ປກສ ແຂວງຜົ້ງສາລີ ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ

0
1658

ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ທີ່ມີຜົນງານດີເດັ່ນ, ມີເງື່ອນໄຂຄົບຖ້ວນ ແລະ ຮອດອາຍຸການເລື່ອນຊັ້ນຕາມກົດໝາຍຂອງ ກໍາລັງປ້ອງກັນຄວາມສະຫງົບ ໃນອາທິດແລ້ວນີ້, ປະດັບຊັ້ນໂດຍ ພັອ ຄໍາເພັງ ເຈັ່ນຄໍາເຫຼັກ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີບັນດາຄະນະພັກ-ຄະນະບັນຊາ, ຫ້ອງ-ກອງ ອ້ອມຂ້າງ ກອງບັນຊາການ ຕະຫຼອດຮອດນາຍຕຳຫຼວດ ເຂົ້າຮ່ວມ.

ພັທ ນາງ ວຽງຄໍາ ຄຸນສົມເຮືອງ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2089/ປກສ ລົງວັນທີ 26 ກັນຍາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງຜົ້ງສາລີ ເຊິ່ງມີຈໍານວນ 46 ສະຫາຍ ຍິງ 8 ສະຫາຍ ໃນນີ້ໄດ້ ເລື່ອນຊັ້ນ ດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 16 ສະຫາຍ ຍິງ 3 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 17 ສະຫາຍ ຍິງ 3 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 13 ສະຫາຍ ຍິງ 2 ສະຫາຍ

ນອກນີ້, ຍັງໄດ້ຜ່ານຂໍ້ຕົກລົງຂອງ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ວ່າດ້ວຍ ການແຕ່ງຕັ້ງ ຫົວໜ້າພະແນກ-ຮອງພະແນກ, ຫົວໜ້າໜ່ວຍງານ-ຮອງໜ່ວຍງານ ທີ່ຂຶ້ນກັບ ບັນດາຫ້ອງ ແລະ ກອງບັນຊາການ ປກສ ເມືອງ ມີຄື:

  • ແຕ່ງຕັ້ງຂັ້ນຫົວໜ້າພະແນກ ຈໍານວນ 6 ສະຫາຍ ຍິງ 1 ສະຫາຍ, ຮອງຫົວໜ້າພະແນກ ຈໍານວນ 8 ສະຫາຍ ຍິງ 1 ສະຫາຍ
  • ແຕ່ງຕັ້ງຫົວໜ້າໜ່ວຍງານ ມີ 34 ສະຫາຍ ຍິງ 5 ສະຫາຍ, ຮອງຫົວໜ້າໜ່ວຍງານ ມີ 67 ສະຫາຍ ຍິງ 29 ສະຫາຍ
  • ແຕ່ງຕັ້ງຫົວໜ້າຫ້ອງການ ປກສ ບໍລິການປະຊາຊົນ ແຕ່ລະກຸ່ມບ້ານ ຈໍານວນ 7 ສະຫາຍ, ຮອງຫົວໜ້າ 3 ສະຫາຍ

ໃນຕອນທ້າຍພິທີ, ທ່ານຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຮຽກຮ້ອງໃຫ້ນາຍຕໍາຫຼວດແຕ່ລະສະຫາຍ ຈົ່ງເສີມຂະຫຍາຍທາດແທ້, ມູນເຊື້ອອັນດີງາມຂອງ ກຳລັງປ້ອງກັນຄວາມສະຫງົບ ວາງອອກ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ ໃຫ້ສູງຂຶ້ນ, ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງ ຢ່າງຮອບດ້ານ, ເປັນແບບຢ່າງໃນທຸກຂົງເຂດວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ພ້ອມທັງຊອກຮູ້ຮໍ່າຮຽນຮອບດ້ານ ເພື່ອພັດທະນາຕົນເອງ ໃຫ້ກາຍເປັນແບບຢ່າງທີ່ດີ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ.