ທ້າຍອາທິດຜ່ານມາ, ຟູດແພນດ້າ (foodpanda) ຜູ້ໃຫ້ບໍລິການລະດັບສາກົນ ໃນການຈັດສົ່ງອາຫານຕາມຄວາມຕ້ອງ ໄດ້ເປີດໂຕຢ່າງເປັນທາງການແລ້ວ ໃນລາວ ໂດຍເລີ່ມທຳອິດຢູ່ນະຄອນຫຼວງວຽງຈັນ ເພື່ອເປີດໂລກແຫ່ງລົດຊາດອາຫານທີ່ໜ້າສົນໃຈ ໃຫ້ແກ່ຊາວນະຄອນຫຼວງວຽງຈັນ ໂດຍມີພະນັກງານຂັບລົດທີ່ມາໃນໂທນສີບົວ ເປັນຜູ້ນຳເອົາອາຫານສົ່ງຈາກ 300 ກວ່າຮ້ານ ສູ່ເຮືອນຂອງລູກຄ້າ.

ພິທີດັ່ງກ່າວ, ເຂົ້າຮ່ວມມີ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ, ມີອໍານວຍການຟູດແພນດ້າ ພ້ອມກັບພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ; ໃນນີ້, ທ່ານ ນາງ ທັນຍາລັດ ຈະເລີນສຸກ ຜູ້ອໍານວຍການຟູດແພນດ້າ ສາຂາ ສປປ ລາວ ກ່າວວ່າ:

ຟູດແພນດ້າ ແມ່ນການບໍລິການສັ່ງ ແລະ ຈັດສົ່ງອາຫານທີ່ງ່າຍດາຍ ຜ່ານທາງແອັບເທິງມືຖື ທັງໃນລະບົບປະຕິບັດການ iOS ແລະ Android ທີ່ໃຫ້ບໍລິການແອັບ ແລະ ເວັບໄຊ, ຊ່ວຍໃຫ້ລູກຄ້າສາມາດຄົ້ນເບິ່ງຮ້ານອາຫານ ໃນເຄືອຂ່າຍທຸລະກິດໃຫຍ່ໆ ລວມທັງຮ້ານອາຫານໃນທ້ອງຖິ່ນ ທີ່ເປັນທີ່ນິຍົມຫຼາກຫຼາຍຮ້ານ ເພື່ອຊອກຫາເມນູອາຫານທີ່ເປັນເລີດ ດ້ວຍຄວາມສະດວກສະບາຍທີ່ສຸດ.

ດ້ວຍຄວາມສາມາດໃນການຕິດຕາມເມນູອາຫານທີ່ສັ່ງ, ການຄົ້ນຫາຕົວເລືອກຮ້ານອາຫານໃໝ່ໆ ແລະ ການຊອກຫາຂໍ້ສະເໜີພິເສດຕ່າງໆທີ່ຕ້ອງການ ຟູດແພນດ້າ ຊ່ວຍເຮັດໃຫ້ການຈັດສົ່ງອາຫານງ່າຍດາຍຂຶ້ນ ໃນທຸກຂັ້ນຕອນ ເພາະບໍລິສັດຮູ້ວ່າ ມັນບໍ່ແມ່ນພຽງແຕ່ການຮັບປະທານອາຫານເທົ່ານັ້ນ ແຕ່ມັນແມ່ນການລິ້ມລອງປະສົບການ ຕັ້ງແຕ່ຂັ້ນຕອນເລີ່ມຕົ້ນຈົນເຖິງຂັ້ນຕອນສຸດທ້າຍ. ນອກຈາກນີ້, ລູກຄ້າຍັງສາມາດຊອກຫາເມນູອາຫານທີ່ຂາຍດີທີ່ສຸດຂອງແຕ່ລະຮ້ານ ພ້ອມທັງອ່ານຄຳຕິຊົມຈາກລູກຄ້າຄົນອື່ນໆ ເພື່ອຊ່ວຍໃນການຕັດສິນໃຈ.

ປັດຈຸບັນ, ຟູດແພນດ້າ ໄດ້ມີການຮວບຮວມເອົາຮ້ານອາຫານໄວ້ຫຼາຍກວ່າ 300 ຮ້ານ ພາຍໃນເຂດນະຄອນຫຼວງວຽງຈັນ ແລະ ເປີດໃຫ້ບໍລິການທຸກມື້ ຕັ້ງແຕ່ເວລາ 07:00 ຫາ 23:00 ໂມງ. ເພື່ອສຳພັດປະສົບການແຫ່ງຄວາມສຸກ ໃນການສັ່ງອາຫານຄັ້ງທຳອິດ ຜ່ານຟູດແພນດ້າ ສາມາດດາວໂຫຼດແອັບໄດ້ແລ້ວຕອນນີ້ ຫຼື ເຂົ້າໄປທີ່ https://www.foodpanda.la.