ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ຮ່ວມກັບສະມາຄົມການຄ້າໄອຊີທີລາວ ແລະ ກົມສົ່ງເສີມການຄ້າ ເປີດງານວາງສະແດງເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ (Lao ICTEXPO 2018) ພາຍໃຕ້ຫົວຂໍ້ ພ້ອມກັນກ້າວໄປສູ່ການຫັນເປັນສັງຄົມດິຈີຕອນ ໃນວັນທີ 24 ມັງກອນ 2018 ທີສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີແຂກຮັບເຊີນຈາກບັນດາກະຊວງ, ອົງການທຽບເທົ່າ, ສະຖາບັນການສຶກສາ ແລະ ບໍລິສັດຕ່າງໆເຂົ້າຮ່ວມ.

ທ່ານ ປອ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງ ປທສ ກ່າວເປີດງານວ່າ: ການຈັດງານວາງສະແດງຄັ້ງນີ້ຈັດຂຶ້ນພາຍໃຕ້ຫົວຂໍ້ ພ້ອມກັນໄປສູ່ການຫັນປ່ຽນເປັນສັງຄົມດິຈີຕອນ ( Towards Digital Transformation ), ສັງຄົມດິຈີຕອນແມ່ນປັດໄຈພື້ນຖານຂອງການຫັນເປັນສັງຄົມທັນສະໄໝ ແລະ ສີລິໄລ; ງານວາງສະແດງດັ່ງກ່າວມີບັນດາບໍລິສັດໄອຊີທີ ທັງພາຍໃນ ແລະ ຕ່າງປະເທດ ດ້ານໂທລະຄົມມະນາຄົມ, ດ້ານຄອມພິວເຕີຮາດແວ ແລະ ຊອບແວ, ເຕັກໂນໂລຊີລະບົບຄວາມປອດໄພ, ລະບົບໂປຼແກຼມຮັບໃຊ້ ແລະ ສົ່ງເສີມການນໍາໃຊ້ໄອຊີທີ, ການບໍລິຫານ, ເອັສເອັມອີ ແລະ ສະຕາດອັບ, ການສຶກສາ ແລະ ອື່ນໆ.

ນອກນີ້, ຍັງມີກອງປະຊຸມ ແລະ ສໍາມະນາຜູ້ບໍລິຫານໄອຊີທີອາຊຽນ ຄັ້ງທີ 6, ກອງປະຊຸມຜູ້ປະກອບການໄອຊີທີອາຊີ-ປາຊີຟິກ, ກອງປະຊຸມດິຈີຕອນລາວ ຈາກປະເທດໃນອາຊຽນ ແລະ ອາຊີ-ປາຊີຟິກ ພ້ອມດຽວກັນນີ້ຍັງມີກິດຈະກໍາຕ່າງໆ ຄື: ການແຂ່ງຂັນກິລາດິຈີຕອນ ( ESport ), ການສົ່ງເສີມເອັສເອັມອີ ແລະ ສະຕາດອັບ, ການສົ່ງເສີມການນໍາໃຊ້ໄອຊີທີ ທີ່ມີປະໂຫຍດຂອງໄວໜຸ່ມ.

ໃນຕອນທ້າຍ, ທ່ານລັດຖະມົນຕີກະຊວງ ປທສ ຂໍເຊີນຊວນພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ-ລັດຖະກອນ, ນັກທຸລະກິດ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມຊົມງານວາງສະແດງນັບແຕ່ມື້ນີ້ຈົນຮອດວັນທີ 28 ມັງກອນ 2018. ໃນວັນດຽວກັນ, ກະຊວງ ປທສ ໄດ້ປິດກອງປະຊຸມວຽກງານຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ວຽກງານໄອຊີທີ ປະຈໍາປີ 2017 ທີ່ໄດ້ດໍາເນີນມາແຕ່ວັນທີ 23 ມັງກອນ 2018 ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ.