ທ້າວ ພູວັງ ຫຼື ນ້ອຍ ອາຍຸ 29 ປີ ຢູ່ບ້ານດົງໂພນເເຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງ ຫາດຊາຍຟອງ ກັກຕົວໃນວັນທີ 25 ມັງ ກອນ 2019 ພ້ອມຂອງກາງຢາບ້າ 10 ເມັດ, ເຊິ່ງຜູ້ກ່ຽວຮັບສາລະພາບຕາມທີ່ຕົນເອງໄດ້ກະທໍາ.

ມາວັນທີ 19 ພະຈິກ ນີ້, ເຈົ້າໜ້າທີ່ ຈຶ່ງນຳຕົວຜູ້ກ່ຽວຂຶ້ນສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕາມການສັ່ງຟ້ອງຂອງອົງການໄອຍະການປະຊາຊົນ ເພື່ອໃຫ້ຄະນະສານຂັ້ນຕົ້ນນະຄອນຫຼວງວຽງຈັນ ໄຕສວນກ່ອນຕັດ ສິນຈຳຄຸກ 5 ປີ ປັບໃໝ 10.000.000 ກີບ.

ສໍານວນຄະດີຂອງ ທ້າວ ພູວັງ ຫຼື ນ້ອຍ (ຈຳເລີຍ) ໄດ້ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນຮອບດ້ານ ເເລະ ພາວະວິໄສຂອງເຈົ້າໜ້າທີ່ແຕ່ລະຂັ້ນ ລວມທັງການໄຈ້ເເຍກການກະທໍາຜິດຂອງຈໍາເລີຍຢ່າງລະອຽດແລ້ວ ເຫັນວ່າ: ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທໍາຂອງຈຳເລີຍເປັນການກະທຳຜິດທາງອາຍາໃນສະຖານຄ້າຂາຍຢາເສບຕິດແທ້, ເຊິ່ງຜິດຕໍ່ປະມວນກົດໝາຍອາຍາ ແລະ ແຕະຕ້ອງເຖິງສະພາບທາງດ້ານເສດຖະກິດຂອງຊາດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ຕາມທີ່ກົດໝາຍລະບຸໄວ້ວ່າ: ບຸກຄົນຜູ້ໃດຫາກຜະລິດ, ປຸງແຕ່ງ ຫຼື ມີໄວ້ໃນຄອບຄອງ, ຄ້າ ຂາຍ, ຈໍາໜ່າຍ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນໍາຢາອີ, ຍາບ້າ, ຢາໄອສ໌ ຫຼື ວັດຖຸອອກລິດຕໍ່ຈິດປະສາດຜ່ານ ສປປ ລາວ ເກີນກວ່າ 0,3-100 ກຼາມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 5-10 ປີ ແລະ ຈະຖືກປັບໃໝແຕ່ 10. 000.000-100.000.000 ກີບ ແລະ ຈະຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 34 ຂອງກົດ ໝາຍອາຍາ.

ທ້າວ ພູວັງ ຫຼື ນ້ອຍ ອາຍຸ 29 ປີ ຢູ່ບ້ານດົງໂພນເເຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

ຈຳເລີຍ ເລີ່ມພົວພັນເສບຢາເສບຕິດ ປະເພດຢາບ້າ ມາແຕ່ປີ 2018 ໂດຍຊື້ນໍາ ທ້າວ ເເດນ ອາຍຸ 25 ປີ ຢູ່ບ້ານທ່າມ່ວງ ເມືອງຫາດຊາຍຟອງ ຊື້ຄັ້ງລະ 4-5 ເມັດ ແລ້ວກໍເອົາມາເສບຢູ່ເຮືອນ. ນອກນີ້, ຍັງໄດ້ຊື້ຢາບ້ານຳ ທ້າວ ອ້າຍ ອາຍຸປະມານ 30 ປີ ຢູ່ບ້ານປ່າຫວ້າ ເມືອງຫາດຊາຍຟອງ ຄັ້ງລະ 4-5 ເມັດ ແລະ ຊື້ມາແລ້ວຫຼາຍຄັ້ງບໍ່ສາ ມາດຈື່ໄດ້, ຕໍ່ມາຖືກນຳຕົວໄປດັດສ້າງຊົ່ວຄາວຢູ່ຄ້າຍຄຸມຂັງ ປກສ ເມືອງຫາດຊາຍຟອງ ເປັນເວລາ 3 ເດືອນ. ເມື່ອໄດ້ອອກມາກໍກັບໄປມົ້ວສຸມຢາເສບຕິດຄືເກົ່າ ແລະ ເພີ່ມການເສບຂຶ້ນເປັນຄັ້ງລະ 10-15 ເມັດ. ຈາກນັ້ນ, ກໍເອົາຢາບ້າໄປຂາຍຕໍ່ໃຫ້ໄວລຸ້ນຄົນຮູ້ຈັກສ່ວນຫຼາຍ ແມ່ນຊື້ຢາບ້ານໍາ ທ້າວ ອ້າຍ ຄັ້ງລະ 10 ເມັດ ແລ້ວນຳໄປຂາຍໃຫ້ກັບໄວລຸ້ນເຮັດແບບນີ້ມາ ປະມານ 5-6 ຄັ້ງ. ຮອດວັນທີ 25 ມັງກອນ 2019, ໄດ້ຊື້ຢາ ບ້າຢູ່ເຂດບ້ານທ່າມ່ວງ ຈໍານວນ 10 ເມັດ, ຄັ້ງນີ້ແມ່ນບໍ່ທັນໄດ້ຂາຍຖືກເຈົ້າໜ້າກັກຕົວ ພ້ອມຂອງກາງຢາບ້າ ຈໍານວນ 10 ເມັດ.

ຄະນະສານອາຍາໄດ້ໄຕ່ສວນແລ້ວ ເຫັນວ່າການກະທຳຜິດດັ່ງກ່າວ ຈຳເລີຍກໍໃຫ້ການຮັບສາລະພາບແລ້ວວ່າ ຄ້າຂາຍຢາເສບຕິດ (ຢາບ້າ) ແທ້ຈິງ ຕາມຄໍາໃຫ້ການຂອງຈໍາເລີຍ ແລະ ເປັນການກະທໍາຜິດໂດຍເຈດຕະນາ, ເນື່ອງດ້ວຍຈໍາເລີຍກໍຮູ້ດີວ່າຢາເສບຕິດ (ຢາບ້າ) ເປັນສິ່ງທີ່ຜິດກົດໝາຍ, ແຕ່ຈໍາເລີຍກໍເຈດຕະນາຄ້າຂາຍ, ຂອງກາງຢາບ້າ ຈໍານວນ 10 ເມັດ ເຈົ້າໜ້າທີ່ໄດ້ນໍາໄປກວດພິສູດ-ວິໄຈ ຈາກກະຊວງສາທາລະນະສຸກ ຢັ້ງຢືນວ່າຢາບ້າແມ່ນບັນຈຸສານເສບຕິດອອກລິດຕໍ່ຈິດປະສາດເເທ້. ສະນັ້ນ, ສານຈຶ່ງຕັດສິນຈຳຄຸກ 5 ປີ ປັບໃໝ 10.000.000 ກີບ.