ເນື້ອທີ່ນາປີ ໄດ້ຮັບຜົນກະທົບ 174.574 ເຮັກຕາ

0
1001

ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຊີ້ແຈງຕໍ່ຂໍ້ຊັກຖາມຂອງ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສະພາແຫ່ງຊາດ ຊຸດທີ VIII ຂອງ ຂະແໜງກະສິກໍາ ແລະ ປ່າໄມ້ ໃນວາລະດຳເນີນກອງປະຊຸມ ວັນທີ 13 ພະຈິກ 2019, ໂດຍມີ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ມີຄະນະປະທານ, ລັດຖະມົນຕີ ບັນດາກະຊວງ ແລະ ສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມ.

ໂດຍ ທ່ານ ລຽນ ທິແກ້ວ ໄດ້ກ່າວວ່າ

ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້

ໄພພິບັດໃນປີ 2019, ເຮັດໃຫ້ປະຊາຊົນ ແລະ ຊາວກະສິກອນ ໃນຂອບເຂດທົ່ວປະເທດ ໄດ້ຮັບຜົນກະທົບ 9 ແຂວງ, 59 ເມືອງ, ມີ 1.869 ຄອບຄົວ ເຊິ່ງມີເນື້ອທີ່ປັກດໍານາປີ 770.279 ເຮັກຕາ, ໄດ້ຮັັບຜົນກະທົບນໍ້າຖ້ວມ ປະມານ 174.574 ເຮັກຕາ, ເນື້ອທີ່ເສຍຫາຍປະມານ 105.206 ເຮັກຕາ (13,65% ຂອງເນື້ອທີ່ປັກດໍາ ທົ່ວປະເທດ), ຄາດຄະເນຜົນຜະລິດເຂົ້າ ເສຍຫາຍປະມານ 456.500 ກວ່າໂຕນ. ໃນນັ້ນ, ເສຍຫາຍໜັກກວ່າໝູ່ແມ່ນ ແຂວງສະຫວັນນະເຂດ 40.534 ເຮັກຕາ, ຮອງລົງມາແມ່ນ ແຂວງສາລະວັນ 26.477 ເຮັກຕາ, ແຂວງຈໍາປາສັກ 20.822 ເຮັກຕາ ແລະ ແຂວງຄໍາມ່ວນ 13.990 ເຮັກຕາ.

ນອກນີ້, ເນື້ອທີ່ປູກເຂົ້າໄຮ່ ກໍໄດ້ຮັບຜົນກະທົບຈາກຝົນຕົກໜັກບາງເຂດ, ໄພແຫ້ງແລ້ງ ແລະ ສັດຕູພືດທໍາລາຍ ຈໍານວນ 1.787 ເຮັກຕາ, ເນື້ອທີ່່ເສຍຫາຍ 1.200 ກວ່າເຮັກຕາ. ໃນນັ້ນ, ເສຍຫາຍຈາກໄພແຫ້ງແລ້ງ 270 ເຮັກຕາ, ດິນເຊາະເຈື່ອນ 112 ເຮັກຕາ, ສັດຕູພືດທໍາລາຍ 791 ເຮັກຕາ, ເຊິ່ງແຂວງທີ່ໄດ້ຮັບຜົນກະທົບ ແລະ ເສຍຫາຍມີ ແຂວງຫົວພັນ 848 ເຮັກຕາ, ແຂວງຫຼວງພະບາງ 270 ເຮັກຕາ.

ເນື້ອທີ່ປູກພືດ ໄດ້ຮັບຜົນກະທົບ 49.136 ເຮັກຕາ ແລະ ເສຍຫາຍ 29.061 ເຮັກຕາ. ໃນນັ້ນ, ເສຍຫາຍຈາກໄພນໍ້າຖ້ວມ 12.163 ເຮັກຕາ, ໄພແຫ້ງແລ້ງ 776 ເຮັກຕາ ແລະ ສັດຕູພືດທໍາລາຍ 16.122 ເຮັກຕາ.

ສັດລ້ຽງ ໄດ້ຮັບຜົນກະທົບ ແລະ ເສຍຫາຍທັງໝົດມີ: ງົວໄດ້ຮັບຜົນກະທົບ 91.989 ໂຕ, ຕາຍ 4.377 ໂຕ, ຄວາຍໄດ້ຮັບຜົນກະທົບ 57.685 ໂຕ, ຕາຍ 1.128 ໂຕ, ແບ້ໄດ້ຮັບຜົນກະທົບ 26.316 ໂຕ, ຕາຍ 2.096 ໂຕ, ໝູໄດ້ຮັບຜົນກະທົບ 86.556 ໂຕ, ຕາຍ 4.791 ໂຕ ແລະ ສັດປີກໄດ້ຮັບຜົນກະທົບ 791.330 ໂຕ, ຕາຍ 256.931 ໂຕ. ນອກຈາກນັ້ນ, ຍັງມີໜອງປາໄດ້ຮັບຜົນເສຍຫາຍ ທັງໝົດ 8.178 ໜອງ, ປາເສຍຫາຍ ປະມານ 32 ລ້ານກວ່າໂຕ.

ດ້ານລະບົບຊົນລະປະທານ ຖືກຜົນກະທົບ 557 ໂຄງການ, ເສຍຫາຍ 497 ໂຄງການ; ເຊິ່ງແຂວງທີ່ຖືກກະທົບຫຼາຍແມ່ນ ແຂວງສາລະວັນ ຖືກກະທົບ 118 ແຫ່ງ, ເສຍຫາຍ 113 ແຫ່ງ, ສະຫວັນນະເຂດ ກະທົບ 102 ແຫ່ງ, ເສຍຫາຍ 102 ແຫ່ງ, ຈໍາປາສັກ ຖືກກະທົບ 96 ແຫ່ງ, ເສຍຫາຍ 58 ແຫ່ງ, ຄໍາມ່ວນ ຖືກກະທົບ 52 ແຫ່ງ, ເສຍຫາຍ 35 ແຫ່ງ, ເຊກອງ 43 ແຫ່ງ, ອັດຕະປື 2 ແຫ່ງ, ອຸດົມໄຊ 9 ແຫ່ງ ແລະ ຫຼວງພະບາງ 5 ແຫ່ງ.

ຄາດໝາຍສູ້ຊົນໃນການຟື້ນຟູ ໃນສະເພາະໜ້າ ແລະ ໃນໄລຍະຕ່ໍໄປ ເພື່ອສືບຕ່ໍຮັບປະກັນ ຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ, ການຜະລິດກະສິກໍາເປັນສິນຄ້າ, ຟື້ນຟູຊີວິດການເປັນຢູ່, ຟື້ນຟູເສດຖະກິດກະສິກໍາ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ໃນຂອບເຂດທົ່ວປະເທດ ໃຫ້ຄືນສູ່ສະພາບປົກກະຕິນັ້ນ ຕ້ອງປຸກລະດົມທຸກກໍາລັງແຮງສັງລວມຂອງສັງຄົມ, ການຈັດຕັ້ງ ແລະ ທຸກພາກສ່ວນເສດຖະກິດ ໃຫ້ເປັນຂະບວນການໃນທົ່ວປະເທດ; ສູ້ຊົນຜະລິດເຂົ້າເປືອກບ່ໍຫຼຸດ 3,5 ລ້ານໂຕນ, ສຸມໃສ່ການຜະລິດເຂົ້ານາແຊງ ໃຫ້ໄດ້ 90.000 ເຮັກຕາ, ເຂົ້ານາປີ ໃຫ້ໄດ້ 750.000 ເຮັກຕາ; ສູ້ຊົນຜະລິດ ກະສິກໍາ ແລະ ປ່າໄມ້ເປັນສິນຄ້າ ເພື່ອສົ່ງອອກໃຫ້ໄດ້ຫຼາຍກວ່າ 1,2 ຕື້ໂດລາ.

ເພື່ອເປັນການຕອບສະໜອງໃຫ້ ການຜະລິດລະດູແລ້ງ 2019 ແລະ ລະດູຝົນ 2020, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະເໜີງົບປະມານ ຈໍານວນ 220,9 ຕື້ກີບ ໃນຈໍານວນ 288 ໂຄງການ ແລະ ຄວາມຕ້ອງການທີ່ຈໍາເປັນຈໍານວນໜຶ່ງ ເປັນຕົ້ນແມ່ນ ແນວພັນເຂົ້າ ແລະ ພືດ, ແນວພັນສັດ, ອຸປະກອນ, ຢາວັກຊິນ, ຢາປາບສັດຕູພືດ ແລະ ປັດໃຈອື່ນໆ ຈໍານວນ 46,7 ຕື້ ລວມທັງໝົດ 352,6 ຕື້ກີບ ເພື່ອໃຫ້ລັດຖະບານພິຈາລະນາ.