ເກີດເຫດຊາຍໄວ 35 ປີ ໃຊ້ຈົກຕີໃສ່ຫົວຍາດພີ່ນ້ອງຢູ່ເຮືອນໃກ້ກັນ ເສຍຊີວິດຄ່າທີ່ 3 ຄົນ ໃນເວລາປະມານ 11:30 ໂມງ ຂອງວັນທີ 21 ພະຈິກ 2019 ຢູ່ບ້ານຄອນໄຫຼ ນະຄອນປາກເຊ ແຂວງຈໍາປາສັກ ຍ້ອນມີຄວາມຄຽດແຄ້ນຝັງໃຈໃຫ້ຜູ້ເສຍຊີວິດວ່າ: ເວລາຝົນຕົກ, ນ້ຳຝົນທີ່ໄຫຼລົງຈາກສາຍຄາເຮືອນຂອງຜູ້ເສຍຊີວິດຕົກໄປໃສ່ດິນຂອງຜູ້ກ່ຽວ ໂດຍຄວາມເຊື່ອວ່າ ເຮັດໃຫ້ຫາກິນບໍ່ຂຶ້ນ ຈຶ່ງລົງມືກໍ່ເຫດສະເທືອນດັ່ງກ່າວຂຶ້ນ.

ຜູ້ເສຍຊີວິດ ທັງ 3 ຄົນ, ຊື່ ທ້າວ ບົວສີ ອາຍຸ 62 ປີ, ນາງ ບຸນກ້ວາງ ອາຍຸ 64 ປີ (ຜົວເມຍ) ແລະ ນາງ ດວງໃຈ ອາຍຸ 29 ປີ (ລູກສາວ) ທັງສາມຢູ່ບ້ານ ຄອນໄຫຼ ນະຄອນປາກເຊ ສ່ວນຜູ້ກໍ່ເຫດຊື່ ທ້າວ ສຸກສົມບັດ ອາຍຸ 35 ປີ ກໍາມະກອນ ຢູ່ບ້ານດຽວກັນ ແລະ ເປັນຍາດພີ່ນ້ອງຂອງຜູ້ເສຍຊີວິດ.

ເຈົ້າໜ້າທີ່ ປກສ ແຂວງ ຈໍາປາສັກ ລາຍງານໃຫ້ຮູ້ວ່າ: ໃນວັນທີ 21 ພະຈິກ 2019, ເວລາ 12 ໂມງ 30 ນາທີ ໄດ້ຮັບການລາຍງານຈາກ ປກສ ນະຄອນປາກເຊ ວ່າ ມີຄະດີຄາດຕະກໍາເກີດຂຶ້ນຢູ່ທີ່ບ້ານຄອນໄຫຼ ນະຄອນປາກເຊ. ດັ່ງນັ້ນ, ຈຶ່ງແຕ່ງຕັ້ງເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ລົງປະສານສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງ ເພື່ອກວດກາຊັນນະສູດສະຖານທີ່ເກີດເຫດ ແລະ ຊາກສົບ. ຜ່ານການຊັນນະສູດສະຖານທີ່ເກີດເຫດ ແລະ ຊາກສົບ ທັງ 3 ຄົນ ໄດ້ພົບເຫັນຮ່ອງຮອຍຂອງການທຸບຕີເຂົ້າບໍລິເວນຫົວຂອງທັງ 3 ສົບ ເຮັດໃຫ້ຫົວແຕກ, ກະໂລກຫົວຫຼຸບເຂົ້າໃນ ມີເລືອດໄຫຼອອກຈໍານວນຫຼວງຫຼາຍຢູ່ຕາມພື້ນເຮືອນ ແລະ ໜ້າບ້ານ, ເຊິ່ງເປັນສາເຫດຂອງການເສຍຊີວິດ ຂອງທັງ 3 ຄົນ ແຕ່ບໍ່ພົບຫຼັກຖານໃນການກໍ່ເຫດ.

ຫຼັງຈາກຮູ້ໄດ້ຜູ້ຖືກສົງໄສ, ເຊິ່ງລີ້ຊ້ອນຢູ່ເຮືອນທີ່ຫ່າງຈາກເຮືອນຂອງຜູ້ເສຍຊີວິດປະມານ 100 ເມັດ ເຈົ້າໜ້າທີ່ວິຊາສະເພາະ ກໍໄດ້ສົມທົບກັບ ປກສ ກຸ່ມເຂົ້າປິດລ້ອມເຮືອນດັ່ງກ່າວ ແລະ ໃຊ້ເວລາເຂົ້າຈັບກຸມປະມານ 30 ນາທີ ຈຶ່ງສາມາດຈັບຕົວຜູ້ກ່ຽວໄດ້ ພ້ອມຂອງກາງ ຈົກ 1 ດວງ ຍາວ 51 ຊັງຕີ, ໝາກຈົກຂະໜາດ 14×20 ຊັງຕີ ທີ່ມີຄາບເລືອດຕິດຢູ່ມາສອບສວນ.

ທ້າວ ສຸກສົມບັດ (ຄາດຕະກອນ) ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ຜູ້ກ່ຽວຄິດຄຽດແຄ້ນ ແລະ ຢາກຄາດຕະກຳ ທ້າວ ບົວສີ ມາແຕ່ດົນແລ້ວ ຍ້ອນວ່າຜູ້ກ່ຽວປຸກເຮືອນໄກກັບແດນເຮືອນຂອງຕົນ; ເວລາຝົນຕົກເຮັດໃຫ້ນ້ຳຝົນຈາກສາຍຄາເຮືອນຂອງຜູ້ເສຍຊີວິດຕົກລົງໃສ່ດິນຂອງຜູ້ກ່ຽວ ເຮັດໃຫ້ຜູ້ກ່ຽວຫາກິນບໍ່ຂຶ້ນບໍ່ເກີນ, ໃນມື້ເກີດເຫດ ທ້າວ ສຸກສົມບັດ ບໍ່ໄດ້ໄປເຮັດວຽກກໍ່ສ້າງນຳໝູ່ ຍ້ອນວ່າຄິດຢາກຂ້າ ທ້າວ ບົວສີ. ຈົນຮອດເວລາ 11:30 ໂມງ, ໄດ້ສັງເກດເຫັນ ທ້າວ ບົວສີ ນອນຢູ່ໃນເຮືອນ ຈຶ່ງຍ່າງໄປຈັບເອົາຈົກທີ່ວາງໄວ້ຢູ່ກ້ອງຕະລ່າງເຮືອນ ແລ້ວຍ່າງເຂົ້າໄປເຮືອນທ້າວ ບົວສີ ແລ້ວໃຊ້ຈົກທີ່ຖືມານຳທຸບໃສ່ຫົວທ້າວ ບົວສີ ທີ່ກຳລັງນອນຢູ່ 7-8 ບາດ; ໃນເວລານັ້ນ, ຜູ້ເປັນເມຍຂອງທ້າວ ບົວສີ ທີ່ກວຍອູ່ຫຼານຢູ່ໃນເຮືອນເຫັນຜົວຂອງຕົນຖືກທຸບຕີ ຈຶ່ງແລ່ນອອກໄປຮ້ອງຊາວບ້ານມາຊ່ວຍ. ຕໍ່ມາອີກບໍ່ດົນ, ລູກສາວຂອງທ້າວ ບົວສີ ແລ່ນມາແຕ່ຮ້ານຂາຍເຄື່ອງ ທ້າວ ສົມບັດ ຈຶ່ງແລ່ນອອກໄປລັດໜ້າພ້ອມທັງໃຊ້ຈົກດວງດັ່ງກ່າວຟາດໃສ່ຫົວ ແລະ ໃບໜ້າຈໍານວນຫຼາຍບາດເຮັດໃຫ້ລົ້ມລົງຊັກຕາຍຢູ່ໜ້າເຮືອນ; ຈາກນັ້ນ, ເມຍຂອງທ້າວ ບົວສີ ທີ່ແລ່ນໄປຮ້ອງຊາວບ້ານໄດ້ແລ່ນກັບຄືນມາເຮືອນ. ຂະນະດຽວກັນນັ້ນ. ທ້າວ ສຸກສົມບັດ ແນມເຫັນອີກ ຈຶ່ງແລ່ນໄລ່ເອົາຈົກໄປຟາດໃສ່ຫົວຈໍານວນ 4-5 ບາດ; ຈາກນັ້ນ, ຄົນຂ້າງເຮືອນກໍແລ່ນເຂົ້າມາຫາຈໍານວນຫຼາຍຄົນທ້າວ ສຸກສົມບັດ ຈຶ່ງເອົາຕົວຫຼົບໜີໄປລີ້ຢູ່ເຮືອນຄົນຮູ້ຈັກ.

ໝາຍເຫດ: ສຳລັບເພກເຟສບຸກຫຼາຍສື່ທີ່ນຳສະເໜີຂ່າວຄະດີດັ່ງກ່າວນີ້ວ່າ ຜູ້ກໍ່ເຫດ (ຄາດຕະກອນ) ເປັນເຈົ້າໜ້າທີ່ຕຳຫຼວດນັ້ນແມ່ນບໍ່ມີຄວາມຈິງ. ຄາດຕະກອນກໍ່ເຫດນັ້ນ ຊື່ ທ້າວ ສຸກສົມບັດ ອາຍຸ 35 ປີ ກໍາມະກອນ ຢູ່ບ້ານດຽວກັນ ແລະ ເປັນຍາດພີ່ນ້ອງຂອງຜູ້ເສຍຊີວິດ.