ສາເຫດທີ່ເສດຖະກິດ ສປປ ລາວ ຂະຫຍາຍຕົວບໍ່ໄປຕາມເປົ້າໝາຍທີ່ວາງໄວ້ ສືບເນື່ອງມາຈາກສະພາບເສດຖະ ກິດໂລກໃນປີ 2019 ຫຼຸດລົງ 2,6% ບໍລິມາດການຄ້າ ແລະ ການລົງທຶນ ກໍມີທ່າອ່ຽງຫຼຸດລົງ. ຄຽງຄູ່ກັນນີ້, ພາຍ ໃນປະເທດເຮົາ ເສດຖະກິດມະຫາພາກຖືກກົດດັນຈາກການຂາດດຸນງົບປະມານ, ຂາດດຸນການຊໍາລະກັບຕ່າງປະເທດ, ຄັງສໍາຮອງເງິນຕາຕ່າງປະເທດຕໍ່າ ເຮັດໃຫ້ເງິນກີບອ່ອນຄ່າ ຕະຫຼອດຮອດໄພພິບັດທໍາມະຊາດ, ບົ້ງ, ຕັກແຕນ ແລະ ພະຍາດອະຫິວາໝູອາຟຣິກກາລະບາດ. ຈຶ່ງກະທົບຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ຂອງປະທດຢ່າງຫຼີກລ່ຽງບໍ່ໄດ້.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວ ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ວ່າ: ສາເຫດການພັດທະນາເສດຖະ ກິດ-ສັງຄົມ ບໍ່ເປັນໄປຕາມແຜນການທີ່ວາງໄວ້ ສືບເນື່ອງມາຈາກສະພາບພາຍນອກ-ພາຍໃນ, ເຊິ່ງພາຍໃນໄດ້ປະເຊີນກັບຄວາມຫຍຸ້ງຍາກຫຼາຍປະການ, ເສດຖະກິດມະຫາພາກຖືກກົດດັນແຮງຈາກການຂາດດຸນງົບປະ ມານ, ຂາດດຸນການຊໍາລະກັບຕ່າງປະເທດ ແລະ ຄັງສໍາຮອງເງິນຕາຕ່າງປະເທດຕໍ່າ ເຮັດໃຫ້ເງິນກີບອ່ອນຄ່າລົງ, ເຊິ່ງກະທົບໃສ່ລາຄາສິນຄ້າ ແລະ ການບໍລິການພາຍໃນປະເທດ ກໍຄືຄ່າຄອງຊີບຂອງປະຊາຊົນສູງຂຶ້ນ.

ນອກນັ້ນ, ໄພພິບັດທໍາມະຊາດກໍເກີດຂຶ້ນຫຼາຍຢ່າງ ເຊັ່ນ: ບົ້ງ ແລະ ຕັກແຕນ ລະບາດໜັກຢູ່ແຂວງພາກເໜືອ ບວກກັບພະ ຍາດອາຫິວາໝູອາຟຣິກກາ ລະບາດຢູ່ຫຼາຍແຂວງໃນທົ່ວປະເທດ. ຄຽງຄູ່ກັນນີ້, ໄຂ້ຍູງລາຍກໍລະບາດແຮງ ແລະ ໃນທ້າຍລະດູຝົນເກີດອຸທົກກະໄພຮ້າຍແຮງຢູ່ 13 ແຂວງ, ໜັກສຸດແມ່ນຢູ່ແຂວງພາກກາງ ແລະ ພາກໃຕ້, ເຊິ່ງໄດ້ສົ່ງຜົນເສຍຫາຍຢ່າງໜັກໜ່ວງ ເຊັ່ນ: ເນື້ອ ທີ່ຜະລິດເຂົ້ານາປີປະມານ 172.830 ເຮັກຕາ, ຖະໜົນ, ຂົວ, ຊົນລະປະທານ, ຖືກເປ່ເພ ແລະ ຕັດຂາດ, ຊີວິດ, ບ້ານເຮືອນ ແລະ ຊັບສິນ ຈໍານວນໜຶ່ງຂອງປະຊາຊົນໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ.

ຕໍ່ສະພາບຄວາມຫຍຸ້ງຍາກດັ່ງກ່າວ ໄດ້ຮັບຜົນກະທົບທາງກົງ ແລະ ທາງອ້ອມຕໍ່ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ປີ 2019 ຢ່າງຫຼີກລ່ຽງບໍ່ໄດ້. ໃນການຄາດຄະເນ ເສດຖະກິດລາວໝົດປີ 2019 ຈະສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 6,4% ຫຼຸດແຜນການທີ່ຄາດຄະເນໄວ້ 0,3% ຄິດໄລ່ເປັນມູນຄ່າ 164.147 ຕື້ກີບ, ( ມະຕິສະພາ 165.475 ຕື້ກີບ ) ສະເລ່ຍຫົວຄົນ 2.683 ໂດລາສະຫະລັດ ( ມະຕິສະພາ 2.726 ໂດລາສະຫະລັດ ). ໃນນີ້, ຂະແໜງກະສິກໍາຂະຫຍາຍຕົວບັນລຸໄດ້ຕາມແຜນ 2,8%.

ໃນນັ້ນ, ຂະແໜງລ້ຽງສັດຂະ ຫຍາຍຕົວ 4,3%, ປ່າໄມ້ຂະຫຍາຍຕົວ 0,8% ແລະ ການປະມົງຂະຫຍາຍຕົວ 4,8% ສ່ວນຂະແໜງປູກຝັງ ຄາດວ່າຂະຫຍາຍຕົວ 2,3% ຫຼຸດແຜນການ 0,7% ເນື່ອງຈາກການຈັດຕັ້ງປະຕິບັດຟື້ນຟູໄພທໍາມະຊາດ ປີ 2018 ຊັກຊ້າ ສົ່ງຜົນເຮັດໃຫ້ການຜະລິດລະດູແລ້ງບໍ່ໄດ້ຕາມແຜນ ໂດຍສະເພາະການປັກດໍາເຂົ້ານາປີ-ນາແຊງ; ເຊິ່ງໃນຂະແໜງດັ່ງກ່າວ ຈະບໍ່ບັນລຸໄດ້ຕາມແຜນທີ່ວາງໄວ້ ເຊັ່ນ: ການຜະລິດເຂົ້າທັງໝົດ ຄາດວ່າຈະປະຕິບັດໄດ້ 3,53 ລ້ານໂຕນ, ເທົ່າກັບ 80,22% ( ມະຕິສະ ພາ 4,4 ລ້ານໂຕນ ). ໃນນີ້, ຜະລິດເຂົ້ານາແຊງໄດ້ທັງໝົດ 454.800 ໂຕນ, ເທົ່າກັບ 86,4% ຕາມແຜນການ 526.000 ໂຕນ, ຜະລິດເຂົ້າໄຮ່ໄດ້ 169.000 ໂຕນ ຕາມແຜນ 200.000 ໂຕນ ແລະ ນາປີ ຄາດວ່າຜະລິດໄດ້ 2,91 ລ້ານໂຕນ, ເທົ່າກັບ 78,8% ຕາມແຜນການ 3.690.000 ລ້ານໂຕນ, ເນື່ອງຈາກເກີດໄພພິບັດຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ເຮັດໃຫ້ເນື້ອທີ່ຜະລິດ ເຂົ້ານາປີເສຍຫາຍ 172.830 ເຮັກຕາ, ເຊິ່ງກວມເອົາ 13,63% ຂອງເນື້ອທີ່ປູກເຂົ້ານາປີທົ່ວປະເທດ.

ນອກນັ້ນ, ຂະແໜງອຸດສະຫະກໍາ ແລະ ການຄ້າ ຍັງສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 7,1% ຫຼຸດແຜນການ 1,2 %, ຂະແໜງພະລັງງານໄຟຟ້າຂະຫຍາຍຕົວ 6,1% ຫຼຸດແຜນ 3-5% ແລະ ຂະແໜງການກໍ່ສ້າງ ຄາດວ່າຈະຂະ ຫຍາຍຕົວ 16,8% ຫຼຸດແຜນ 3,2%, ສ່ວນຂະແໜງອຸດສະຫະກໍາຜະລິດສະບຽງອາຫານ, ເຄື່ອງດື່ມ, ຢາສູບ, ການຜະລິດແຜ່ນແພ, ເກີບ, ເຄື່ອງໜັງ ແລະ ອຸດສາຫະກໍາປຸງແຕ່ງອື່ນໆ ຄາດວ່າຈະຂະຫຍາຍຕົວລື່ນແຜນການ 5,3%, 5,8%, 2,4% ແລະ 8,2% ຕາມລໍາດັບ ຍ້ອນຈະມີການໃຊ້ຈ່າຍພາຍໃນປະເທດເພີ່ມຂຶ້ນ. ສໍາລັບຂະ ແໜງບໍລິການຈະຂະຫຍາຍຕົວໃນລະດັບ 7,1% ລື່ນແຜນ 0,4%.

ໃນນີ້, ດ້ານອະສັງຫາລິມະຊັບຂະຫຍາຍຕົວ 6,7%, ສ້ອມແປງພາຫະນະຂະຫຍາຍຕົວ 9,9% ຕະຫຼອດຮອດປະກັນໄພ, ຮ້ານອາຫານ ແລະ ສະຖານທີ່ພັກອາໄສ, ໃນຂະແໜງດັ່ງກ່າວມູນຄ່າຂາອອກທາງການປະຕິບັດໄດ້ 4.380 ລ້ານໂດລາສະຫະລັດ ເທົ່າກັບ 79,4% ຂອງແຜນການ ( ມະຕິສະພາ 5.516 ລ້ານໂດລາສະຫະ ລັດ). ມູນຄ່າຂາເຂົ້າທາງການປະຕິບັດໄດ້ 4.202 ລ້ານໂດລາສະຫະລັດ ( ມະຕິສະພາ 5.775 ລ້ານໂດລາສະຫະລັດ) ທຽບໃສ່ຂາອອກ-ທັງຂາເຂົ້າເກີນດູນ 178 ລ້ານໂດລາສະຫະລັດ ແລະ ປຸງແຕ່ງ-ຫັດຖະກໍາ ປະຕິ ບັດໄດ້ 8.968 ຕື້ກີບ. ນອກນີ້, ຂະແໜງບໍລິ ການມີການຈໍລະຈອນສິນຄ້າປະຕິບັດໄດ້ 49. 278 ຕື້ກີບ ລື່ນແຜນ 1,9% ແລະ ຂະແໜງທ່ອງທ່ຽວມີນັກທ່ອງທ່ຽວເຂົ້າມາ 3,45 ລ້ານຄົນ ເທົ່າກັບ 78,59% ມະຕິສະພາ 4.500.000 ຄົນ ແລະ ເພີ່ມຂຶ້ນ 11% ຂອງປີດຽວກັນ. ຂະແໜງຜະລິດໄຟຟ້າປະຕິບັດໄດ້ມູນຄ່າ 11.612,12 ຕື້ກີບເທົ່າ 70% ຫຼຸດລົງ 5,17%, ແຮ່ທາດປະຕິບັດໄດ້ 8.080 ຕື້ກີບເທົ່າ 68%.

ເຖິງຢ່າງໃດກໍຕາມ, ລັດຖະບານ ຕະຫຼອດຮອດອໍານາດການປົກຄອງທຸກຂັ້ນ ໄດ້ເອົາໃຈໃສ່ຕິດຕາມເຝົ້າລະວັງ ສະຖານະການຢ່າງໃກ້ຊິດ ໄດ້ອອກນະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອຮັບມືກັບສະພາບເຫຼົ່ານັ້ນຢ່າງຕັ້ງໜ້າ ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດມາດຕະການ ເພື່ອກະຕຸ້ນ ແລະ ແກ້ໄຂເສດຖະກິດ, ການປັບປຸງສິ່ງແວດ ລ້ອມໃນການດໍາເນີນທຸລະກິດ ແລະ ມາດຕະການອື່ນໆ; ອັນພົ້ນເດັ່ນ, ລັດຖະບານ ໄດ້ມີມາດຕະການຢ່າງທັນການໃນການແກ້ໄຂໄພພິບັດສຸກເສີນ ແລະ ຟື້ນຟູຫຼັງໄພພິບັດ ເພື່ອເຮັດໃຫ້ພື້ນຖານໂຄງລ່າງເສດຖະກິດ-ສັງ ຄົມ, ກໍຄືການຜະລິດ, ການດໍາລົງຊີວິດຂອງພໍ່-ແມ່ນປະຊາຊົນ ກັບມາສູ່ສະພາບປົກກະຕິໂດຍໄວ ມາເຖິງປັດຈຸ ບັນ ການດໍາເນີນການຜະລິດກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2019 ຍັງສືບຕໍ່ຂະຫຍາຍຕົວ ແລະ ມີຄວາມຄືບໜ້າພໍສົມຄວນ.