ກອງປະຊຸມສໍາມະນາແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ກ່ຽວກັບ ການພັດທະນາໂດຍຊຸມຊົນເປັນເຈົ້າ ໄດ້ຈັດຂຶ້ນໃນວັນທີ 22 ພະຈິກ 2019 ທີ່ນະຄອນຫຼວງວຽງຈັນ, ເປັນປະທານໂດຍ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ມີ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມຂອງ ສປ ຈີນ ປະຈໍາ ສປປ ລາວ, ມີ ຫົວໜ້າຫ້ອງການ ທະນາຄານໂລກ ປະຈໍາ ສປປ ລາວ, ມີ ບັນດາເອກອັກຄະລັດຖະທູດ, ທູຕານຸທູດ ກໍາປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ປະຈໍາ ສປປ ລາວ, ຄະນະຜູ້ແທນ ບັນດາປະເທດໃນກອບການຮ່ວມ ມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊາງ, ແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.

ກອງປະຊຸມສໍາມະນາແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ກ່ຽວກັບ ການພັດທະນາໂດຍຊຸມຊົນເປັນເຈົ້າ ໄດ້ຈັດຂຶ້ນໃນວັນທີ 22 ພະຈິກ 2019 ທີ່ນະຄອນຫຼວງວຽງຈັນ

ທ່ານ ທອງເພັດ ວົງມະນີ ໄດ້ກ່າວເປີດກອງປະຊຸມ ວ່າ:

ກອງປະຊຸມສໍາມະນາຄັ້ງນີ້ ຈະເປັນເວທີສໍາຄັນ ໃນການສົ່ງເສີມຄວາມເຂົ້າອົກເຂົ້າໃຈອັນດີ ແລະ ແລກປ່ຽນບົດຮຽນປະສົບປະການ ແນໃສ່ເພີ່ມທະວີການຮ່ວມມືກັນ ໃນດ້ານການພັດທະນາໂດຍຊຸມຊົນເປັນເຈົ້າ ທີ່ເປັນວິທີການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຢ່າງໜຶ່ງທີ່ໄດ້ຮັບຜົນດີ ແລະ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງໃຫ້ຂົງເຂດນີ້ ໃຫ້ມີຄວາມຢູ່ດີກິນດີ ແລະ ມັ່ງຄັ່ງເຂັ້ມແຂງ.

ລັດຖະບານ ສປປ ລາວ ໄດ້ຕັ້ງໜ້າສົ່ງເສີມຂະບວນການພັດທະນາໂດຍຊຸມຊົນເປັນເຈົ້າ ດ້ວຍຫຼາຍຮູບແບບວິທີການ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດ ກອງທຶນຫຼຸດຜ່ອນຄວາມທຸກຍາກ ທີ່ເລີ່ມມາຕັ້ງແຕ່ປີ 2002 ໃນຖານະທີ່ເປັນເຄື່ອງມືໜຶ່ງຂອງ ລັດຖະບານ ພາຍໃຕ້ການສະໜັບສະໜູນຂອງ ທະນາຄານໂລກ ແລະ ຄູ່ຮ່ວມໃຫ້ທຶນ ເພື່ອແກ້ໄຂ ແລະ ລຶບລ້າງຄວາມທຸກຍາກ ໃຫ້ໄດ້ໂດຍພື້ນຖານ ໃນປີ 2020 ໂດຍເນັ້ນໃສ່ການສ້າງ ໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກຊົນນະບົດ ຄຽງຄູ່ໄປກັບ ການສ້າງຄວາມເຂັ້ມແຂງໃຫ້ແກ່ຮາກຖານຊຸມຊົນ ເປັນຕົ້ນຕໍ.

ຫຼັກການການພັດທະນາໂດຍຊຸມຊົນເປັນເຈົ້າ ທີ່ຈັດຕັ້ງປະຕິບັດ ຢູ່ໃນກອງທຶນຫຼຸດຜ່ອນຄວາມທຸກຍາກ ລວມມີຄວາມງ່າຍດາຍຂອງໂຄງການ, ການລົງທຶນທີ່ຄຸ້ມຄ່າ ໃຫ້ບູລິມະສິດແກ່ຜູ້ທຸກຍາກ, ສົ່ງເສີມການເຂົ້າຮ່ວມຂອງຊຸມຊົນ ເຮັດຢ່າງມີຄວາມຮັບຜິດຊອບ ແລະ ຮັບປະກັນປະສິດທິຜົນ ໃນການຈັດຕັ້ງປະຕິບັດໂຄງການ ຈຶ່ງມອບໃຫ້ຮາກຖານຊຸມຊົນເອງ ເປັນຜູ້ຕັດສິນໃຈ ວ່າ:

ຈະນໍາໃຊ້ຊັບພະຍາກອນ ເຂົ້າໃນການພັດທະນາບ້ານຂອງຕົນໃນດ້ານໃດ ແລະ ຄຸ້ມຄອງຈັດຕັ້ງປະຕິບັດບົວລະບັດຮັກສານໍາໃຊ້ໂຄງການເອົາເອງ.

ຢາກເຮັດໄດ້ຄືແນວນັ້ນ ຈຶ່ງໄດ້ມີການຈັດຕັ້ງການຝຶກອົບຮົມຊຸກຍູ້ຊ່ວຍເຫຼືອ ເພື່ອເຮັດໃຫ້ສະມາຊິກຂອງຮາກຖານຊຸມຊົນ ລວມທັງແມ່ຍິງ ແລະ ປະຊາຊົນບັນດາເຜົ່າ ໄດ້ເຂົ້າຮ່ວມການພັດທະນາດັ່ງກ່າວນີ້ ຢ່າງເຕັມສ່ວນ; ເຊິ່ງໃນຕະຫຼອດໄລຍະ 16 ປີຜ່ານມາ, ກວມເອົາບ້ານທຸກຍາກຫຼາຍກວ່າ 2 ພັນບ້ານ ຢູ່ບັນດາເມືອງທຸກຍາກ ທີ່ມີຜູ້ໄດ້ຮັບຜົນປະໂຫຍດ ປະມານ 30% ຂອງພົນລະເມືອງ ໃນທົ່ວປະເທດ ໂດຍສະເພາະແມ່ນ ຜູ້ທຸກຍາກທີ່ສຸດ, ເປັນການປະກອບສ່ວນເຮັດໃຫ້ປະເທດເຮົາ ບັນລຸເປົ້າໝາຍສະຫັດສະວັດຂອງ ການພັດທະນາສ້າງພື້ນຖານອັນດີໃຫ້ແກ່ ການແກ້ໄຂຄວາມທຸກຍາກ ແລະ ສ້າງບ້ານພັດທະນາ.

ລັດຖະບານ ໄດ້ອອກດໍາລັດເລກທີ 348 ວ່າດ້ວຍ ມາດຕະຖານພົ້ນທຸກ ແລະ ພັດທະນາ, ຂໍ້ຕົກລົງເລກທີ 65/ນຍ ວ່າດ້ວຍ ການກໍານົດຈຸດສຸມບູລິມະສິດການພັດທະນາ ເຊິ່ງກາຍເປັນທັງທິດຊີ້ນໍາ ແລະ ເປັນຕົວຊີ້ບອກໃຫ້ແກ່ ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.

ໂດຍອີງໃສ່ບັນຫາດັ່ງກ່າວນັ້ນ ຂົງເຂດທີ່ພວກເຮົາຈະຕ້ອງສຸມໃສ່ໃນຕໍ່ໜ້ານີ້ ລວມມີ: ການສຶກສາ, ການຝຶກອົບຮົມຍົກລະດັບສີມືແຮງງານ, ການສ້າງລາຍຮັບໃຫ້ຄອບຄົວ, ສົ່ງເສີມການເຂົ້າເຖິງ ການບໍລິການທີ່ມີຄຸນນະພາບ, ການສົ່ງເສີມດ້ານເຕັກນິກ-ເຕັກໂນໂລຊີ ເພື່ອພັດທະນາຕ່ອງໂສ້ ຄຸນຄ່າຜະລິດຕະພັນກະສິກໍາ ລົງທຶນໃສ່ການເພີ່ມຜະລິດຕະພາບ, ການຈັດສັນພູມລຳເນົາ, ການຄຸ້ມຄອງຄວາມສ່ຽງໄພພິບັດ, ການສ້າງຄວາມເຂັ້ມແຂງໃຫ້ຮາກຖານທ້ອງຖິ່ນ, ການເຂົ້າເຖິງສິນເຊື່ອ ແລະ ຕະຫຼາດກອງທຶນຄໍ້າປະກັນຄວາມສ່ຽງ.

ນອກຈາກນີ້, ກໍຍັງມີ ການສ້າງວຽກເຮັດງານທໍາ ແລະ ສົ່ງເສີມວິສາຫະກິດຊົນນະບົດ ໂດຍສະເພາະແມ່ນ ຈຸລະວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ໃນບັນດາຂະແໜງກະສິກໍາປ່າໄມ້, ການປະມົງ ແລະ ຫັດຖະກໍາ ພ້ອມນັ້ນຍັງຕ້ອງໄດ້ເພີ່ມ ການປົກປ້ອງທາງດ້ານສັງຄົມ ສໍາລັບຜູ້ທຸກຍາກ ແລະ ການປົກປັກຮັກສາສິ່ງແວດລ້ອມ.