ພິທີປະກາດສະຖານີຂົນສົ່ງໂດຍສານ ແລະ ລົດໂດຍສານສາທາລະນະໃຫ້ເປັນສະຖານທີ່ປອດຄວັນ ຢາສູບ
ພິທີປະກາດສະຖານີຂົນສົ່ງໂດຍສານ ແລະ ລົດໂດຍສານສາທາລະນະໃຫ້ເປັນສະຖານທີ່ປອດຄວັນ ຢາສູບ

ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບກະຊວງສາທາລະນະສຸກ ກັບ ຄະນະກໍາມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ຈັດພິທີ ປະກາດ ສະຖານີຂົນສົ່ງໂດຍສານ ແລະ ລົດໂດຍສານສາທາລະນະໃຫ້ເປັນສະຖານທີ່ປອດຄວັນ ຢາສູບ ເພື່ອເຮັດໃຫ້ຫຼຸດຜ່ອນຄວາມ ສຽງໃຫ້ກັບບຸກຄົນທີ່ບໍ່ສູບຢາ ແລະ ເດັກ, ທັງເຮັດໃຫ້ສະຖານທີ່ມີຄວາມສະອາດ ແລະ ປອດໄພຈາກມົນລະພິດຂອງຢາສູບ.

ພິທີປະກາດສະຖານີຂົນສົ່ງໂດຍສານ ແລະ ລົດໂດຍສານສາທາລະນະໃຫ້ເປັນສະຖານທີ່ປອດຄວັນ ຢາສູບ

ພິທີປະກາດໄດ້ຈັດຂຶ້ນໃນວັນທີ 21 ພະຈິກນີ້ ຢູ່ຄິວລົດສາຍໃຕ້ ນະຄອນຫຼວງວຽງຈັນ ເຂົ້າຮ່ວມມີ ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ; ມີ ທ່ານ ດຣ ພອນປະເສີດ ອານາພົມ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະ ພາບ, ກະຊວງສາທາລະນະສຸກ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ການປະກາດໃຫ້ສະຖານີຂົນສົ່ງໂດຍສານ ແລະ ລົດໂດຍສານສາທາລະນະ ເປັນສະຖານທີ່ປອດຄວັນຢາສູບໃນຄັ້ງນີ້ ເພື່ອເຮັດໃຫ້ຫຼຸດຜ່ອນຄວາມສຽງໃຫ້ກັບບຸກຄົນທີ່ບໍ່ສູບຢາ ແລະ ເດັກ ທັງເຮັດໃຫ້ສະຖານທີ່ມີຄວາມສະອາດ ແລະ ປອດໄພ ຈາກມົນລະພິດຂອງຢາສູບ; ທັງເປັນການຫ້າມສູບຢາພາຍອາຄານຂອງສະຖານີຂົນສົ່ງ ແລະ ລົດໂດຍທຸກປະເພດ ລວມທັງຜູ້ຂັບຂີ່ ແລະ ຜູ້ໂດຍສານໃນທົ່ວນະຄອນຫຼວງວຽງຈັນ.

ສະນັ້ນ, ທຸກສະຖານີຂົນສົ່ງໂດຍສານ ແລະ ລົດໂດຍສານສາທາລະນະ ຕ້ອງປະຕິບັດດັ່ງນີ້ ຕ້ອງໄດ້ຕິດປ້າຍຫ້າມສູບຢາພາຍໃນອາຄານ, ລານຈອດລົດ ແລະ ພາຍໃນລົດໂດຍສານ ແລະ ບໍ່ໃຫ້ມີການໂຄສະນາ ຫຼື ຕິດປ້າຍໂຄສະນາຜະລິດຕະພັນຢາສູບພາຍໃນສະຖານີ ແລະ ພາຍໃນລົດໂດຍສານ; ເຈົ້າໜ້າທີ່ພະນັກງານປະຈໍາສະຖານີ ແລະ ຜູ້ຂັບຂີ່ທຸກທ່ານຕ້ອງມີພັນທະ ແລະ ໜ້າທີ່ໃນການຂໍ້ຄວາມຮ່ວມມືນໍາຜູ້ໂດຍສານບໍ່ໃຫ້ສູບຢາພາຍໃນຂອບເຂດ. ຖ້າຕ້ອງການສູບຢາແມ່ນໃຫ້ໄປສູບຢູ່ໃນບໍລິເວນສະເພາະທີ່ອານຸຍາດໃຫ້ສູບ.

ພິທີປະກາດສະຖານີຂົນສົ່ງໂດຍສານ ແລະ ລົດໂດຍສານສາທາລະນະໃຫ້ເປັນສະຖານທີ່ປອດຄວັນ ຢາສູບ

ຖ້າມີການລະເມີດຈະຖືກກ່າວເຕືອນ ແລະ ປັບໃໝຕາມອັດຕາທີ່ໄດ້ລະບຸໄວ້ ໃນດໍາລັດວ່າດ້ວຍການປັບໃໝ ແລະ ນໍາ ໃຊ້ມາດຕະການອື່ນເຊັ່ນ: ສະຖານນີໃດບໍ່ຕິດປ້າຍຫ້າມສູບຢາ ຫຼື ບໍ່ມີຂອບເຂດໃຫ້ສູບຢາ ຄັ້ງທີ 1 ຈະຖືກສຶກສາອົບຮົມ ແລະ ກ່າວເຕືອນ; ຄັ້ງທີ 2 ຈະຖືກປັບ ໃໝ 1.000.000 ກີບ; ຄັ້ງທີ 3 ຈະຖືກປັບໃໝຄັ້ງລະ 2.000.000 ກີບ. ການ ສູບຢາໃນສະຖານທີ່ຫ້າມສູບຢາ, ຄັ້ງທີ 1 ຈະຖືກສຶກສາອົບຮົມ ແລະ ກ່າວເຕືອນ, ຄັ້ງທີ 2 ຖືກປັບໃໝ 200.000 ກີບ ແລະ ຄັ້ງທີ 3 ຖືກປັບໃໝ 400.000 ກີບ; ຕໍ່ກັບເຈົ້າຂອງສະຖານທີ່ຫາກເມີນເສີຍ ຫຼື ປະປ່ອຍໃຫ້ມີການສູບຢາໃນສະຖານທີ່ຫ້າມສູບຢາ ຄັ້ງທີ 1 ຈະຖືກສຶກ ສາອົບຮົມ ແລະ ກ່າວເຕືອນ ຄັ້ງທີ 2 ຖືກປັບໃໝ 1.000.000 ກີບ ແລະ ຄັ້ງທີ 3 ຖືກປັບໃໝ ຄັ້ງລະ 5.000.000 ກີບ.