ກອງປະຊຸມ ສະຫຼຸບວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ໃນໂຄງການກໍ່ສ້າງ ເຂື່ອນໄຟຟ້າພະລັງງານນໍ້າ ໄຊຍະບູລີ ປະຈໍາປີ 2018-2019 ໄດ້ຈັດຂຶ້ນຢູ່ຫ້ອງປະຊຸມ ກອງບັນຊາການ ປກສ ແຂວງໄຊຍະບູລີ ໃນທ້າຍອາທິດຜ່ານມາ, ໂດຍມີ ພັອ ບຸນຫຼ້າ ສຸລິຍາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ທ່ານ ປະພົບ ພິມໄຊ ຜູ້ ຈັດການຝ່າຍບໍລິຫານບໍລິສັດຊໍການຊ່າງລາວ, ມີພະນັກງານ-ນັກຮົບ ພ້ອມດ້ວຍພະນັກງານວິຊາການທີ່ ກ່ຽວຂ້ອງປະຈໍາໂຄງການເຂົ້າຮ່ວມ.

ພິທີ ສະຫຼຸບວຽກງານຮັກສາຄວາມສະຫງົບ ໂຄງການເຂື່ອນໄຟຟ້າພະລັງງານນ້ຳ ແຂວງໄຊຍະບູລີ
ພິທີ ສະຫຼຸບວຽກງານຮັກສາຄວາມສະຫງົບ ໂຄງການເຂື່ອນໄຟຟ້າພະລັງງານນ້ຳ ແຂວງໄຊຍະບູລີ

ຮອ ຄໍາຕ້ານ ຈິດຕະພອນ ຫົວໜ້າກອງຮ້ອຍ ປກສ ປະຈໍາໂຄງການ ໄດ້ລາຍງານໃຫ້ຮູ້ວ່າ: ເພື່ອເປັນການກະກຽມໃຫ້ແກ່ພິທີເປີດນໍາໃຊ້ໂຄງການຢ່າງເປັນທາງການທີ່ຈະມີຂຶ້ນໃນທ້າຍເດືອນພະຈິກນີ້, ກອງຮ້ອຍ ປກສ ປະຈໍາໂຄງການໄດ້ສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານ; ເຊິ່ງນັບແຕ່ກາງເດືອນມີນາ 2018 ເປັນຕົ້ນມາ ສະພາບຢູ່ໃນໂຄງການແມ່ນມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ສະແດງອອກຄື: ບັນຫາຢາເສບຕິດ, ຄົນເລື່ອນລອຍ, ຂີ້ລັກງັດແງະ, ດື່ມສິ່ງມຶນເມົາ, ອາລະວາດຕີກັນ, ຫຼິ້ນການພະນັນ, ຫຼິ້ນກິນຟຸມເຟືອຍ, ບັນຫາໄພສັງຄົມຊູ້ສາວ ໄດ້ຮັບການແກ້ໄຂ, ຖ້າທຽບໃສ່ໄລ ຍະກ່ອນໜ້ານີ້ແມ່ນຫຼຸດລົງຢ່າງຈະແຈ້ງ; ສະພາບການເໜັງຕີງຂອງພະນັກງານ, ກໍາມະກອນທີ່ພັກອາໄສຢູ່ບັນດາແຄ້ມ, ພາຫານະລົດ ແລະ ຄົນເຂົ້າ-ອອກໃນໂຄງການແມ່ນມີຄວາມເປັນລະບຽບຮຽບຮ້ອຍດີກວ່າເກົ່າ; ວຽກງານຕ້ານສະກັ້ດກັ້ນຢາເສບຕິດ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນປີ ຜ່ານມາສາມາດແກ້ໄຂເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ 10 ເລື່ອງ, ກັກຕົວຜູ້ກະທໍາຜິດ 18 ຄົ້ນ, ຢຶດຂອງກາງຢາບ້າ 1. 950 ເມັດ, ເງິນກີບ 3.147.000 ກີບ, ເງິນບາດ 9.960 ບາດ, ລົດຈັກ 1 ຄັນ, ໂທລະສັບ 25 ໜ່ວຍ; ພ້ອມທັງກັກຕົວເປົ້າໝາຍຊັດທອດໄດ້ 2 ເລື່ອງ, ມີ 2 ຄົນ, ຢຶດຂອງກາງຢາບ້າ 99 ເມັດ, ເງິນກີບ 3.043.000 ກີບ, ມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງດໍາ ເນີນຕາມຂັ້ນຕອນຂອງກົດໝາຍ; ແກ້ໄຂເປົ້າໝາຍມົ້ວສຸມເສບຢາເສບຕິດ 2 ເລື່ອງ, ກັກຕົວຜູ້ກະທໍາຜິດ 6 ຄົນ, ຢຶດຂອງກາງຢາບ້າ 5 ເມັດ; ສົມທົບບໍລິສັດຊໍການຊ່າງລາວ ຈໍາກັດ ລົງກວດສານເສບຕິດຢູ່ໃນຮ່າງກາຍຂອງພະນັກງານ, ກໍາມະກອນ 8 ບໍລິສັດ ມີຈໍານວນພົນ ເຂົ້າກວດ 1.905 ຄົນ, ພົບສານເສບຕິດຢູ່ໃນຮ່າງກາຍ 217 ຄົ້ນ; ແກ້ໄຂຄະດີທໍາມິດສະຈານ 2 ລາຍ, ກັກຕົວຜູ້ກະທໍາຜິດ 4 ຄົນ, ແກ້ໄຂກໍາມະກອນດື່ມເຫຼົ້າເມົາອາລະວາດຕີກັນ 3 ເລື່ອງ, ມີຜູ້ກະທໍາຜິດ 8 ຄົນ; ແກ້ໄຂກໍລະນີຄົນຕ່າງປະເທດພົວພັນລັກຢູ່ຊູ່ນອນກັບພົນລະເມືອງລາວ ໂດຍບໍ່ຖືກຕ້ອງມີຢູ່ 14 ຄູ່, ຍັງແກ້ໄຂກໍລະນີຕ່າງໆທີ່ເກີດຂຶ້ນຢູ່ໃນໂຄງການເຮັດໃຫ້ສະພາບມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ.

ພ້ອມນີ້, ທີ່ປະຊຸມຍັງໄດ້ສະເໜີໃຫ້ບໍລິສັດທີ່ກ່ຽວຂ້ອງຈໍານວນໜຶ່ງໃຫ້ຄວາມຮ່ວມມືໃນການປະ ສານງານ, ອໍານວຍຄວາມສະດວກໃຫ້ເຈົ້າໜ້າທີ່ປະຈໍາໂຄງການເຄື່ອນໄຫວເຮັດໜ້າທີ່ຕາມພາລະບົດບາດ, ສິດ-ໜ້າທີ່ຂອງຕົນ, ພ້ອມທັງກວດກາຄືນກໍາມະກອນທີ່ໝົດກໍານົດ ສັນຍາແຮງງານແຕ່ຍັງພັກອາໄສຢູ່ໃນແຄ່ມ, ໂດຍໃຫ້ບໍລິສັກ່ຽວຂ້ອງ ພັກດັນໃຫ້ເຂົາເຈົ້າອອກນອກໂຄງການ ເພື່ອຮັບປະກັນບໍ່ໃຫ້ມີບຸກຄົນເລື່ອນລອຍເຄື່ອນໄຫວບໍ່ຖືກຕ້ອງຢູ່ໃນໂຄງການ.