ກອງບັນຊາການ ປກສ ເມືອງສາ ມັກຄີໄຊ ແຂວງອັດຕະປື ໄດ້ສຶກສາອົບຮົມກຸ່ມມົ້ວສຸມເສບຢາເສບຕິດ ຈໍານວນ 30 ຄົນ ທີ່ຈັບກຸ່ມໄດ້ໃນໄລຍະຜ່ານມາ ກ່ອນມອບໃຫ້ຜູ້ປົກຄອງຮັບເອົາໄປສຶກສາອົບຮົມຕື່ມ. ເຂົ້າຮ່ວມຂອງ ພັທ ແກ້ວອຸດອນ ວໍລະບຸດ ຮອງຫົວໜ້າກອງບັນ ຊາການ ປກສ ເມືອງສາມະຄີໄຊ, ມີອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່-ແມ່ຜູ້ປົກຄອງຂອງພວກກ່ຽວເຂົ້າຮ່ວມ ໃນວັນທີ 13 ພະຈິກ 2019.

ຮອ ຄຳໃບ ແກ້ວພາວົງ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງ ໃຫ້ຮູ້ວ່າ: ພວກມົ້ວສຸມເສບຢາເສບຕິດທີ່ກັກ ຕົວໄດ້ໃນໄລຍະຜ່ານມາ ມີຈຳນວນທັງ ໝົດ 30 ຄົນ ຍິງ 4 ຄົນ, ໃນນັ້ນ ອາຍຸ ຕ່ຳສຸດແມ່ນ 16 ປີ ແລະ ສູງສຸດແມ່ນ 35 ປີ ເຊິ່ງຖືກເຈົ້າໜ້າທີ່ ປກສ ເມືອງ ກັກຕົວໄດ້ ໃນວັນທີ 26 ກັນຍາ ແລະ 23 ຕຸລາ 2019 ຈໍານວນ 22 ຄົນ ຍິງ 2 ຄົນ ຢູ່ເຂດບ້ານເວີນແຄນ ແລະ ກັກຕົວໄດ້ໃນວັນທີ 1 ພະຈິກ 2019 ຈຳນວນ 8 ຄົນ ຍິງ 2 ຄົນ ຢູ່ເຂດບ້ານວັດຫຼວງ.

ການສຶກສາອົບຮົມໃນຄັ້ງນີ້, ເພື່ອ ເປັນການປູກຈິດສຳນຶກໃຫ້ພວກກ່ຽວໄດ້ຮັບຮູ້, ເຂົ້າໃຈ, ຮູ້ຈັກປັບປຸງ, ປ່ຽນ
ແປງພຶດຕິກຳບໍ່ດີຂອງຕົນ, ເຫັນໄດ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ມີຄວາມກິນແໜງແຄງໃຈຕໍ່ ການກະທຳຂອງຕົນເອງ, ບໍ່ໄປພົວພັນກັບສິ່ງເສບຕິດ, ຮູ້ຈັກດຳລົງຊີວິດທີ່ຖືກຕ້ອງ, ບໍ່ຂັດຕໍ່ລະບຽບກົດໝາຍ, ຊອກຫາວຽກເຮັດງານທຳທີ່ໝັ້ນຄົງ.