ວັນທີ 12 ພະຈິກ 2019, ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ ສົມທົບກັບ ຫ້ອງການ ຍທຂ ເມືອງສີໂຄດຕະບອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງມ້າງປ້າຍໂຄສະນາ, ເທີບ-ເງີບຢູ່ເສັ້ນທາງເຕ 2 ທີ່ກວມເອົາເຂດສະຫງວນທາງ ລວມທັງໝົດ 96 ກໍລະນີ ເພື່ອຮັບປະກັນໃຫ້ສອງຟາກທາງດັ່ງກ່າວມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມຈົບງາມ ແລະ ມີຄວາມສະດວກໃນການສັນຈອນໄປ-ມາຂອງນັກຂັບຂີ່.

ທ່ານ ສຸລິວັນ ພົມມະຫາໄຊ ຮອງຫົວໜ້າພະແນກ ຍທຂ ນະຄອນຫຼວງວຽງຈັນ ກ່າວວ່າ:

ຜ່ານມາ, ພະແນກ ຍທຂ ນະຄອນຫຼວງວຽງຈັນ ໄດ້ກໍານົດເລັ່ງໃສ່ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ຕາມສາຍທາງໃນນະຄອນຫຼວງວຽງຈັນ ລວມທັງໝົດ 21 ເສັ້ນທາງທີ່ຂຶ້ນກັບ 6 ເມືອງ ເພື່ອໃຫ້ສະອາດຈົບງາມ ແລະ ປະຕິບັດຕາມ 6 ສໍ ທີ່ນະຄອນຫຼວງວຽງຈັນ ວາງອອກ ໂດຍສົມທົບກັບບັນດາ ຍທຂ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງເກັບກໍາກວດກາ ເປັນຕົ້ນແມ່ນ ກວດກາການປຸກສ້າງຕາມແຄມທາງ, ກອງຫີນ-ຊາຍ, ເທີບ-ເງີບ, ການຖົມດິນ ແລະ ການຕິດຕັ້ງປ້າຍໂຄສະນາຕ່າງໆທີ່ບໍ່ຖືກລະບຽບ ຫຼື ກວມເອົາເຂດສະຫງວນທາງ.

ຜ່ານການລົງກວດກາໃນແຕ່ລະເສັ້ນທາງ ເຫັນວ່າ: ເສັ້ນທາງຫຼາຍເສັ້ນຍັງບໍ່ເປັນລະບຽບຮຽບຮ້ອຍ, ບໍ່ມີຄວາມຈົບງາມ, ເທີບ-ເງີບ, ປ້າຍໂຄສະນາຍັງກວມເອົາເຂດສະຫງວນທາງ ເຮັດໃຫ້ການຂັບຂີ່ໄປ-ມາບໍ່ສາມາດແນມເຫັນໄກໄດ້.

ເລີກຮື້ປ້າຍໂຄສະນາ-ເທີບເງີບ
ເລີກຮື້ປ້າຍໂຄສະນາ-ເທີບເງີບ

ດັ່ງນັ້ນ, ພາກສ່ວນທີ່ກ່ຽວຂ້ອງ ຈຶ່ງໄດ້ເຮັດໃບແຈ້ງການຫາບັນດາເຈົ້າຂອງເທີບ-ເງີບ, ປ້າຍໂຄສະນາໃຫ້ມ້າງອອກພາຍໃນ 10 ວັນ ທີ່ແຈ້ງການໄປ; ຈາກນັ້ນ, ພາກສ່ວນທີ່ກ່ຽວຈະລົງ ກວດກາອີກຄັ້ງ ຖ້າວ່າຍັງບໍ່ມີການມ້າງອອກ ທາງຄະນະກຳມະການຈະລົງມາມ້າງອອກ ແລະ ມີການປັບໃໝ ເພື່ອໃຫ້ຜູ້ກ່ຽວເຂັດຫຼາບ; ສະເພາະໃນມື້ນີ້, ແມ່ນລົງມ້າງຢູ່ເສັ້ນທາງເຕ 2 ລວມເປົ້າໝາຍທີ່ຈະມ້າງ ປະກອບມີ: ປ້າຍໂຄສະນາ 43 ປ້າຍ, ເທີບ-ເງີບ 53 ຈຸດ; ນອກນີ້, ຍັງມີເຄື່ອງຂາຍຢູ່ເຂດສະຫງວນທາງ 15 ເຈົ້າຂອງຮ້ານ, ເຮັດຮາວຮົ້ວ 18 ຈຸດ, ຖ້າ ອີງໃສ່ລະບຽບທາງຂັ້ນເທິງກຳນົດຢູ່ເສັ້ນທາງ ເຕ້ 2 ເຂດສະຫງວນທາງແມ່ນ ເບື້ອງລະ 12,5 ແມັດ.

ເລີກຮື້ປ້າຍໂຄສະນາ-ເທີບເງີບ
ເລີກຮື້ປ້າຍໂຄສະນາ-ເທີບເງີບ

ຖ້າວ່າຄະນະກຳມະການຕັດປ້າຍ ຫຼື ເທີບ-ເງີບ ອອກແລ້ວ ຖ້າເຈົ້າຂອງຢາກໄດ້ຄືນຈະຖືກປັບຕາມຂະໜາດຂອງປ້າຍເຊັ່ນ: ຂະໜາດ 5X10 ແມັດ ແມ່ນ 800.000 ກີບ, ຂະໜາດ 4X8 ແມັດ 500.000 ກີບ, ຂະໜາດ 4X8 ແມັດ ລົງມາ 300.000 ກີບ, ສ່ວນປ້າຍຂະໜາດນ້ອຍແມ່ນ 50.000 ກີບຕໍ່ປ້າຍ; ສຳລັບ ປ້າຍ, ເທີບ-ເງີບ ທີ່ກຳມະການຕັດອອກ ແລະ ເກັບໄວ້ ຫຼັງຈາກທີ່ແຈ້ງການໃຫ້ເຈົ້າຂອງມາພົວພັນເອົາພາຍໃນ 15 ວັນ ຖ້າກາຍກຳນົດບໍ່ມາເອົາປ້າຍ ແລະ ເທີບ ຈະຖືກຢຶດເປັນຂອງລັດ.