ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ຮ່ວມກັບ ບໍລິສັດ ວິນເທັກສ໌ ຈຳກັດ ໄດ້ຈັດການສຳມະນາໃນຫົວຂໍ້ກ່ຽວກັບ ການພັດທະນາວຽກງານການອອກໃບຮັບຮອງຄວາມປອດໄພທາງເອເລັກໂຕຣນິກ ( CA ) ເພື່ອສົ່ງເສີມ Digital Economy ໃນລາວ ຂຶ້ນທີ່ງານວາງສະແດງ ລາວໄອຊີທີ ( Lao ICT EXPO 2018 ) ໃນວັນທີ 25 ມັງກອນ 2018, ເຊິ່ງໃຫ້ກຽດຂຶ້ນກ່າວເປີດງານໂດຍ ທ່ານ ແກ້ວວິສຸກ ໂສລະພົມ ຫົວໜ້າສູນອິນເຕີເນັດແຫ່ງຊາດ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ມີບັນດາຄະນະຮັບຜິດຊອບ, ແຂກຖືກເຊີນ, ນັກຮຽນ-ນັກສຶກສາ ແລະ ສື່ມວນຊົນອ້ອມຂ້າງສູນກາງເຂົ້າຮ່ວມ.

ທ່ານ ແກ້ວວິສຸກ ໂສລະພົມ ກ່າວວ່າ: ວຽກງານການພັດທະນາລະບົບໂຄງລ່າງພື້ນຖານຄວາມປອດໄພ ແລະ ການສົ່ງເສີມການນຳໃຊ້ໃບຮັບຮອງຄວາມປອດໄພທາງເອເລັກໂຕຣນິກ ເຂົ້າໃນວຽກງານການເຮັດທຸລະກໍາທາງເອເລັກໂຕຣນິກ ບໍ່ວ່າຢູ່ໃນຂົງເຂດເສດຖະກິດ-ສັງຄົມ ເປັນຕົ້ນລະບົບ e-tax, e-banking, e-payment, e-custom, e-passport, e-government; ເຊິ່ງໄດ້ເຊີນບັນດານັກວິຊາການຜູ້ທີ່ມີປະສົບການຈາກຫຼາກຫຼາຍສາຂາ ມາໂອ້ລົມແລກປ່ຽນຄຳຄິດເຫັນເຊິ່ງກັນແລະກັນ ກ່ຽວກັບທາງເລືອກທາງດ້ານນະໂຍບາຍ, ການພັດທະນາລະບົບໂຄງລ່າງພື້ນຖານຄວາມປອດໄພທາງເອເລັກໂຕຣນິກ ແລະ ຜູ້ອອກໃບຮັບຮອງຄວາມປອດໄພເອເລັກໂຕຣນິກ NRAC & CA, ການນໍາໃຊ້ Digital Certificate ເຂົ້າໃນການເຮັດທຸລະກໍາອອນລາຍ ໃນຂົງເຂດການເຮັດທຸລິກິດ, ການບໍລິການ ເພື່ອຮັບປະກັນຄວາມໂປ່ງໃສ ແລະ ປອດໄພໃຫ້ແກ່ການເຮັດທຸລະກຳຕ່າງໆທີ່ນຳໃຊ້ລະບົບເຄືອຂ່າຍອິນເຕີເນັດໃນການເຊື່ອມຕໍ່ຂໍ້ມູນຕ່າງໆ, ບາງບົດຮຽນການພັດທະນາ ແລະ ນຳໃຊ້ຂອງຕ່າງປະເທດ.

ເຊິ່ງຜ່ານມາ ສູນອິນເຕີເນັດແຫ່ງຊາດ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ກໍໄດ້ສຳເລັດການສ້າງລະບົບຄຸ້ມຄອງອອກໃບຮັບຮອງເອເລັກໂຕຣນິກແຫ່ງຊາດຂອງລາວ ທີ່ເປັນຜູ້ອອກໃບຮັບຮອງເອເລັກໂຕຣນິກຂັ້ນເທິງສຸດແຫ່ງຊາດ ເພື່ອເປັນຜູ້ເຮັດໜ້າທີ່ໃນການເຊື່ອມໂຍງດ້ານເຕັກນິກ ກັບ NRCA ຂອງຕ່າງປະເທດ ແລະ ເຮັດໜ້າທີ່ເປັນຜູ້ເຊື່ອມຕໍ່ທາງເຕັກນິກໃຫ້ກັບບັນດາຜູ້ອອກໃບຮັບຮອງເອເລັກໂຕຣນິກຂັ້ນລຸ່ມ ພາຍໃນປະເທດ ແລະ ຕ່າງປະເທດທີ່ໃຫ້ບໍລິການອອກໃບຮັບຮອງຄວາມປອດໄພເອເລັກໂຕຣນິກຢູ່ພາຍໃນ ສປປ ລາວ ເປັນຕົ້ນ ຜູ້ອອກໃບຮັບຮອງຄວາມປອດໄພເອເລັກໂຕຣນິກທົ່ວໄປ ເຊັ່ນ: Public CA ແລະ ຜູ້ອອກໃບຮັບຮອງສະເພາະ ເຊັ່ນ: Government CA.