ກະຊວງ ປກສ ໄດ້ຈັດພິທີປະກາດໂຍກຍ້າຍ-ແຕ່ງຕັ້ງພະນັກງານຂັ້ນນຳພາ-ບັນຊາ ຂຶ້ນໃນວັນທີ 24 ມັງກອນ 2018, ຢູ່ທີກອງບັນຊາການປ້ອງກັນເຄື່ອນທີ່ ໂດຍມີ ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ພົຈວ ຈັນສະແຫວງ ທິບຄູນທອງ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງພາຍໃນກອງບັນຊາການປ້ອງກັນເຄື່ອນທີ່ ເຂົ້າຮ່ວມ.
ພັທ ຈັນທະລາ ໄຊຍະວົງ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ກະຊວງ ປກສ ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1371/ປກສ, ລົງວັນທີ 1 ສິງຫາ 2017 ວ່າ ດ້ວຍການໂຍກຍ້າຍພະນັກງານທີ່ຂຶ້ນກັບກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໂດຍຕົກລົງໂຍກຍ້າຍ ພັອ ໄຊສຸວັນ ພັນທະສຸກ ຮັກສາການຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄປຮັບໜ້າທີ່ໃໝ່ຢູ່ ກອງບັນຊາການປ້ອງກັນເຄື່ອນທີ່; ພ້ອມທັງປະກາດແຕ່ງຕັ້ງ ພັອ ໄຊສຸວັນ ພັນທະສຸກ ເປັນຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ຕາມຂໍ້ຕົກຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1372/ປກສ, ລົງວັນທີ 1 ສິງຫາ 2017; ສ່ວນຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.
ໂອກາດດັ່ງກ່າວ, ພົຈວ ອາລູ ວາລີຊື ໄດ້ສະແດງຄວາມຊົມເຊີຍ ພ້ອມທັງມີທິດຊີ້ນຳຕໍ່ຜູ້ທີໄດ້ຮັບການໂຍກຍ້າຍ-ແຕ່ງຕັ້ງ ຄັ້ງນີ້ ຈົ່ງສຸມທຸກສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດວຽກງານ, ມີແບບແຜນວິທີເຮັດວຽກຢ່າງລະອຽດ ແລະ ມີຄວາມຮັບຜິດຊອບສູງ, ມີຄວາມສາມັກຄີເຊິ່ງກັນແລະກັນ, ເປັນແບບຢ່າງນຳພາ-ບັນຊາພະນັກງານ-ນັກຮົບຢ່າງເຂັ້ມງວດ ພ້ອມທັງຍົກລະດັບຄວາມຮູ້-ຄວາມສາມາດ, ຄວາມຊຳນິຊຳນານທາງດ້ານການປະຕິບັດວຽກງານວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ ເພື່ອຮັບປະກັນວຽກງານມີການພັດທະນາ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ.