຜ່ນ ) ດ້ວຍລະບົບຕໍ່ລຽນ, ກໍາລັງຜະລິດໄຟຟ້າສູງສຸດ 32.400 ກິໂລວັດ ລວມມູນຄ່າ 423.286.250 ກີບ.

ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ພ້ອມດຽວກັນນັ້ນ, ລະບົບດັ່ງກ່າວ ຍັງໄດ້ເຊື່ອມຕໍ່ເຂົ້າກັບ ລະບົບຕິດຕັ້ງຕາຂ່າຍ ຂອງ ສພວ ເຊິ່ງເຫັນວ່າ: ສາມາດຜະລິດໄຟຟ້າດ້ວຍລະບົບໄຟຟ້າ 3 ເຟສ, ສາມາດປ້ອນເຂົ້າຕາຂ່າຍ ຕາມຄວາມສາມາດການຜະລິດໄຟຟ້າ ແລະ ປະລິມານຂອງແສງແດດ ໃນແຕ່ລະມື້.

ນອກນັ້ນ, ທາງຝ່າຍ ສປ ຈີນ ຍັງຈະສະໜອງງົບປະມານອີກຈໍານວນໜຶ່ງ ໃຫ້ຝ່າຍ ສປປ ລາວ ໃນການອອກແບບເນື້້ອໃນປ້າຍໂຄງການຮ່ວມມື ສຶກສາຄົ້ນຄວ້າສາທິດການທົດລອງ ລະບົບພະລັງງານແສງຕາເວັນ ໃສ່ຫຼັງຄາບ່ອນຈອດລົດຂອງ ສພວ ຈໍານວນ 2 ປ້າຍ ຕື່ມອີກ.

ໃນພິທີເຊັນບົດບັນທຶກ ມອບ-ຮັບໂຄງການ ແລະ ເປີດແຜ່ນປ້າຍດັ່ງກ່າວ ມີຕາງໜ້າຝ່າຍລາວແມ່ນ ທ່ານ ນາງ ໄມຕີ ວົງຄໍາຊາວ ແລະ ຝ່າຍຈີນແມ່ນ ທ່ານ ໝ່າ ໝິນຊຽງ.