ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງເຊກອງ ຕັດສິນ ທ້າວ ຈ່ອຍ (ຈຳເລີຍ) ອາຍຸ 31 ປີ ຢູ່ບ້ານໂພນສະຫວ່າງ ເມືອງລະຄອນເພັງ ແຂວງສາລະວັນ ຖານຄ້າຂາຍຢາເສບຕິດ ປະເພດຢາບ້າ ແລະ ການໃຊ້ອາວຸດ ເສິກໂດຍບໍ່ຖືກຕ້ອງຕາມກົດໝາຍ

ການຕັດສິນ ທ້າວ ຈ່ອຍ (ຈຳເລີຍ) ໃນຄັ້ງນີ້ ມີຂຶ້ນໃນວັນທີ 31 ຕຸລາ 2019 ໂດຍອົງການໄອຍະການປະຊາ ຊົນ ແຂວງເຊກອງ ຖະແຫຼງຄະດີກ່ຽວກັບການກະທຳຜິດຂອງຈຳເລີຍວ່າ: ເດືອນກໍລະກົດ 2017, ຈຳເລີຍໄດ້ໄປຫຼິ້ນນຳໝູ່ຊື່ ທ້າວ ໂຈ໋ຍ ອາຍຸ 38 ປີ ຢູ່ບ້ານເພຍໃໝ່ ເມືອງລະມາມ ແຂວງເຊກອງ. ຈາກນັ້ນ, ຈຳເລີຍ ແລະ ທ້າວ ໂຈ໋ຍ ກໍຂັບຂີ່ລົດຈັກຮອນດາເວບ ສີຟ້າດໍາ ບໍ່ມີປ້າຍ ເປັນລົດຂອງ ທ້າວ ໂຈ໋ຍ ໄປບ້ານຂອງຈຳເລີຍ. ພໍໄປຮອດເຂດບ້ານວັງເປືອຍ ພວກກ່ຽວໄດ້ຂາຍລົດຈັກຄັນດັ່ງກ່າວໃຫ້ຊາຍບໍ່ຮູ້ຊື່ຢູ່ບ້ານວັງເປືອຍ ໃນລາຄາ 3.200.000 ກີບ, ແລ້ວພາກັນລັດລົດເມໄປເມືອງລະຄອນເພັງ ແຂວງສາລະວັນ ເມື່ອໄປຮອດເຮືອນຂອງຈຳເລີຍ ປະມານ 23:30 ໂມງ ຈຳເລີຍໄດ້ໃຫ້ທ້າວ ໂຈ໋ຍ ລໍຖ້າຢູ່ເຮືອນ, ສ່ວນຈຳເລີຍກໍຂັບລົດຈັກອອກໄປຊື້ຢາບ້ານໍາ ທ້າວ ຕີບ ອາຍຸ 42 ປີ ຢູ່ບ້ານໂນນສະຫວ່າງ ເມືອງລະຄອນເພັັງ 1 ຖົງ ເທົ່າກັບ 200 ເມັດ ເມື່ອຊື້ຢາບ້າກັບມາແລ້ວ ໄດ້ເອົາຢາບ້າໃຫ້ທ້າວ ໂຈ໋ຍ ເສບຈຳນວນ 2 ເມັດ. ມື້ຕໍ່ມາ, ພວກກ່ຽວໄດ້ຂີ່ລົດຈັກຍີ່ຫໍ້ໄນຈີນ ເປັນ ລົດຂອງທ້າວ ຈ່ອຍ ມາເຮືອນຂອງທ້າວ ໂຈ໋ຍ ແຂວງເຊກອງ ແລ້ວເອົາຢາບ້າອອກມາແບ່ງປັນກັນຈໍານວນ 198 ເມັດ. ທ້າວ ໂຈ໋ຍ ໄດ້ ຢາບ້າຈໍານວນ 113 ເມັດ. ສ່ວນຈຳເລີຍໄດ້ຢາບ້າ 85 ເມັດ ກັບເງິນ 270.000ກີບ. ຫຼັງ ຈາກນັ້ນ, ຈຳເລີຍໄດ້ເອົາຢາບ້າໄປຂາຍໃຫ້ ນາງ ຈັນ ອາຍຸ 38 ປີ ຢູ່ບ້ານໂນນໜອງຫວ້າ ເມືອງລະມາມ ຂາຍຈໍານວນ 4 ຄັ້ງ ຄັ້ງລະ 10-20 ເມັດ, ຂາຍໃຫ້ໄວລຸ້ນບໍ່ຮູ້ຊື່ຢູ່ເຂດບ້ານໃໝ່ຫົວເມືອງ ເມືອງລະມາມ.

ມາວັນທີ 8 ສິງຫາ 2017, ຈຳເລີຍໄປຫາ ນາງ ຈັນ ຢູ່ບ້ານໂນນໜອງຫວ້າ ເມືອງລະມາມ. ຈາກນັ້ນ, ນາງ ຈັນ ໄດ້ພາຈຳເລີຍໄປກິນເຂົ້າຢູ່ເຮືອນຂອງ ນາງ ຕີ ອາຍຸ 32 ປີ ເປັນຄົນບ້ານດຽວກັບ ນາງ ຈັນ. ຈາກນັ້ນ, ກໍຖືກເຈົ້າໜ້າທີ່ເຂົ້າກັກຕົວກວດຄົ້ນພົບເຄື່ອງຂອງກາງມີລະເບີດຊີໂຟ 1 ໜ່ວຍ, ມີດ 1 ດວງ, ກະແຈສາມຂາ 1 ອັນ ມາດໍາເນີນຄະດີ. ສຳລັບລະເບີດຊີໂຟ 1 ໜ່ວຍ ທີ່ຢຶດໄດ້ນຳຈຳເລີຍນັ້ນ ຈຳເລີຍໃຫ້ການວ່າ: ໄດ້ເອົານໍາ ທ້າວ ທັນ ອາຍຸ 41 ປີ ຢູ່ບ້ານມ່ວນແທ້ ເມືອງເລົ່າງາມ ແຂວງສາລະວັນ.

ຜ່ານການກວດກາ, ຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີໃນສໍານວນຄະດີຢ່າງຮອບດ້ານຄົບຖ້ວນ ແລະ ພາວະວິໄສ ເຫັນວ່າ ການກະທໍາຜິດຂອງຈໍາເລີຍເປັນການກະທໍາຜິດຫຼາຍສະຖານທີ່ແຕະຕ້ອງ ຫຼາຍມາດຕາຕາມປະມວນກົດໝາຍອາຍາໃນໝວດທີ 1 ວ່າດ້ວຍການກະທໍາຜິດຕໍ່ຄວາມສະຫງົບຂອງຊາດ, ມາດຕາ 132 ໃນສະຖານການມີໄວ້ຄອບຄອງວັດຖຸລະເບີດ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ໝວດທີ 8 ວ່າດ້ວຍການກະທໍາຜິດກ່ຽວກັບຢາເສບຕິດ, ຕາມປະມວນກົດໝາຍອາຍາ ມາດຕາ 315 ສະບັບປັບປຸງ 2017 ໃນສະຖານການຄ້າ-ຂາຍຢາ ເສບຕິດ. ເຫັນວ່າ: ລະເບີດຊີໂຟ 1 ໜ່ວຍ ຜ່ານການກວດກາຂອງພະແນກການທີ່ກ່ຽວຂ້ອງແລ້ວເຫັນວ່າ ເປັນທາດລະເບີດ ແລະ ເປັນອັນຕະລາຍຕໍ່ສັງຄົມ, ຄະນະສານ ຈຶ່ງຮິບໃຫ້ພາກສ່ວນທີ່ກ່ຽວຂ້ອງນຳໄປເກັບຮັກສາໄວ້, ສ່ວນທ້າວ ໂຈ໋ຍ, ທ້າວ ທັນ, ນາງ ຈັນ ທີ່ຈຳເລີຍໃຫ້ການຊັດທອດຫາ. ປັດຈຸ ບັນ, ພວກກ່ຽວແມ່ນໄດ້ເອົາຕົວຫຼົບໜີ ຈຶ່ງບໍ່ສາມາດນຳຕົວມາດຳເນີນຄະດີ. ແຕ່ເຈົ້າໜ້າທີ່ໄດ້ສືບຕໍ່ຕິດຕາມນຳຈັບ ຈົນກວ່າຈະນຳຕົວມາດຳເນີນຄະດີໄດ້.