ຫ້ອງການ ປກສ ກຸ່ມຍົມມະລາດ ເມືອງຍົມມະລາດ ແຂວງຄຳມ່ວນ ສຶກສາອົບຮົມຜູ້ຖືກເຄາະຮ້າຍຈາກຢາ ເສບຕິດຢູ່ບັນດາບ້ານທີ່ຂຶ້ນກັບກຸ່ມ ຈຳນວນ 64 ຄົນ ຍິງ 1 ຄົນ ເພື່ອເຮັດໃຫ້ເຂົາເຈົ້າປັບປ່ຽນພຶດຕິກຳ ແລະ ຫັນຈາກການເສບຢາເສບຕິດ ມາເຮັດສິ່ງທີ່ເປັນປະໂຫຍດໃຫ້ກັບຕົວເອງ, ຄອບຄົວ ແລະ ສັງຄົມ. ໂດຍມີ ພັທ ຄຳອອນ ອຸດົມສິງ ຫົວໜ້າກອງບັນຊາ ການ ປກສ ເມືອງຍົມມະລາດ, ພຣະສົງສາມະເນນ, ອຳນາດການປົກຄອງ, ພໍ່-ແມ່ຜູ້ປົກຄອງ ແລະ ຜູ້ຖືກເຄາະຮ້າຍຈາກຢາເສບຕິດເຂົ້າຮ່ວມໃນຄັ້ງນີ້.

ພັທ ໄພວັນ ຂຸນນະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງຍົມມະລາດ ໃຫ້ຮູ້ວ່າ ການສຶກສາອົບຮົມເປົ້າ ໝາຍຜູ້ຕິດຢາເສບຕິດແມ່ນໄດ້ຈັດຕັ້ງປະຕິບັດມາແຕ່ວັນທີ 11-21 ພະຈິກ 2019 ເປັນເວລາ 10 ວັນ ແລະ ໄດ້ເຊີນເອົາເປົ້າໝາຍຜູ້ທີ່ຖືກເຄາະຮ້າຍຈາກຢາເສບຕິດພາຍໃນກຸ່ມບ້ານຍົມມະລາດ ແລະ ຈາກຄ້າຍຄຸມຂັງ ກອງບັນຊາການ ປກສ ເມືອງ, ທາງຄະນະຮັບຜິດຊອບສຶກສາອົບຮົມ ໄດ້ນຳເອົາບັນດາເອກະສານຕ່າງໆຂອງພັກ-ຂອງຊາດ ແລະ ທາງສາສະໜານຳມາເຜີຍແຜ່ ເປັນຕົ້ນແມ່ນການສາຍສາລະຄະດີຜົນຮ້າຍຂອງຢາເສບຕິດ, ເອກະສານປະເທດລາວ, ຊາດລາວເປັນເຈົ້າຂອງ, ເອກະສານກົດໝາຍ ວ່າດ້ວຍຢາເສບຕິດ, ກົດໝາຍອາຍາ, ກົດໝາຍ ວ່າດ້ວຍການຈະລາຈອນ, ຮັບຟັງທຳມະເທດສະໜາ ແລະ ຈັດກິດຈະກຳດື່ມນໍ້າມົນສາບານ, ເພື່ອເຮັດໃຫ້ເຂົາເຈົ້າປັບປ່ຽນພຶດຕິກຳ ແລະ ຫັນຈາກການເສບຢາເສບຕິດ ມາເຮັດສິ່ງທີ່ເປັນປະໂຫຍດໃຫ້ກັບຕົວເອງ, ຄອບຄົວ ແລະ ສັງຄົມ.

ນອກນີ້, ໄດ້ສ້າງກິດຈະກຳຮ່ວມກັນ ເຊັນສ້າງຂະບວນອະນາໄມລວມ ແລະ ສ້າງບັນຍາກາດດ້ວຍການຮ້ອງເພງ ເພື່ອບໍ່ໃຫ້ຜູ້ຖືກເຄາະຮ້າຍມີຄວາມເຄັ່ງຕຶງພາຍໃນສະຖານທີ່ຝຶກອົບຮົມ. ຜ່ານການສຶກສາອົບຮົມເຫັນວ່າ ຜູ້ຖືກເຄາະຮ້າຍສ່ວນຫຼາຍສາມາດຮັບຮູ້ ແລະ ເຂົ້າໃຈຕໍ່ເນື້ອໃນເອກະສານຕ່າງໆ, ແນວທາງ, ລະບຽບ, ກົດໝາຍ ໄດ້ດີພໍສົມຄວນ.

ໃນໂອກາດດຽວກັນນີ້, ຫົວໜ້າກອງບັນຊາການ ປກສ ເມືອງຍົມມະລາດ ໄດ້ຍົກໃຫ້ເຫັນສະພາບບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມປັດຈຸບັນ ເປັນຕົ້ນແມ່ນບັນຫາປຸ້ນຈີ້ຊິງຊັບ, ລັກຊັບ, ກໍ່ອາລະວາດຕີກັນ, ແຕ່ງລົດ, ຂີ້ລົດກໍ່ກວນເມືອງ ຫຼິ້ນກິນຟູມເຟືອຍ ແລະ ບັນຫາກໍ່ອາຊະຍາກຳປະເພດຕ່າງໆທີ່ສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ ລ້ວນແລ້ວເກີດຂຶ້ນຈາກບັນຫາຂອງຢາເສບ ຕິດ. ສະນັ້ນ, ທຸກຄົນແມ່ນຢຸດເຊົາແນວຄວາມຄິດ, ຢຸດການມົ້ວສຸມກັບຢາເສບຕິດໂດຍເດັດຂາດ, ຫັນປ່ຽນພຶດຕິກຳໄປປະກອບອາຊີບທີ່ສຸດຈະລິດ, ປອດໃສຂາວສະອາດ, ເປັນລູກທີ່ດີຂອງພໍ່-ແມ່, ເປັນພົນລະ ເມືອງທີ່ດີຂອງສັງຄົມ. ຖ້າຫາກຍັງບໍ່ປ່ຽນແປງແມ່ນຈະຖືກດຳເນີນຄະດີຕາມກົດໝາຍ ໂດຍບໍ່ມີຂໍ້ຍົກເວັ້ນໃດໆ. ຈາກນັ້ນ; ທາງເຈົ້າໜ້າ ກໍໄດ້ເຮັດບົດບັນທຶກກັບຜູ້ຖືກເຄາະຮ້າຍຢາເສບຕິດທັງໝົດນັ້ນ ແລະ ມອບຄືນໃຫ້ຜູ້ປົກ ຄອງນຳໄປສຶກສາອົບຮົມອີກ.