ສືບຕໍ່ ປະຕິບັດຕາມແຜນຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນ
ສືບຕໍ່ປະຕິບັດຕາມແຜນຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນ

ປັດຈຸບັນ ການເກີດອຸບັດຕິເຫດຕາມທ້ອງຖະໜົນ ຍັງ ສືບຕໍ່ ເກີດຂຶ້ນຢ່າງເນື່ອງນິດລຽນຕິດໃນຂອບເຂດທົ່ວປະເທດ ແລະ ພາກຊີວິດນັກຂັບຂີ່ີໄປຈໍານວນບໍ່ໜ້ອຍໃນແຕ່ລະວັນ ເຊິ່ງຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຊາຍທີ່ມີອາຍຸຢູ່ໃນໄວກາງຄົນທີ່ເປັນກຳລັງແຮງຂອງຊາດ; ເຊິ່ງບັນຫາດັ່ງກ່າວນີ້ຍັງບໍ່ສາມາດສະກັດກັ້ນໄດ້. ສະແດງອອກໃນເດືອນຕຸລາຜ່ານມາ ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 521 ຄັ້ງ ມີຄົນເສຍຊີວິດ 75 ຄົນ ເປັນຊາຍ 60 ຄົນ ຍິງ 15 ຄົນ, ຕໍ່ກັບອຸບັດຕິເຫດທີ່ເກີດຂຶ້ນສ່ວນຫຼາຍ ແມ່ນຢູ່ໃນໄລຍະອາຍຸ 18-30 ປີ.

ຕໍ່ກັບບັນຫາການເກີດອຸບັດຕິເຫດຕາມທ້ອງຖະໜົນທີ່ບໍ່ມີທ່າທີຈະຫຼຸດໜ້ອຍຖອຍລົງໃນແຕ່ລະວັນ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນໃນທົ່ວປະເທດ ໄດ້ຂຸ້ນຂ້ຽວວາງແຜນເພື່ອສະກັດກັ້ນບັນຫາດັ່ງກ່າວໃຫ້ ຫຼຸດ ໜ້ອຍຖອຍລົງດ້ວຍຫຼາຍວິທີ ເປັນຕົ້ນແມ່ນໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ແລະ ຖ່າຍທອດວິທີການຂັບຂີ່ປອດໄພຢູ່ຕາມສະຖານທີ່ສຳຄັນຕ່າງໆ ໂດຍແນໃສ່ກຸ່ມຄົນທີ່ມີອາຍຸຕໍ່າກວ່າ 18 ປີ ແລະ ກຸ່ມຄົນທີ່ຢູ່ໃນໄວກາງຄົນ ເພື່ອເຮັດໃຫ້ກຸ່ມຄົນເຫຼົ່ານັ້ນຮັບຮູ້ ແລະ ເຂົ້າໃຈຕໍ່ກົດລະບຽບຈະລາຈອນ ແລະ ຮູ້ເຖິງຜົນຮ້າຍທີ່ຈະຕາມ ມາ ພາຍຫຼັງເກີດອຸບັດຕິເຫດ; ໄປຄຽງຄູ່ກັນນີ້, ເຈົ້າໜ້າທີ່ຍັງນໍາໃຊ້ລະບຽບກົດໝາຍ ແລະ ມາດຕະການຕ່າງໆຕໍ່ນັກຂັບຂີ່ທີ່ລະເມີດກົດຈະລາຈອນຢູ່ຕາມສາຍທາງ ດ້ວຍການປັບໃໝ ເພື່ອເຮັດໃຫ້ນັກຂັບຂີ່ເຂັດຫຼາບບໍ່ກັບຄືນໄປລະເມີດອີກ.

ເຖິງແມ່ນວ່າເຈົ້າໜ້າທີ່ຈະລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ແລະ ໃຊ້ມາດຕະການຕໍ່ນັກຂັບຂີ່ຫຼາຍປານໃດກໍຕາມ ແຕ່ບັນຫາການລະເມີດກົດລະບຽບຈະລາຈອນຂອງນັກຂັບຂີ່ ກໍບໍ່ມີທ່າທີທີ່ຈະ ຫຼຸດ ໜ້ອຍຖອຍລົງ ມີແຕ່ລະເມີດຫຼາຍຂຶ້ນໄປຊັກໄຊ້ ຍ້ອນວ່ານັກຂັບຂີ່ບາງຄົນຍັງບໍ່ຮູ້ກົດລະບຽບຈະລາຈອນ, ແຕ່ບາງຄັງອາດຈະຮູ້ແຕ່ພາໂລດລະເມີດ; ເຊິ່ງໃນປັດຈຸບັນການລະເມີດໃນຫຼາຍຮູບແບບຍັງມີໃຫ້ເຫັນ ເປັນຕົ້ນແມ່ນການດື່ມສິ່ງມຶນເມົາເກີນຂອບເຂດແລ້ວຂັບຂີ່ລົດ, ໃຊ້ຄວາມໄວເກີນກຳນົດ, ລ່ວງປ້າຍຫ້າມ, ລ່ວງໄຟອໍານາດ, ຊິງຂຶ້ນ ໜ້າບໍ່ຮັບປະກັນ, ບໍ່ໃຫ້ກຽດເຊິ່ງກັນແລະກັນ; ຕໍ່ກັບບັນຫາການລະເມີດ, ສ່ວນຫຼາຍແມ່ນເກີດຂຶ້ນຈາກຕົວຂອງນັກຂັບຂີ່ເອງ, ເຊິ່ງການລະເມີດທີ່ພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນ ສ່ວນຫຼາຍແມ່ນດື່ມສິ່ງມຶນເມົາແລ້ວຂັບຂີ່, ສະແດງອອກໃນເດືອນຕຸລາຜ່ານມາ ລະເມີດດ້ວຍການດື່ມສິ່ງມຶນເມົາແລ້ວຂັບຂີ່ ພາໃຫ້ເກີດອຸບັດຕິເຫດທັງໝົດ 121 ຄົນ, ໃຊ້ຄວາມໄວ 93 ຄັນ, ປ່ຽນທິດທາງກະທັນຫັນ 100 ຄັນ, ຊິງແຊງບໍ່ຮັບປະກັນ 36 ຄັນ, ບໍ່ປ່ອຍສິດ 90 ຄັນ, ລ່ວງປ້າຍຫ້າມ 14 ຄັນ ແລະອື່ນໆ.

ຈາກການລະເມີດຂອງນັກຂັບຂີ່ີທີ່ພາໃຫ້ເກີດອຸບັດຕິເຫດໃນເດືອນຕຸລາຜ່ານມາ ເຮັດໃຫ້ນັກຂັບຂີ່ບາດເຈັບເລັກໜ້ອຍ 406 ຄົນ, ສົມຄວນ 376 ຄົນ, ສາຫັດ 111 ຄົນ ແລະ ເສຍຊີວິດ 75 ຄົນ ຍິງ 15 ຄົນ; ຕໍ່ກັບອຸບັດຕິເຫດທີ່ເກີດຂຶ້ນ ສ່ວນຫຼາຍແມ່ນມີອາຍຸເລີ່ມແຕ່ 18-30 ປີ ມີທັງໝົດ 710 ຄົນ; ໃນນີ້, ອາຍຸແຕ່ 18-20 ປີ ມີ 124 ຄົນ, 21-22 ປີ ມີ 154 ຄົນ, 23-24 ປີ ມີ 98 ຄົນ, 25-26 ປີ ມີ 114 ຄົນ, 27-28 ປີ ມີ 129 ຄົນ, 29-30 ປີ ມີ 91 ຄົນ; ສ່ວນອາຍຸແຕ່ 31-54 ປີ ມີທັງໝົດ 246 ຄົນ, ສໍາລັບອາຍຸ 16-17 ປີ ມີ 110 ຄົນ ແລະ ຕໍ່າກວ່າ 15 ປີ ມີ 96 ຄົນ; ເກນອາຍຸທີ່ຮ່ວມເກີດອຸບັດຕິເຫດສ່ວນຫຼາຍແມ່ນກຳມະກອນ ມີທັງໝົດ 238 ຄົນ, ຫວ່າງງານ 153 ຄົນ, ຂັບລົດ 125 ຄົນ, ພະນັກງານ 122 ຄົນ, ນັກຮຽນ 120 ຄົນ, ນັກສຶກສາ 119 ຄົນ, ທະຫານ 44 ຄົນ, ຕໍາຫຼວດ 20 ຄົນ.

ຢ່າງໃດກໍຕາມ ເພື່ອສະກັດກັ້ນໃຫ້ບັນຫາການເກີດອຸບັດຕິເຫດ ແລະ ຜູ້ເສຍຊີວິດຫຼຸດລົງ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນໃນທົ່ວປະເທດ ຈະ ສືບຕໍ່ ລົງໂຄສະນາກົດລະບຽບຈະລາຈອນ ຕິດພັນກັບການຖ່າຍທອດຫຼັກການຂັບຂີ່ປອດໄພ ໃຫ້ບັນດານັກຂັບຂີ່ຢູ່ຕາມໂຮງຈັກ-ໂຮງງານ, ໂຮງໂຮງ, ວິທະຍາໄລ, ສຳນັກງານອົງການ ທັງພາກລັດ ແລະ ເອກະຊົນ, ບັນດາກຸ່ມບ້ານ, ບັນດາບ້ານ ເພື່ອເຮັດໃຫ້ນັກຂັບຂີ່ຮັບຮູ້ເຖິງກົດລະບຽບຈະລາຈອນ ແລ້ວນຳໄປ ໝູນໃຊ້ເຂົ້າໃນການຂັບຂີ່; ນອກນີ້, ຍັງສືບຕໍ່ໃນການລົງອາທິດສັນຈອນ, ຕັ້ງດ່ານກວດກາຈັບຄວາມໄວ, ກວດທາດເຫຼົ້າ ເພື່ອສຶກສາອົບຮົມ ແລະ ໃຊ້ມາດຕະການຕໍ່ນັກຂັບຂີ່ທີ່ລະເມີດກົດລະບຽບຈະລາຈອນ.