ເມືອງພຽງ ຈະລຶບລ້າງຄວາມທຸກຍາກໃຫ້ເຫຼືອໜ້ອຍກວ່າ 5% ໃນປີ 2024
ເມືອງພຽງ ຈະລຶບລ້າງຄວາມທຸກຍາກໃຫ້ເຫຼືອໜ້ອຍກວ່າ 5% ໃນປີ 2024

ແຕ່ນີ້ຮອດປີ 2024 ເມືອງພຽງ ແຂວງໄຊຍະບູລີ ຈະແກ້ໄຂຄວາມທຸກຍາກຕາມດໍາລັດ 348/ລບ, ໂດຍຈະລຶບລ້າງຄອບຄົວທຸກຍາກໃຫ້ຍັງເຫຼືອບໍ່ເກີນ 5%, ບ້ານທຸກຍາກຍັງເຫຼືອບໍ່ເກີນ 3 ບ້ານ; ພ້ອມທັງປັບປຸງບ້ານພັດທະນາທີ່ມີແລ້ວໃຫ້ບັນລຸຕາມມາດຖານໃໝ່ກວມ 80% ຂຶ້ນໄປ, ສ້າງຄອບຄົວພັດທະນາໃຫ້ໄດ້ຫຼາຍກວ່າ 93%, ສ້າງບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດອີກ 1 ບ້ານ ໃນປີ 2023, ສ້າງເມືອງພຽງໃຫ້ເປັນເມືອງເຂັ້ມແຂງຮອບດ້ານໃນປີ 2024.

ທ່ານ ສຸວັນທອງ ພູມມາວົງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆພຽງ ໄດ້ໃຫ້ຮູ້ວ່າ: ເພື່ອບັນລຸວິໄສທັດການພັດທະນາເສດຖະກິດ-ສັງຄົມຮອດປີ 2029 ທີ່ວ່າ: ສ້າງເມືອງພຽງ ໃຫ້ເປັນເມືອງຜະລິດສະບຽງອາຫານ ຕິດພັນກັບການປຸງແຕ່ງສົ່ງອອກ, ພັດທະນາການບໍລິການ ທາງຜ່ານ ແລະ ການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ; ເມືອງພຽງ ໄດ້ວາງ 6 ເປົ້າໝາຍ ເພື່ອເຮັດໃຫ້ເສດຖະກິດຂະຫຍາຍຕົວສະເລ່ຍ 9,3% ຕໍ່ປີ ແລະ ລຶບລ້າງຄອບຄົວທຸກຍາກໃຫ້ຍັງເຫຼືອບໍ່ເກີນ 5% ໃນປີ 2024 ຄື:

  • 1/ ເສດຖະກິດຂອງເມືອງເຕີບໂຕຢ່າງມີຄຸນນະພາບ, ສົມດູນ ແລະ ຍືນຍົງ.
  • 2/ ຊັບພະ ຍາກອນມະນຸດ ມີຄຸນນະພາບດີຂຶ້ນ, ມີທັງຄວາມສາມາດຄົ້ນຄວ້າ ແລະ ນໍາໃຊ້ ວິທະຍາສາດ-ເຕັກໂນໂລຊີ ແລະ ພູມ ປັນຍາ ເພື່ອສົ່ງເສີມການຜະລິດ ແລະ ການບໍລິການໃຫ້ຫຼາຍຂຶ້ນ.
  • 3/ ຊີວິດການ ເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບ.
  • 4/ ການພັດທະນາໄປຕາມທິດສີຂຽວ ແລະ ເປັນມິດກັບສິ່ງແວດລ້ອມ.
  • 5/ ການຮ່ວມມື, ເຊື່ອມໂຍງ ແລະ ເຊື່ອມຈອດພາຍໃນ, ພາກພື້ີນ ແລະ ສາກົນໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ.
  • 6/ ການຄຸ້ມຄອງບໍລິຫານລັດມີປະສິດທິ ພາບ ແລະ ສັງຄົມໄດ້ຮັບການປົກປ້ອງຢ່າງມີຄວາມສັກສິດຕາມທິດການຄຸ້ມຄອງລັດດ້ວຍກົດໝາຍ.

ນອກຈາກນີ້, ທ່ານຮອງເຈົ້າເມືອງໆພຽງ ໄດ້ໃຫ້ຮູ້ຕື່ມອີກວ່າ: ເພື່ອບັນລຸບັນດາເປົ້າໝາຍນັ້ນ ຄະນະພັກ, ອໍານາດການປົກຄອງເມືອງ ຈະຕ້ອງໄດ້ສຸມໃສ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ຄຸ້ມຄອງການນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີປະສິດທິຜົນຕາມທິດສີຂຽວ ແລະ ຍືນຍົງ; ເປີດກວ້າງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນກັບຕ່າງປະເທດ, ຍົກສູງຄຸນນະພາບການສຶກສາ, ຂະຫຍາຍໂອກາດເຂົ້າຮຽນຢ່າງຖົ່ວເຖິງ, ສ້າງ ແລະ ຍົກລະດັບສີມືແຮງງານໃນຫຼາຍສາຂາວິຊາຊີບທີ່ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານໃນຂະແໜງເສດຖະກິດ;

ຊຸກຍູ້ປະຊາຊົນນໍາໃຊ້ນະວັດຕະກໍາໃໝ່ເຂົ້າໃນການຜະລິດກະສິກໍາ, ອຸດສາຫະກໍາ, ຫັດຖະ ກໍາ ເພື່ອຍົກສະມັດຕະພາບການຜະລິດໃຫ້ສູງຂຶ້ນ, ສຸມໃສ່ພັດທະນາພື້ນຖານໂຄງລ່າງຢູ່ຊົນນະບົດ ເພື່ອເອື້ອອໍານວຍໃຫ້ແກ່ການຜະລິດ, ການຄ້າ-ການລົງທຶນ ແລະ ການບໍລິການ ເປັນຕົ້ນແມ່ນເສັ້ນທາງ, ໄຟຟ້າ, ນໍ້າປະປາ, ໂຮງຮຽນ, ໂຮງໝໍນ້ອຍໃຫ້ຖົ່ວເຖິງ, ພ້ອມທັງສືບຕໍ່ ເຜີຍແຜ່ລະບຽບ ແລະ ກົດໝາຍ ໃຫ້ນັກ ທຸລະກິດ, ຜູ້ປະກອບການ, ປະຊາຊົນບັນດາ ເຜົ່າໃຫ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງ.