ກອງປະຊຸມປຸກລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງ ແລະ ທາບທາມຢັ່ງຫາງສຽງ ບຸກຄະລາກອນ ຄະນະພັກ ວຕປ ສະໄໝທີ II ຮອບທີ I ຈັດຂຶ້ນໃນວັນທີ 8 ພະຈິກ 2019, ເປັນປະທານໂດຍ ພົຈວ ປອ ບຸນຊູ ນາມມະຈັກ ເລຂາຄະນະພັກ ອໍານວຍການ ວຕປ, ໂດຍມີ ຄະນະພັກ, ແຂກຮັບເຊີນ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມ.

ພັທ ພຽນສີ ແສງຄໍາຢອງ ຮອງເລຂາໜ່ວຍພັກຮາກຖານກົມພັກ ກະຊວງ ປກສ ໄດ້ຜ່ານມາດຖານ, ເງື່ອນໄຂຜູ້ຈະລົງສະໝັກເປັນ ຄະນະພັກຊຸດໃໝ່ ແມ່ນຕ້ອງມີມາດຖານທາງດ້ານຄຸນທາດການເມືອງ, ຢຶດໝັ້ນຕໍ່ອຸດົມການ ສັງຄົມນິຍົມ, ມີທັດສະນະການເມືອງ ໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ລະບອບປະຊາທິປະໄຕ ປະຊາຊົນ ຢ່າງໜັກແໜ້ນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ. 

ພົຈວ ປອ ບຸນຊູ ນາມມະຈັກ ເລຂາຄະນະພັກ ອໍານວຍການ ວຕປ

ດ້ານຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດຳລົງຊີວິດ ຕ້ອງມີນໍ້າໃຈເສຍສະລະເພື່ອຊາດ, ເພື່ອປະຊາຊົນ, ສຸມສະຕິປັນຍາ ແລະ ກຳລັງວັງຊາຂອງຕົນ ເພື່ອຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໃຈ, ດຳລົງຊີວິດດ້ວຍຄວາມບໍລິສຸດສັດຊື່, ປອດໃສ, ດຸໝັ່ນ, ອົດທົນ, ປະຢັດ, ມີຄວາມສຸພາບຮຽບຮ້ອຍ ແລະ ເຮັດແທ້ທໍາຈິງ, ບຸກບືນຄົ້ນຄວ້າຮໍ່າຮຽນພັດທະນາຕົນເອງ, ເປັນເຈົ້າການສະກັດກັ້ນຕ້ານພະຍາດອາດຍາສິດເອກະຊົນ, ຕ້ານທຸກພຶດຕິກຳທີ່ເປັນການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຕ່າງໆ ພາຍໃນພັກ ແລະ ທົ່ວສັງຄົມ.

ດ້ານຄວາມຮູ້-ຄວາມສາມາດ ຕ້ອງມີຄວາມຮູ້ພື້ນຖານກ່ຽວກັບ ລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ກຳແໜ້ນແນວທາງແຜນນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ມີລະດັບວິຊາສະເພາະໃດໜຶ່ງ, ມີລະດັບຄວາມຮູ້ທາງດ້ານກົດໝາຍ ທີ່ສົມຄູ່ກັບໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ມີຄວາມຮູ້ພາສາຕ່າງປະເທດ, ສາມາດນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ການສື່ສານທີ່ຈໍາເປັນ.

ດ້ານແບບແຜນການນໍາພາ ແລະ ແບບແຜນວິທີເຮັດວຽກ ຕ້ອງຢຶດໝັ້ນ ແລະ ປະຕິບັດຖືກຕ້ອງແບບແຜນເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕ, ປຶກສາຫາລືຕົກລົງເປັນໝູ່ຄະນະ, ສຽງສ່ວນໜ້ອຍ ຂຶ້ນກັບ ສຽງສ່ວນຫຼາຍ ພ້ອມທັງມີການຊຸກຍູ້, ຕິດຕາມ, ກວດກາ, ສະຫຼຸບຕີລາຄາ, ຖອດຖອນບົດຮຽນ ແລະ ສ່ອງແສງລາຍງານເປັນປົກກະຕິ.

ດ້ານສຸຂະພາບ ຕ້ອງມີສຸຂະພາບແຂງແຮງ, ສາມາດປະຕິບັດໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້ ສໍາເລັດເປັນຢ່າງດີ.

ສໍາລັບເງື່ອນໄຂຜູ້ຈະລົງສະໝັກເປັນ ຄະນະພັກຊຸດໃໝ່ ຕ້ອງແມ່ນສະມາຊິກ ພັກປະຊາຊົນ ປະຕິວັດລາວ ແລະ ເປັນສະມາຊິກພັກສົມບູນ ທີ່ມີອາຍຸພັກແຕ່ 7 ປີຂຶ້ນໄປ, ໄດ້ເປັນ ຄະນະພັກໃດໜຶ່ງ ຢ່າງໜ້ອຍ 1 ສະໄໝຂຶ້ນໄປ, ຄະນະບໍລິຫານງານພັກ ຜູ້ເກົ່າທີ່ສືບຕໍ່ສະໝັກ ຕ້ອງມີອາຍຸກະສຽນບໍ່ເກີນ 60 ປີ, ຜູ້ສະໝັກໃໝ່ ຕ້ອງມີອາຍຸກະສຽນບໍ່ເກີນ 55 ປີ, ລະດັບການສຶກສາ ມັດທະຍົມຕອນປາຍ, ມີລະດັບວິຊາສະເພາະ ແລະ ມີລະດັບທິດສະດີການເມືອງ ຊັ້ນສູງຂຶ້ນໄປ.

ການທາບທາມຢັ່ງຫາງສຽງ ບຸກຄະລາກອນ ຄະນະພັກ ວຕປ ສະໄໝທີ II ຮອບ I ມີ ຄະນະພັກ ຊຸດປັດຈຸບັນ 8 ສະຫາຍ ແລະ ມີເປົ້າໝາຍຜູ້ທີ່ມີມາດຖານ, ເງື່ອນໄຂລົງສະໝັກໃໝ່ 5 ສະຫາຍ.