ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ປະເພດຢາບ້າ ແລະ ຢາໄອສ໌ ໃນວັນທີ 19 ພະຈິກຜ່ານມານີ້ ໂດຍສານລົງຄໍາຕັດສິນເມຍ (ຈໍາເລີຍ1) ຈໍາຄຸກ 9 ປີ ປັບໃໝ 80.000.000 ກີບ ແລະ ຜົວ (ຈໍາເລີຍ 2) ຈໍາຄຸກ 5 ປີ ປັບໃໝ 10 ລ້ານ.

ຈໍາເລີຍ 1: ຊື່ນາງ ຄໍາຫຼ້າ ອາຍຸ 41 ປີ ແລະ ຈໍາເລີຍ 2: ຊື່ທ້າວ ຄໍາສິງ ອາຍຸ 52 ປີ ທັງສອງເປັນຜົວ-ເມຍກັນ ຢູ່ບ້ານຊໍ້ ເມືອງສັງທອງ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ກັກຕົວ ວັນທີ 20 ຕຸລາ 2018 ພ້ອມຂອງກາງຢາບ້າ ຈໍານວນ 767 ເມັດ ແລະ ຢາໄອສ໌ 3 ຫຼອດນ້ອຍ, ເຊິ່ງພວກຈໍາເລີຍໄດ້ເລີ່ມຄ້າ-ຂາຍຢາເສບຕິດ ປະເພດຢາບ້າມາແຕ່ປີ 2016 ເປັນຕົ້ນມາ, ຢາບ້າທີ່ນໍາໄປຂາຍແມ່ນຊື້ນໍາ ທ້າວ ພັນ ຢູ່ບ້ານນາຫວາຍ ເມືອງຫີນເຫີບ ແຂວງ ວຽງຈັນ ຈໍານວນ 2 ຄັ້ງ ຄັ້ງລະ 30 ເມັດ ເມື່ອ ໄດ້ຢາບ້າແລ້ວ ກໍໄດ້ເອົາໄປຂາຍໃຫ້ໄວລຸ້ນທົ່ວໄປ. ມາຮອດເດືອນກັນຍາ 2017, ພວກກ່ຽວໄດ້ຖືກເຈົ້າໜ້າທີ່ ປກສ ເມືອງສັງທອງ ສຶກສາອົບຮົມກ່ຽວກັບການພົວພັນຄ້າ-ຂາຍ ຢາເສບຕິດ (ຢາບ້າ).

ຫຼັງຈາກທີ່ຖືກສຶກສາອົບຮົມແລ້ວ, ພວກກ່ຽວຍັງກັບໄປເຄື່ອນໄຫວຄ້າ-ຂາຍຢາເສບຕິດ (ຢາບ້າ) ຄືເກົ່າ, ໂດຍ ນາງ ຄໍາຫຼ້າ ຜູ້ເປັນເມຍ ເປັນຄົນຊື້ນໍາທ້າວ ເຮີ ຢູ່ບ້ານໂນນໄຮ ເມືອງໝື່ນ ແຂວງວຽງຈັນ ຈໍານວນ 200-600 ຖົງ. ຮອດວັນທີ 19 ທັນວາ 2018, ເວລາ ປະມານ 12 ໂມງ ທ້າວ ເຮີ ໄດ້ເອົາຢາບ້າໄປຂາຍໃຫ້ຈໍານວນ 767 ເມັດ ແລະ ຢາໄອສ໌ ຈໍານວນ 3 ຫຼອດນ້ອຍ. ຈາກນັ້ນ, ມື້ຕໍ່ມາ ໃນຂະນະທີ່ກໍາລັງເອົາຢາບ້າໃສ່ທໍ່ດູດນ້ອຍຢູ່ ເຮືອນ ເພື່ອໄວ້ຂາຍ ຈຶ່ງຖືກເຈົ້າໜ້າທີ່ກັກຕົວໄປດໍາເນີນຄະດີ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ປະກອບໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ: ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ: ການກະ ທໍາຂອງ ນາງ ຄໍາຫຼ້າ ແລະ ທ້າວ ຄໍາສິງ ເປັນການກະທໍາຜິດທາງອາຍາ ໃນຂໍ້ກ່າວຫາ: ການຄ້າຂາຍຢາເສບຕິດ (ຢາບ້າ ແລະ ຢາໄອສ໌), ເຊິ່ງເປັນການກະທໍາຜິດທີ່ແຕະຕ້ອງຕໍ່ເສດຖະກິດຂອງຊາດ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ 315;

ເຫັນວ່າ ພວກຈໍາເລີຍໄດ້ເຄື່ອນໄຫວຄ້າ-ຂາຍຢາເສບຕິດ ມາແຕ່ປີ 2016 ເປັນຕົ້ນມາ, ຢາບ້າທີ່ເອົາມາຂາຍແມ່ນຊີ້ນໍາ ທ້າວ ພັນ ຢູ່ບ້ານນາຫວາຍ ເມືອງຫີນເຫີບ ແຂວງວຽງຈັນ ຊື້ຈໍານວນ 2 ຄັ້ງ ຄັ້ງລະ 30 ເມັດ ເມື່ອໄດ້ຢາ ບ້າມາແລ້ວພວກຈໍາເລີຍ ໄດ້ເອົາໄປຂາຍໃຫ້ໄວລຸ້ນທົ່ວໄປ, ເດືອນກັນຍາ ພວກຈໍາເລີຍຖືກເຈົ້າໜ້າທີ່ ປກສ ເມືອງສັງທອງ ສຶກສາອົບຮົມກ່ຽວກັບການພົວພັນຄ້າ-ຂາຍຢາເສບຕິດ. ແຕ່ຫຼັງຈາກສຶກສາອົບຮົມແລ້ວພວກຈໍາເລີຍ ກໍຍັງໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດຄືເກົ່າ.

ຈໍາເລີຍ 1 ໃຫ້ການຮັບສາລະພາບວ່າ: ໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດແທ້ ແລະ ຢາບ້າ ຈໍານວນ 767 ເມັດ ແລະ ຢາໄອສ໌ 3 ຫຼອດນ້ອຍກໍແມ່ນຂອງຈໍາເລີຍ ທີ່ຊື້ມາໄວ້ ເພື່ອຂາຍກິນກໍາໄລຕາມບົດບັນທຶກຄໍາໃຫ້ການສະ ບັບ ລົງວັນທີ 20 ທັນວາ 2018, 15 ແລະ 30 ມັງກອນ 2019. ສ່ວນ ທ້າວ ສິງຄໍາ ( ຈໍາເລີຍ 2 ) ແມ່ນໃຫ້ການປະຕິເສດວ່າ: ນັບແຕ່ເຈົ້າໜ້າທີ່ ປກສ ເມືອງສັງທອງ ໄດ້ສຶກສາອົບຮົມແລ້ວຜູ້ກ່ຽວແມ່ນໄດ້ຢຸດເຊົາເຄື່ອນ ໄຫວຄ້າ-ຂາຍຢາເສບຕິດ, ມີແຕ່ນາງ ຄໍາຫຼ້າ ( ຈໍາເລີຍ 1 ) ຍັງເຄື່ອນໄຫວຄ້າ-ຂາຍຢາເສບຕິດຢູ່, ຢາບ້າ ແລະ ຢາໄອສ໌ ທີ່ເຈົ້າໜ້າທີ່ຢຶດໄດ້ໃນມື້ກັກຕົວນັ້ນກໍແມ່ນເປັນຂອງນາງ ຄໍາຫຼ້າ ( ຈໍາເລີຍ 1 ) ຜູ້ດຽວ, ເຊິ່ງຄໍາໃຫ້ການດັ່ງກ່າວ ເປັນຄໍາໃຫ້ການທີ່ບໍ່ມີເຫດຜົນເນື່ອງຈາກວ່າ: ພວກຈໍາເລີຍທັງສອງຄົນແມ່ນເປັນຜົວເມຍທີ່ໃຊ້ຊີວິດກິນຢູ່ຮ່ວມກັນຕະຫຼອດມາ, ໃນຄໍາໃຫ້ການຂອງຈໍາເລີຍ 2 ກໍໄດ້ຮັບຮູ້ກ່ຽວກັບການ-ຄ້າຂາຍຢາເສບຕິດຂອງຈໍາເລີຍ 1 ຜູ້ເປັນເມຍ ແລະ ຜ່ານມາພວກຈໍາເລີຍ ກໍໄດ້ມີການເຄື່ອນໄຫວຄ້າ-ຂາຍຢາເສບຕິດນໍາກັນແລ້ວ.

ດັ່ງນັ້ນ, ຄະນະສານອາຍາຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຈຶ່ງໄດ້ພິລາຈະນາຕັດສິນລົງໂທດຕິດອິດສະຫຼະພາບຈໍາເລີຍ 1 ໃຫ້ຈໍາຄຸກ 9 ປີ ປັບໃໝ 80.000.000 ລ້ານກີບ ແລະ ຈໍາເລີຍ 2 ໃຫ້ຈໍາຄຸກ 5 ປີ ປັບໃໝ 10.000.000 ກີບ ໃນສະຖານຄ້າຂາຍຢາເສບຕິດ