6 ເດືອນຕົ້ນປີ 2019, ດ່ານ ຕມ ສາກົນ ຂົວມິດຕະພາບ III ແຂວງຄໍາມ່ວນ ມີຄົນເຂົ້າ-ອອກເມືອງ ທັງໝົດ 192.887 ຄົນ.

ພັທ ກອງຊະນະ ສຸກສົດໃສ ຮັກສາການຫົວໜ້າດ່ານ ຕມ ສາກົນ ຂົວມິດຕະພາບ III ໃຫ້ຮູ້ວ່າ:

ໃນໄລຍະ 6 ເດືອນຕົ້ນປີ 2019 ຜ່ານມາ, ທາງຄະນະພັກ-ຄະນະດ່ານ ໄດ້ຖືເອົາວຽກງານການເມືອງນຳພາ-ແນວຄິດ ເພື່ອສຶກສາອົບຮົມໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັ່ນຕໍ່ການນຳພາຂອງພັກ-ລັດ ໂດຍປະຕິບັດຕາມ 4 ຄາດໝາຍ 15 ວຽກຈຸດສຸມ ທີ່ກອງບັນຊາການ ປກສ ແຂວງ ກຳນົດ ແລະ ປະຕິບັດຕາມ 3 ຄາດໝາຍ 8 ວຽກຈຸດສຸມ ທີ່ຕິດພັນກັບ ຫ້ອງສັນຕິບານ ປກສ ແຂວງ.

ເຊິ່ງໃນໄລຍະຜ່ານມາ, ຄະນະດ່ານ ໄດ້ເອົາໃຈໃສ່ເປັນພິເສດ ຕໍ່ຂອບເຂດບໍລິເວນການເຂົ້າ-ອອກເມືອງ ຕາມປະຕູດ່ານ ເພື່ອຫຼີກລ້ຽງຈາກບັນຫາສະພາບການຕ່າງໆ ໃນຂອບເຂດບໍລິເວນການເຂົ້າ-ອອກເມືອງ. ພ້ອມກັນນັ້ນ, ກໍໄດ້ເອົາໃຈໃສ່ຄຸ້ມຄອງການເຂົ້າ-ອອກເມືອງ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ນອກນັ້ນ, ຍັງໄດ້ເອົາໃຈໃສ່ຕໍ່ວຽກງານ ສະຖິຕິ ແລະ ເກັບກຳການເໜັງຕີງຂອງ ບັນດາເປົ້າໝາຍ ທັງພາຍໃນ ແລະ ພາຍນອກ ທີ່ລັກລອບເຂົ້າ-ອອກເມືອງ ຕາມຈຸດຕ່າງໆ ເພື່ອຫາວິທີການປ້ອງກັນໃຫ້ທັນເວລາ ເຊິ່ງສະແດງອອກຄື:

  • ໄດ້ປະຈຳການຢູ່ດ່ານ ຈຳນວນ 30 ຄັ້ງ;
  • ອອກກວດກາລາຕະເວນທາງບົກ ໃນຂອບເຂດຮັບຜິດຊອບ ຈຳນວນ 5 ຄັ້ງ;
  • ກວດຄົນເຂົ້າ-ອອກເມືອງ ໄດ້ທັງໝົດ: 192.887 ຄົນ ຍິງ 74.936 ຄົນ, ເດັກ 6.362 ຄົນ;
  • ຄົນລາວເຂົ້າ-ອອກເມືອງ ທັງໝົດ: 40.185 ຄົນ ຍິງ 22.564 ຄົນ, ເດັກ 3.026 ຄົນ;
  • ຄົນໄທເຂົ້າ-ອອກເມືອງ ທັງໝົດ: 33.912 ຄົນ ຍິງ 18.350 ຄົນ, ເດັກ 1.814 ຄົນ;
  • ຄົນຫວຽດນາມເຂົ້າ-ອອກເມືອງ ທັງໝົດມີ: 26.894 ຄົນ ຍິງ 15.743 ຄົນ;
  • ມີພາຫະນະເຂົ້າ-ອອກທັງໝົດ ຈຳນວນ: 42.160 ຄັນ, ລົດລາວອອກ 10.236 ຄັນ, ລົດລາວເຂົ້າ 10.443 ຄັນ, ລົດໄທເຂົ້າ 10.645 ຄັນ ແລະ ລົດໄທອອກ 10.836 ຄັນ.

ທິດທາງແຜນການໃນ 6 ເດືອນທ້າຍປີ 2019, ຄະນະພັກ-ຄະນະດ່ານ ແມ່ນຈະໄດ້ສຸມໃສ່ເຮັດວຽກງານການເມືອງນຳພາ-ແນວຄິດ ໃຫ້ພະນັກງານ-ນັກຮົບ ຢ່າງເປັນປົກກະຕິ, ສຸມໃສ່ໃນການຄຸ້ມຄອງເປົ້າໝາຍ ທັງພາຍໃນ ແລະ ພາຍນອກ ທີ່ມີການລັກລອບເຂົ້າ-ອອກເມືອງ ຢູ່ຕາມຈຸດຕ່າງໆ ໃຫ້ເຂັ້ມງວດຂຶ້ນກວ່າເກົ່າ, ກຳແໜ້ນທຸກຮູບການເຄື່ອນໄຫວຂອງພວກສັດຕູ ຢູ່ຕາມເສັ້ນຊາຍແດນ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂັ້ນໜ່ວຍງານ ແລະ ຈຸງານວິຊາສະເພາະ ໃຫ້ມີຄວາມໜັກແໜ້ນຂຶ້ນເທື່ອລະກ້າວ, ສືບຕໍ່ປັບປຸງວຽກງານພະລາທິການກັບທີ່ ໃຫ້ດີຂຶ້ນເປັນກ້າວໆ ເພື່ອຕອບສະໜອງວຽກງານວິຊາສະເພາະ ໃນແຕ່ລະດ້ານ ໃຫ້ໜັກແໜ້ນທັນກັບສະພາບການ.