ຈັບແກ້ງປຸ້ນຊັບ ໂດຍໃຊ້ລົດໃຫຍ່ເປັນພາຫະນະກໍ່ເຫດ

0
2443

ຕົ້ນເດືອນກັນຍາທີ່ຜ່ານມາ, ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ນະຄອນ ຫຼວງວຽງຈັນ ສາມາດຕິດຕາມຈັບເປົ້າໝາຍເຄື່ອນໄຫວຊິງຊັບ, ປຸ້ນຊັບ ແລະ ລັກຊັບທີ່ມີອາວຸດປືນສັ້ນ ແລະ ເຄື່ອງຊອດໄຟຟ້າ ແລະ ມີດ, ງ້າວ ໃຊ້ໃນການກໍ່ເຫດໄດ້ 1 ຄົນ ແລະ ຂະຫຍາຍຜົນຕິດຕາມຈັບພັກພວກໄດ້ອີກ 4 ຄົນ. ກຸ່ມດັ່ງກ່າວນີ້, ໄດ້ກໍ່ເຫດມາແລ້ວ 21 ຄັ້ງ ໄດ້ລົດຈັກ 20 ຄັນ, ລົດໃຫຍ່ 1 ຄັນ.

ພັທ ເກດສະໜາ ພິຈິດ ຮອງຫົວໜ້າພະແນກຕໍາຫຼວດສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຕໍ່ໜັງສືພິມຄວາມສະຫງົບ ໃນວັນທີ 19 ພະຈິກ 2019 ວ່າ: ຜູ້ຖືກຫາ 5 ຄົນ ຄື:

ຊື່ທ້າວ ບຸນມາ ຫຼື ບີ້ ອາຍຸ 25 ປີ ຢູ່ບ້ານດົງປ່າແຫຼບ ກັກຕົວໄດ້ໃນວັນທີ 7 ກັນຍາ, ທ້າວ ສະເໝີ ອາຍຸ 35 ປີ ມາຈາກບ້ານເລົ່ານາດ ເມືອງຈຳພອນ ແຂວງສະຫວັນນະເຂດ ມາພັກເຊົາຢູ່ບ້ານດອນ ແດງ ກັກຕົວໃນວັນທີ 9 ກັນຍາ, ທ້າວ ກະຕໍ່ ອາຍຸ 28 ປີ ຢູ່ບ້ານດົງປ່າແຫຼບ ແລະ ທ້າວ ອາລິຍາ ຫຼື ຍາ ອາຍຸ 25 ປີ ຢູ່ບ້ານດອນແດງ ກັກຕົວໃນວັນທີ 24 ກັນຍາ ແລະ ທ້າວ ຄຳ ເສົາ ຫຼື ເປິ່ນ ອາຍຸ 28 ປີ ຢູ່ບ້ານດົງໝ້ຽງ ເມືອງຈັນທະບູລີ ກັກຕົວໃນວັນທີ 7 ພະຈິກ 2019 ທັງໝົດນີ້ຂຶ້ນກັບເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຂໍ້ຫາປຸ້ນຊັບ, ລັກຊັບ ແລະ ການຍາດຊິງຊັບພົນລະເມືອງ.

ຄະດີດັ່ງກ່າວ, ເບື້ອງຕົ້ນ ໃນວັນທີ 19 ສິງຫາ 2019 ຜູ້ຖືກເສຍຫາຍ ຊື່ ທ້າວ ອານຸສັກ ອາຍຸ 26 ປີ ຢູ່ບ້ານໜອງບົວທອງໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ເຂົ້າມາແຈ້ງນຳເຈົ້າໜ້າທີ່ ປກສ ວ່າ: ເວລາປະມານ 2:00 ໂມງ ຂອງວັນທີ 19 ສິງຫາ ໄດ້ເລີກວຽກ ແລ້ວຂັບລົດກະບະໄທເກີ່ ໝາຍເລກທະບຽນ ກກ 0008 ກຳແພງນະຄອນ ເມື່ອຂັບລົດຮອດໜ້າເຮືອນ ມີຄົນຮ້າຍຂັບລົດເກັງສີຂາວ ບໍ່ຈື່ຍີ່ຫໍ້ ແລະ ປ້າຍທະບຽນ ຂັບໄປ-ມາຕັດໜ້າ. ຈາກນັ້ນ, ມີຊາຍຄົນໜຶ່ງໄດ້ເຂົ້າມາລັອກແຂນໄວ້ ອີກຄົນໜຶ່ງກໍຈົກເອົາຊັບຢູ່ໃນຖົງໂສ້ງ ແລະ ກະເປົ້າ ແລ້ວຂຶ້ນລົດຫຼົບໜີ. ຜົນເສຍຫາຍມີ ເງິນກີບ 4.000.000 ກີບ, ໂທລະສັບໄອໂຟນເອັກ ສີຂາວ 1 ເຄື່ອງ. ນອກນີ້, ຍັງມີຜູ້ເສຍຫາຍຈຳນວນໜຶ່ງທີ່ເຂົ້າແຈ້ງຄວາມທີ່ຖືກຄົນຮ້າຍລັດປຸ້ນລົດຈັກ ແລະ ຊັບສິນ.
ພາຍຫຼັງທີ່ໄດ້ຮັບແຈ້ງຄວາມຄືແນວນັ້ນ, ເຈົ້າໜ້າທີ່ໄດ້ຈັດກຳລັງວິຊາສະເພາະລົງຕິດຕາມເປົ້າໝາຍຢູ່ຈຸດຫຼໍ່ແຫຼມຕ່າງໆ. ມາຮອດວັນທີ 7 ກັນຍາຜ່ານມາ, ສາມາດກັກຕົວຄົນຮ້າຍໄດ້ 1 ຄົນ ຄື: ທ້າວ ບຸນມາ ແລ້ວນຳເອົາຕົວສອບສວນຂະຫຍາຍຜົນ ແລະ ຕິດຕາມກັກຕົວຜູ້ຮ່ວມຂະບວນການ ຄື: ທ້າວ ສະເໜີ, ທ້າວ ກະຕໍ່, ທ້າວ ອາລິຍາ ແລະ ທ້າວ ຄຳເສົາ.

ພວກກ່ຽວສາລະພາບວ່າ: ໄດ້ຮ່ວມກັນລັກ, ປຸ້ນ, ຊິງເອົາຊັບຂອງພົນລະເມືອງແທ້, ເຊິ່ງພວກກ່ຽວກໍ່ເຫດມາແລ້ວຫຼາຍຄັ້ງ ເຊັ່ນ: ປຸ້ນລົດຈັກຮ້ອນດ້າ ຊູເມີ່ເອັກ ສີແດງ-ດຳ ຢູ່ເຂດບບ້ານດົງໝ້ຽງ, ປຸ້ນລົດຈັກເວບ 100 ຢູ່ເຂດວົງວຽນບ້ານໂພນຕ້ອງສະຫວາດ, ປຸ້ນລົດ ຊູເມີເອັກ ຢູ່ເຂດບ້ານຮ່ອງໄກ່ແກ້ວ, ປຸ້ນລົດໂຕໂຢຕ້າ ຟໍຈູເນີ ຢູ່ເຂດບ້ານດົງປ່າແຫຼບ; ປຸ່ນລົດກະບະໄທເກີ່ຢູ່ບ້ານໜອງບົວທອງໃຕ້ ໄດ້ໄອໂຟນ ແລະ ເງິນ 400.000 ກີບ, ປຸ້ນເອົາລົດຄຣິກໄອ ສີຂາວ-ດຳ ຈຳນວນ 2 ຄັນ ຢູ່ເຂດເສັ້ນທາງຕະຫຼາດຊັງຈຽງ, ປຸ່ນລົດຈັກຊູເມີເອັກ ເຂດບ້ານຜາງແຫ້ງ; ປຸ້ນເອົາລົດເວບ 100 ແລະ ຊູເມີເອັກ ຢູ່ເສັ້ນທາງເຂດບ້ານພະຂາວ, ປຸ້ນລົດ ຈັກເວບ 100 ຢູ່ເຂດ ບ້ານສີວິໄລ, ປຸ້ນລົດຈັກຊູເມີເອັກ ແລະ ປຸ້ນລົດຈັກຄຣິກໄອ ສີຂາວ ຢູ່ເຂດບ້ານດອນໜູນ ເມືອງໄຊທານີ; ປຸ້ນເອົາລົດຈັກຊູເມີເອັກ ສີເຫຼືອງ-ດຳ ຈຳນວນ 2 ຢູ່ເຂດເສັ້ນທາງດົງຄຳຊ້າງ ຫາບ້ານໂນນຫວາຍ, ປຸ້ນເອົາຊູເມີເອັກ ຢູ່ເສັ້ນທາງເຂດບ້ານໜອງໜ່ຽງ, ປຸ້ນລົດຈັກຊູເມີເອັກ ຢູ່ເຂດວົງວຽນໜອງໜ່ຽງ ແລະ ປຸ້ນລົດຈັກເວບ 100 ຢູ່ ເຂດບ້ານຂາມງອຍ, ປຸ້ນລົດຊູເມີເອັກ ຢູ່ເຂດໂພນສະອາດ ທັງໝົດຂຶ້ນກັບເມືອງໄຊເສດຖາ ແລະ ລັກລົດຈັກເວບ 100 ສີຂຽວ-ດຳ ຢູ່ເຂດບ້ານປາກກະຍຸງ ເມືອງວຽງຄຳ, ປຸ້ນລົດຄຣິກໄອ ສີຂາວຢູ່ເຂດບ້ານເກີນເມືອງທຸລະຄົມ ທັງສອງເມືອງຂຶ້ນກັບແຂວງວຽງຈັນ.

ເຈົ້າໜ້າທີ່ ປກສ ແຂວງວຽງຈັນ ໃຫ້ຮູ້ອີກວ່າ: ກຸ່ມແກ້ງດັ່ງກ່າວນຳໃຊ້ລົດໃຫຍ່ອອກຫາປຸ້ນຈີ້ຊັບສິນໃນເວລາເດິກດື່ນທ່ຽງຄືນຕາມເສັ້ນທາງປ່ຽວ ແລະ ມືດ, ດ້ວຍວິທີການພົບເຫັນເຫຍື່ອ ພວກກ່ຽວກໍຂັບລົດໃຫຍ່ຕັດໜ້າ ເມື່ອເຫຍື່ອຢຸດລົດ ກໍລົງໄປໃຊ້ອາວຸດປືນສັ້ນ, ຄ້ອນຊັອດໄຟຟ້າ, ເຫຼັກແປັບ, ໄມ້ຄ້ອນກະບອງ, ມີດຍາວ (ງ້າວ) ນາມຂູ່ປຸ້ນເອົາຊັບສິນທີ່ຕິດຕົວ ແລະ ລົດຈັກ; ເຊິ່ງຜູ້ຖືກຫາທັງ 5 ຄົນນີ້ເຄີຍຖືກຕ້ອງໂທດອາຍາມາແລ້ວໃນໄລຍະຜ່ານມາ. ປັດຈຸບັນ, ເຈົ້າໜ້າທີ່ພວກເຮົາສາມາດຢຶດພາຫະນະນໍາໃຊ້ເຂົ້າໃນການກະທຳຜິດ 2 ຄັນ, ເກັບກູ້ຂອງກາງປະເພດລົດຈັກໄດ້ຈໍານວນ 6 ຄັນ ແລະ ຈະສືບຕໍ່ເກັບກູ້ຕໍ່ໄປ.