ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງວຽງຈັນ
ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງວຽງຈັນ

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງວຽງຈັນ ໃນວັນທີ 20 ພະຈິກ 2019 ເພື່ອເປັນການຊຸກຍູ້ໃຫ້ການນໍາແຂວງວຽງຈັນ ນໍາພາພະນັກງານ ຕະຫຼອດຮອດປະຊາຊົນໃຫ້ມີຄວາມຕື່ນຕົວທາງດ້ານການເມືອງ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ໂດຍການຕ້ອນຮັບຂອງ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ, ມີບັນດາການນໍາແຂວງ-ເມືອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໂອກາດນີ້, ທ່ານ ຄຳພັນ ສິດທິດຳພາ ໄດ້ລາຍງານບາງດ້ານ ເຊັ່ນ: ຈັດຕັ້ງປະຕິບັດວຽກງານໃນໄລຍະ 9 ເດືອນຜ່ານມາ ໃນແຜນການປີ 2019 ແຂວງວຽງຈັນ, ມີຄວາມຕ້ອງການທຶນເພື່ອການພັດທະນາທັງໝົດ 2.648,27 ຕື້ກີບ ກວມເອົາ 34,22% ຂອງ GDP ໃນ 9 ເດືອນປະຕິບັດໄດ້ 2.616,26 ຕື້ກີບ, ເທົ່າກັບ 98,79% ຂອງແຜນການ, ກວມເອົາ 33,80 % ຂອງ GDP. ໃນນີ້, ແຜນການລົງທຶນຂອງລັດຕາມແຜນປົກກະຕິມູນຄ່າ 65,63 ຕື້ກີບ, ປະຕິບັດໄດ້ 62,20 ຕື້ກີບ, ເທົ່າກັບ 94,78% ຂອງແຜນການ. ພ້ອມນີ້ ຍັງໄດ້ລາຍງານວຽກງານການກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງ ແຂວງວຽງຈັນ ເຊິ່ງຄາດວ່າກອງປະຊຸມໃຫຍ່ອົງຄະນະພັກເມືອງ, ຮາກຖານພັກ ແລະ ໜ່ວຍພັກໃຫ້ສຳເລັດໃນທ້າຍເດືອນມີນາ ປີ 2020.

ທ່ານ ຄຳພັນ ສິດທິດຳພາ ໄດ້ລາຍງານບາງດ້ານກ່ຽວກັບ ແຂວງວຽງຈັນ
ທ່ານ ຄຳພັນ ສິດທິດຳພາ ໄດ້ລາຍງານບາງດ້ານກ່ຽວກັບ ແຂວງວຽງຈັນ

ທ່ານ ບຸນຍັງ ວໍລະຈິດ ໄດ້ຊີ້ນໍາໃຫ້ການນໍາແຂວງ-ເມືອງ ເອົາໃຈໃສ່ສຶກສາອົບຮົມການເມືອງ ແນວຄິດໃຫ້ບັນດາຖັນແຖວສະມາຊິກພັກ, ພະນັກງານ ຕະຫຼອດຮອດປະຊາຊົນ ໃຫ້ມີຄວາມຕື່ນຕົວທາງດ້ານການເມືອງ; ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການແກ້ໄຂບັນຫາລຶບລ້າງຄວາມທຸກຍາກ ເປັນຕົ້ນແມ່ນ ໃຫ້ສືບຕໍ່ຊີ້ນຳການປູກ-ການລ້ຽງປະເພດຕ່າງໆ ແລະ ທາງດ້ານການບໍລິການເຮັດໃຫ້ປະຊາຊົນມີລາຍຮັບສູງຂຶ້ນ, ປຸກລະດົມການປະຢັດມັດທະຍັດຕ້ານການໃຊ້ຈ່າຍຟຸມເຟືອຍ, ຫັນປ່ຽນດ້ານແນວຄິດຫຍໍ້ທໍ້ທີ່ເປັນສິ່ງອັດຕັນ ແລະ ກົດໜ່ວງທ່ວງດຶງ.

ທ່ານ ບຸນຍັງ ວໍລະຈິດ ໄດ້ຊີ້ນໍາໃຫ້ການນໍາແຂວງ-ເມືອງ ຂອງ ແຂວງວຽງຈັນ
ທ່ານ ບຸນຍັງ ວໍລະຈິດ ໄດ້ຊີ້ນໍາໃຫ້ການນໍາແຂວງ-ເມືອງ ຂອງ ແຂວງວຽງຈັນ

ນອກນີ້, ໄດ້ຫັນເອົາພະນັງານລົງກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມແທດເໝາະ ເພື່ອປັບປຸງລະບົບຮາກຖານການເມືອງຂັ້ນຮາກຖານໃຫ້ມີຄວາມຫນັກແໜ້ນເຂັ້ມແຂງ ແລະ ເອົາໃຈໃສ່ການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນການກໍ່ສ້າງ ແລະ ບຳ ລຸງພະນັກງານໃນແຕ່ລະຂັ້ນ, ເພື່ອສ້າງໃຫ້ໄດ້ພະນັກງານນຳພາຄຸ້ມຄອງ ແລະ ພະນັກງານສືບທອດປ່ຽນແທນສືບຕໍ່ນຳພາຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ກໍຄືການສືບຕໍ່ນຳພາສ້າງສາ ແລະ ພັດທະນາປະເທດຊາດ.