ໃນລະຫວ່າງວັນທີ 29-30 ຕຸລາ 2019, ໜ່ວຍພັກຮາກຖານ ຫ້ອງ 504 ແລະ ໜ່ວຍພັກຖານ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງອັດຕະປື ໄດ້ຈັດກອງປະຊຸມໃຫຍ່ (ກອງປະຊຸມໃຫຍ່ 2 ໜ່ວຍພັກ) ຂອງຕົນຂຶ້ນຢ່າງເປັນທາງການ ເຂົ້າຮ່ວມໂດຍ ສະຫາຍ ພັອ ສີເວີນ ແກ້ວສີວົງສາ ເລຂາຄະນະພັກ ຮັກສາການ ຫົວໜ້າກອງບັນຊາການ ປກສ ແຂວງ, ມີເລຂາ-ຮອງເລຂາໜ່ວຍພັກຮາກຖານ, ອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມ.

ສະຫາຍ ພັອ ສີເວີນ ແກ້ວສີວົງສາ ເຂົ້າຮ່ວມ ກອງປະຊຸມໃຫຍ່ 2 ໜ່ວຍພັກ ປກສ ແຂວງອັດຕະປື
ສະຫາຍ ພັອ ສີເວີນ ແກ້ວສີວົງສາ ເຂົ້າຮ່ວມ ກອງປະຊຸມໃຫຍ່ 2 ໜ່ວຍພັກ ປກສ ແຂວງອັດຕະປື

ໃນວາລະຂອງກອງປະຊຸມ, ທັງ 2 ໜ່ວຍພັກຮາກຖານ ໄດ້ຂຶ້ນຜ່ານບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຂອງໜ່ວຍພັກຕົນ ທັງ 2 ພາກຄື:

ພາກທີ 1 ແມ່ນໄດ້ສະຫຼຸບຕີລາຄາຜົນສຳເລັດໃນການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ໃນໄລຍະ 5 ປີຜ່ານມາ; ເຊິ່ງປະກອບມີດ້ານດີຜົນງານ ແລະ ດ້ານອ່ອນທີ່ຍັງຄົງຄ້າງໃນແຕ່ລະຂົງເຂດວຽກງານທີ່ຕົນຮັບຜິດຊອບ ເປັນຕົ້ນ: ວຽກງານການເມືອງນຳພາແນວຄິດ, ວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ, ວຽກງານຂະຫຍາຍພັກ, ວຽກງານວິຊາສະເພາະ, ວຽກງານອົງການຈັດຕັ້ງມະຫາຊົນ ແລະ ວຽກງານອື່ນໆ.

ສໍາລັບພາກທີ 2 ແມ່ນໄດ້ລາຍງານກ່ຽວກັບທິດທາງແຜນການ ແລະ ວຽກງານຈຸດສຸມໃນ 5 ປີຕໍ່ໜ້າ ເຊິ່ງທັງ 2 ໜ່ວຍພັກ ແມ່ນຈະໄດ້ສືບຕໍ່ເຮັດວຽກງານການເມືອງ-ນຳພາແນວຄິດເປັນກົກ, ຍົກສູງຄຸນທາດການເມືອງ ແລະ ຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ, ປັບປຸງການຈັດຕັ້ງ ແລະ ແບບແຜນການຊີ້ນຳ-ນຳພາໃຫ້ເຂັ້ມແຂງ, ສາມາດປະຕິບັດທຸກໜ້າທີ່ການເມືອງຂອງຕົນ ຢ່າງມີປະສິດທິຜົນສູງ, ເປັນກຳລັງປະກອບອາວຸດທີ່ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ.

ຄະນະໜ່ວຍພັກຮາກຖານ ຫ້ອງ 504 ປກສ ແຂວງອັດຕະປື ຊຸດໃໝ່
ຄະນະໜ່ວຍພັກຮາກຖານ ຫ້ອງ 504 ປກສ ແຂວງອັດຕະປື ຊຸດໃໝ່

ຈາກນັ້ນ, ຜູ້ແທນກອງປະຊຸມໃຫຍ່ ຍັງໄດ້ໃຊ້ສິດປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ຂອງ 2 ໜ່ວຍພັກ ເຊິ່ງແຕ່ລະໜ່ວຍພັກ ມີຜູ້ສະໝັກທັງໝົດ 5 ສະຫາຍ, ໃນນັ້ນ ເລືອກເອົາ 3 ສະຫາຍ, ຜົນການ ປ່ອນບັດເລືອກຕັ້ງຂອງໜ່ວຍພັກຮາກຖານຫ້ອງ 504 ເລືອກໄດ້ສະຫາຍ ພັທ ແກ້ວເຊິນ ຮັກສາພົນ ເປັນເລຂາ, ສະຫາຍ ພັທ ລັບແກ້ວ ພົມປິດາ ເປັນຮອງເລຂາ ແລະ ສະຫາຍ ພັທ ວິໄລສັກ ແກ້ວມຸກດາ ເປັນກໍາມະການກວດ ກາ; ຜົນການເລືອກຕັ້ງຂອງໜ່ວຍພັກຮາກຖານຄ້າຍຄຸມຂັງ-ດັດສ້າງ ເລືອກໄດ້ສະຫາຍ ພັທ ກິຕັນ ຟອງສຸວັນ ເປັນເລຂາ, ສະຫາຍ ພັຕ ວົງປະເສີດ ສຸດດາວົງ ເປັນຮອງເລຂາ ແລະ ສະຫາຍ ພັທ ວິໄຊ ແກ້ວມະນີ ເປັນກໍາ ມະການກວດກາ.

ຄະນະໜ່ວຍພັກຮາກຖານ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງອັດຕະປື ຊຸດໃໝ່
ຄະນະໜ່ວຍພັກຮາກຖານ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງອັດຕະປື ຊຸດໃໝ່

ຫຼັງຈາກນັ້ນ, ທັງ 2 ໜ່ວຍພັກຮາກຖານ ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ຜູ້ແທນສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຂອງຄະນະພັກກອງບັນຊາການ ປກສ ແຂວງອັດຕະປື ທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້ຢ່າງມີຄວາມຮັບຜິດຊອບສູງ.