ໃນທ້າຍອາທິດຜ່ານມາ, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບໜ້າທີ່ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ລະຫວ່າງ ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ (ຜູ້ເກົ່າ) ແລະ ພັອ ສົມໝາຍ ພົມມະຈັນ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ (ຜູ້ໃໝ່), ໂດຍມີ ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ແຂວງ, ຄະນະຫ້ອງ, ຄະນະກອງບັນຊາການ ປກສ ເມືອງ ແລະ 1 ນະຄອນ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ (ຜູ້ເກົ່າ) ໄດ້ລາຍງານສະພາບການລວມ, ຈຸດພິເສດຂອງ ກອງບັນຊາການ ປກສ ແຂວງ, ຜົນງານການເຄື່ອນໄຫວ ໃນການຊີ້ນຳໆພາໃນບັນດາວຽກງານວິຊາສະເພາະຕ່າງໆ ເຊັ່ນ: ບັນຫາຢາເສບຕິດ, ຄ້າຂາຍເຖື່ອນ, ອຸບັດຕິເຫດຕາມທ້ອງຖະໜົນຫຼວງ, ບັນຫາເຄື່ອງຂອງກາງຄະດີ ແລະ ອຸປະກອນເຄື່ອງຮັບໃຊ້ຫ້ອງການ ປະເພດຕ່າງໆ ແລະ ດ້ານວຽກງານນຳພາການເມືອງ-ແນວຄິດ.

ຈາກນັ້ນ, ກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ຫົວໜ້າກອງບັນຊາການ ປກສ ແຂວງ (ຜູ້ເກົ່າ) ແລະ ຮັກສາການຫົວໜ້າ ປກສ ແຂວງ (ຜູ້ໃໝ່) ສືບຕໍ່ຊີ້ນຳໆ ປກສ ແຂວງສະຫວັນນະເຂດ ໃຫ້ມີຄວາມເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ.

ພິທີມອບ-ຮັບໜ້າທີ່ໃນຄັ້ງນີ້, ຈັດຂຶ້ນເພື່ອປັບປຸງ ລະບົບກົງຈັກການຈັດຕັ້ງຂອງ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງ ທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່.