ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງຫຼວງນ້ຳທາ ໄດ້ລົງເຜີຍແຜ່ຜົນຮ້າຍການຄ້າມະນຸດຢູ່ບ້ານບວກຄຸ, ບ້ານຈາພູກຶນ, ບ້ານຫຍ້າໄຊໃໝ່, ບ້ານນານ້ອຍ ແລະ ບ້ານໜອງບົວ ເມືອງສິງ ແຂວງຫຼວງນ້ຳທາ. ມີ ພັຕ ສີວຽງ ສົມສີພາ ຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງຫຼວງນ້ຳທາ ພ້ອມດ້ວຍ ປກສ ເມືອງສິງ, ປກສ ກຸ່ມບ້ານ, ແລະ ຄະນະພັກຮາກຖານກຸ່ມພັດທະນາເຂດບ້ານມອມ, ບັນດາອຳນາດການປົກຄອງບ້ານ ຕະຫຼອດຮອດພໍ່-ແມ່ປະຊາຊົນ 300 ກວ່າຄົນເຂົ້າຮ່ວມ.

ພັຕ ສີວຽງ ສົມສີພາ ກ່າວວ່າ: ການເຜີຍແຜ່ຄັ້ງນີ້ຈັດຂຶ້ນເພື່ອຊຸກຍູ້ໃຫ້ປະຊາຊົນ ແຕ່ລະບ້ານເປັນເຈົ້າການ ຈັດ ຕັ້ງ ແລະ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍລັດ ໂດຍສະເພາະແມ່ນການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ທັງເປັນການໂຄສະນາປູກຈິດສຳນຶກໃຫ້ຊຸມຊົນ ຮູ້ຄວາມໝາຍຄວາມສຳຄັນ ແລະ ຄວາມເປັນອັນຕະລາຍຂອງການຄ້າມະນຸດ, ກົດໝາຍວ່າດ້ວຍການຕ້ານການຄ້າມະ ນຸດ ເລກທີ 73/ສພຊ, ລົງ ວັນທີ 17 ທັນວາ 2015 ວ່າດ້ວຍຜົນຮ້າຍຂອງການຄ້າມະນຸດດ້ວຍຫຼາຍຮູບແບບ ແລະ ໄດ້ເນັ້ນບາງບັນຫາປະກົດການຫຍໍ້ທໍ້ທີ່ມັກເກີດຂຶ້ນຢູ່ລຽບຕາມຊາຍແດນ ເຊັ່ນ: ການແຕ່ງດອງແອບແຝງ, ການເອົາລູກມາເປັນລູກລ້ຽງແອບແຝງ, ການຂູດຮີດທາງເພດ ແລະອື່ນໆ ພ້ອມທັງສາຍຮູບພາບກ່ຽວກັບການຕົກເປັນເຫຍື່ອຂອງການຄ້າມະນຸດນຳອີກ.

ພ້ອມດຽວກັນນີ້, ການໂຄສະນາດັ່ງກ່າວແມ່ນເພື່ອເຮັດໃຫ້ອຳນາດການປົກຄອງບ້ານ, ພໍ່-ແມ່ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍຂອງການຄ້າມະນຸດ ພ້ອມທັງຮຽກຮ້ອງມໃຫ້ທຸກພາກສ່ວນ ຈົ່ງເປັນເຈົ້າການເຝົ້າລະ ວັງ ແລະ ເປັນຫູ-ເປັນຕາ ຊ່ວຍເຈົ້າໜ້າທີ່ ເມື່ອເຫັນເຫດການເກີດຂຶ້ນຢູ່ໃສ, ຂົງເຂດໃດ ຈົ່ງຮີບລາຍງານຕໍ່ພາກ ສ່ວນທີ່ກ່ຽວຂ້ອງດ່ວນ ເພື່ອຈະໄດ້ພ້ອມກັນສະກັດກັ້ນໃຫ້ທັນເຫດການ ແລະ ນຳຕົວຜູ້ກະທຳຜິດມາດຳເນີນຄະດີຕາມລະບຽບກົດໝາຍ.