ງານບຸນນະມັດສະການພຣະທາດຫຼວງ ປະຈໍາປີ 2019 ທີ່ຈັດຂຶ້ນລະຫວ່າງວັນທີ 5-11 ພະຈິກ ຜ່ານມາ, ໄດ້ສ້າງຄວາມປະທັບໃຈໃຫ້ຜູ້ທີ່ໄປທ່ຽວຊົມຈໍານວນຫຼວງຫຼາຍ ເນື່ອງຈາກພາຍໃນງານມີຫຼາຍກິດຈະກໍາໃຫ້ທ່ຽວເບິ່ງຕາມຮີດຄອງປະເພນີລາວ. ຄຽງຄູ່ກັນນີ້, ກໍປັດສະຈາກບໍ່ໄດ້ສະພາບຄວາມບໍ່ສະຫງົບພາຍໃນງານ ເຊັ່ນ: ພາຍໃນງານມີປະກົດການຫຍໍ້ທໍ້ເກີດຂຶ້ນ 4 ເລື່ອງ: ແຫກກະເປົາ 2 ເລື່ອງ, ສ້າງຄວາມເສຍຫາຍ 1.850.000 ກີບທຽບໃສ່ປີຜ່ານ ມາຫຼຸດລົງ 29 ເລື່ອງ.

ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຫົວໜ້າອະນຸກຳມະ ການປ້ອງກັນບຸນພຣະທາດຫຼວງ ໃຫ້ສຳພາດຕໍ່ໜັງສືພິມຄວາມສະຫງົບ ໃນວັນທີ 13 ພະຈິກ ນີ້ວ່າ: ງານບຸນນະ ມັດສະການພຣະທາດຫຼວງ ແລະ ງານວາງສະແດງສິນຄ້າຢູ່ລາວໄອເຕັກປີນີ້ ດ້ານວຽກງານປ້ອງກັນຄວາມສະ ຫງົບ ແມ່ນໄດ້ຈັດກໍາລັງເຂົ້າປະຈໍາການປ້ອງກັນ 2.000 ກວ່າຄົນ ເຮັດໜ້າທີ່ປ້ອງກັນທັງວົງນອກ ແລະ ວົງໃນ ຕະຫຼອດ 24 ຊົ່ວໂມງ ບັນຈຸຊັບຊ້ອນໂດຍກົງຢູ່ 9 ຈຸດໃຫຍ່, 11 ຈຸດນ້ອຍ, 7 ຈຸດປະຕູໃຫຍ່ທາງເຂົ້າວົງໃນ, 17 ດ່ານເຂົ້າ-ອອກ, ສາມແຍກ-ສີ່ແຍກ, ສະຖານທີ່ທ່ອງທ່ຽວ ແລະ ຈັດສັນຄວາມເປັນລະບຽບໃນຕົວເມືອງ, ເພື່ອຮັບປະກັນໄດ້ຄວາມສະຫງົບ ແລະ ບັນດາເມືອງ ກໍໄດ້ຈັດຕັ້ງກໍາລັງປະຈໍາການສູ້ຮົບຢູ່ແນວຫຼັງກຽມພ້ອມແກ້ໄຂເຫດການ, ກໍລະນີສຸກເສີນທີ່ອາດຈະເກີດຂຶ້ນ.

ຜ່ານການຈັດຕັ້ງປະຕິບັດຕົວຈິງຕະຫຼອດງານ ເຫັນວ່າມີຄວາມສະຫງົບ ໂດຍພື້ນຖານ ແຕ່ກໍປັດສະຈາກບໍ່ໄດ້ສິ່ງຫຍໍ້ທໍ້ຕ່າງໆ ເນື່ອງຈາກພວກຄົນບໍ່ດີພະຍາຍາມທຸກວິທີກໍຄວາມບໍ່ສະຫງົບພາຍໃນງານ ສະແດງອອກຕະຫຼອດທັງງານບຸນ ມີສະພາບປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 4 ເລື່ອງ. ໃນນີ້, ມີແຫກກະເປົາ 2 ເລື່ອງ, ສ້າງຄວາມບໍ່ສະຫງົບ ພາຍໃນງານ 1 ເລື່ອງ ແລະ ມີຢາເສບຕິດໄວ້ຄອບຄອງ 1 ເລື່ອງ. ໃນນີ້, ແກ້ໄຂໄດ້ 2 ເລື່ອງ, ກັກຕົວຜູ້ກະທໍາຜິດໄດ້ 2 ຄົນ ມີຜົນເສຍຫາຍທັງໝົດ 1.850.000 ກີບ, ບັດປະຈໍາຕົວ 4 ບັດ, ບັດ ATM 1 ບັດ, ບັດປະກັນສັງຄົມ 2 ບັດ, ໃບທະບຽນລົດ 2 ໃບ ແລະ ຢຶດຢາບ້າໄດ້ 6 ເມັດ, ມີດຕ້ອງຫ້າມພົບໃນງານບຸນ 1 ດວງ ທຽບໃສ່ປີຜ່ານມາຫຼຸດ 29 ເລື່ອງ, ແຫກກະເປົາຫຼຸດລົງ 19 ເລື່ອງ.

ເວລາປະມານ 17 : 00 ໂມງຂອງວັນທີ 9 ພະຈິກ, ຜູ້ເສຍຫາຍຊື່ ນາງ ບົວໄລ ອາຍຸ 31 ປີ ຢູ່ບ້ານວັດໄຕ ເມືອງສີໂຄດຕະບອງ ຖືກຄົນຮ້າຍແຫກກະເປົາຢູ່ເຂດຈຸດບ່ອນຫຼິ້ນເດັກນ້ອຍທາງເຂົ້າເດີ່ນສະໜາມຫຼວງ ເສຍຫາຍເງິນ 1.250.000 ກີບ, ບັດ ATM 1 ບັດ, ບັດປະຈໍາຕົວ 1 ບັດ ແລະ ບັດປະກັນສັງຄົມ 1 ບັດ. ຕໍ່ມາເວລາ 7 :56 ໂມງ ຂອງວັນທີ 11 ພະຈິກ, ຜູ້ເສຍຫາຍຊື່ ນາງ ແສງຈັນ ອາຍຸ 46 ປີ ຢູ່ບ້ານໜອງທາໃຕ້ ເມືອງຈັນທະບູລີ ຖືກແຫກກະເປົາຢູ່ບໍລິເວນໜ້າພຣະທາດຫຼວງ ເສຍຫາຍເງິນ 600.000 ກີບ, ບັດປະຈໍາຕົວ 3 ບັດ, ທະບຽນລົດ 2 ໃບ ແລະ ໃບຂັບຂີ່ 1 ໃບ.

ນອກນີ້, ສະພາບສ້າງຄວາມບໍ່ສະຫງົບເກີດຂຶ້ນໃນເວລາປະມານ 16:10 ໂມງ ຂອງວັນທີ 8 ພະຈິກ, ທ້າວ ຖາວອນ ອາຍຸ 56 ປີ ຢູ່ບ້ານນາແຄຄໍາ ເມືອງໄຊທານີ ຜູ້ກ່ຽວໄດ້ເຂົ້າໄປໃນບຸນຈຸດປະສົງ ເພື່ອສ້າງຄວາມວຸ້ນ ວາຍຢູ່ພາຍໃນງານເຈົ້າໜ້າທີ່ຈຶ່ງໄດ້ກັກຕົວໄວ້ ເພື່ອດໍາເນີນການສອບສວນ ແລະ ເວລາປະມານ 2:00 ໂມງ ຂອງວັນທີ 9 ພະຈິກ, ເຈົ້າໜ້າທີ່ປ້ອງກັນໄດ້ກວດພົບຢາບ້າຈໍານວນ 6 ເມັດ, ມີ 1 ດວງ, ຄີມຕັດເຫຼັກ 1 ອັນ ຢູ່ຖົງໂສ້ງຂອງທ້າວ ຂັນທອງ ອາຍຸ 39 ປີຢູ່ບ້ານທົ່ງຂັນຄໍາເມືອງຈັນທະບູລີ ຈຶ່ງກັກຕົວໄປສອບສວນ ເພື່ອດໍາເນີນຄະດີຕາມກົດໝາຍ.

ຈາກສະພາບປະກົດການຫຍໍ້ທໍ້ດັ່ງກ່າວ, ເຫັນວ່າຫຼຸດລົງຫຼາຍກວ່າທຸກໆປີທີ່ຜ່ານມາ ໂດຍສະແດງໃຫ້ເຫັນເຖິງກໍາລັງປ້ອງກັນຄວາມສະຫງົບ ທຸກເຫຼົ່າຮົບວິຊາສະເພາະທີ່ເຂົ້າປ້ອງກັນເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ເປັນການຖອດຖອນບົດຮຽນຈາກປີຜ່ານໆມາ ໂດຍປະສານກັບທຸກເຫຼົ່າຮົບ ລວມທັງ ປກສ ບ້ານ ແລະ ຊາວໜຸ່ມ ເພື່ອຕິດຕາມກໍາເໜ້ນເປົ້າໝາຍຢູ່ພື້ນຖານບໍ່ໃຫ້ມີການເຄື່ອນໄຫວຄວາມບໍ່ສະຫງົບໄດ້. ອີກຢ່າງໜຶ່ງ, ຜູ້ທີ່ໄປທ່ຽວຊົມພາຍໃນງານໃນຈໍານວນຫຼວງຫຼາຍ ກໍມີສະຕິສູງກວ່າເກົ່າ ເປັນຕົ້ນແມ່ນການເກັບມ້ຽນຊັບສິນມີຄ່າ ແລະ ເຄື່ອງປະດັບເອ້ຍ້ອງໄປໃນງານ ເຮັດໃຫ້ພວກມິດສາຊີບລ່ວງ-ແຫກກະເປົາ ບໍ່ມີໂອກາດກໍ່ເຫດໄດ້.

ນອກນີ້, ບັນດາສື່ອອນໄລ ຫຼື Facebook ຫຼາຍສໍານັກ ເປັນຕົ້ນແມ່ນໜັງສືພິມຄວາມສະຫງົບ ໄດ້ມີການຂຽນແນະນໍາຕັກເຕື່ອນສັງຄົມ ໃຫ້ມີສະຕິໃນການໄປທ່ຽວງານບຸນ ແລະ ເລລ່ຽມພວກຄົນບໍ່ດີທີ່ຈະກໍ່ເຫດພາຍໃນງານ ເຮັດໃຫ້ຜູ້ທີ່ຈະໄປທ່ຽວງານບຸນດັ່ງກ່າວ ມີຄວາມຕື່ນຕົວລະມັດລະວັງປົກປັກຮັກສາຊັບສິນຂອງຕົວເອງສູງ.