ປກສ ເມືອງບຸນເໜືອ ທໍາລາຍອາວຸດລ່າເນື້ອ 500 ກວ່າກະບອກ

0
1135

ໃນອາທິດຜ່ານມາ, ກອງບັນຊາການ ປກສ ເມືອງບຸນເໜືອ ແຂວງຜົ້ງສາລີ ໄດ້ຈັດພິທີທໍາລາຍອາວຸດລ່າເນື້ອ 500 ກວ່າກະບອກ, ໂດຍມີ ທ່ານ ພອນໄຊ ແກ້ວສົມພັນ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆບຸນເໜືອ, ມີ ພັທ ຍິນວັນນະສຸກ ບຸດຕະນະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຕົວແທນ ຈາກພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງກອງບັນຊາການ ປກສ ເມືອງບຸນເໜືອ ແຂວງຜົ້ງສາລີ ເຂົ້າຮ່ວມ.

ຕະຫຼອດໄລຍະ 1 ປີທີ່ຜ່ານມາ, ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ເມືອງບຸນເໜືອ ໄດ້ເອົາໃຈໃສ່ ຫັນພະນັກງານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກໍ່ສ້າງຮາກການເມືອງຢູ່ບັນດາກຸ່ມບ້ານ ແລະ ບ້ານ ທີ່ຂຶ້ນກັບເມືອງບຸນເໜືອ ດ້ວຍການລົງເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ແລະ ຈັດຕັ້ງເຜີຍແຜ່, ເຊື່ອມ ຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາເອກະສານນິຕິກໍາ, ມະຕິ, ຄໍາສັ່ງຂອງຂັ້ນເທິງໃຫ້ພໍ່-ແມ່ປະຊາຊົນບັນດາເຜົ່າ ສາມາດຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ເຮັດໃຫ້ພໍ່-ແມ່ປະຊາຊົນມີຄວາມຕື່ນຕົວເຂົ້າຮ່ວມທຸກຂະບວນການຕ້ານປະກົດການຫຍໍ້ທໍ້ໃນສັງຄົມ; ພ້ອມນີ້, ຍັງໄດ້ຕື່ນຕົວສົ່ງມອບອາວຸດລ່າເນື້ອໃຫ້ແກ່ເຈົ້າໜ້າທີ່ ປກສ ກຸ່ມບ້ານ, ປກສ ບໍລິການປະຊາຊົນ ແລະ ອໍານາດ ການປົກຄອງບ້ານໃນທົ່ວເມືອງບຸນເໜືອ.

ນອກນັ້ນ, ປກສ ເມືອງບຸນເໜືອ ຍັງສາມາດທ້ອນໂຮມອາວຸດລ່າເນື້ອຈາກພໍ່-ແມ່ປະຊາຊົນພາຍໃນ 5 ກຸ່ມບ້ານ ທົ່ວເມືອງບຸນເໜືອ ໄດ້ຈໍານວນ 290 ກະບອກ ແລະ ເຈົ້າໜ້າທີ່ ປກສ ແຂວງຜົ້ງສາລີ ກໍໄດ້ມີການປະສານສົມ ທົບກັບ ປກສ ເມືອງບຸນເໜືອ ລົງເຜີຍແຜ່ນິຕິກໍາທີ່ກ່ຽວພັນເຖິງການທ້ອນໂຮມອາວຸດລ່າເນື້ອ, ທາດແຕກ, ທາດລະເບີດ ແລະອື່ນໆ ທີ່ລະເມີດຕໍ່ກົດໝາຍ ໂດຍເລີ່ມຈາກກຸ່ມບ້ານງາຍເໜືອ ເມືອງບຸນເໜືອ, ຜ່ານການ ຈັດຕັ້ງປະຕິບັດ ສາມາດທ້ອນໂຮມ ອາວຸດລ່າເນື້ອ ແລະ ອາວຸດດັດແປງໄດ້ ຈໍານວນ 223 ກະບອກ, ໝໍ້ໄຟຟ້າຊ໋ອດປາ ຈໍານວນ 1 ເຄື່ອງ ແລະ ພ້ອມທັງຈັດພິທີທໍາລາຍໄດ້ສໍາເລັດ.