ກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ສຶກສາອົບຮົມຜູ້ຖືກດັດສ້າງເສບຢາເສບຕິດ ຈໍານວນ 20 ຄົນ ຍິງ 2 ຄົນ ເຂົ້າຮ່ວມຂອງ ພັທ ວົງພະຈັນ ເມກອຸໄທທິບ ຮອງຫົວ ໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ມີ ປກສ ກຸ່ມບ້ານ, ຜູ້ປົກຄອງ ແລະ ຜູ້ຖືກເຄາະຮ້າຍຈາກຢາເສບຕິດເຂົ້າຮ່ວມ.

ຜູ້ຖືກດັດສ້າງຈໍານວນດັ່ງກ່າວ, ແມ່ນກັກຕົວພາຍຢູ່ໃນນະຄອນໄກສອນ ພົມວິຫານ ໃນໄລຍະເດືອນຕຸລາ 2019, ເຊິ່ງມີຢູ່ 4 ຈຸດ: ຈຸດທີ 1 ກັກໄດ້ຢູ່ບ້ານສະພານເໜືອ ຈໍານວນ 5 ຄົນ, ຈຸດທີ 2, ຢູ່ບ້ານສຸນັນທາ ຈໍານວນ 6 ຄົນ, ຈຸດທີ 3 ຢູ່ບ້ານໂພນສະຫວັນ ຈໍານວນ 4 ຄົນ ແລະ ຈຸດທີ 4 ຢູ່ບ້ານລັດຕະນະລັງສີໃຕ້ ຈໍານວນ 5 ຄົນ, ເຊິ່ງພວກກ່ຽວແມ່ນກໍາລັງມົ້ວສຸມຢາເສບຕິດ.

ການສຶກສາອົບຮົມໃນຄັ້ງນີ້ ແມ່ນໄດ້ເຜີຍແຜ່ຜົນຮ້າຍ ແລະ ໂທດຂອງຢາເສບຕິດທີ່ສົ່ງຜົນກະທົບຢ່າງຮ້າຍແຮງ
ຕໍ່ຮ່າງກາຍ ແລະ ລະບົບປະສາດຂອງຜູ້ເສບ ຍ້ອນວ່າຢາເສບຕິດ ແມ່ນສານກະຕຸ້ນ ຫຼື ຢາລະງັບລະບົບປະ ສາດ; ເມື່ອເສບເຂົ້າໄປແລ້ວ ຈະເຮັດໃຫ້ຜູ້ເສບມີຄວາມຢາກ ແລະ ຕ້ອງເສບເພີ່ມຂຶ້ນເລື້ອຍໆ; ນອກນັ້ນ, ມັນຍັງສົ່ງຜົນສະທ້ອນຕໍ່ຄອບຄົວ, ສັງຄົມ ແລະ ປະເທດຊາດ, ເຮັດໃຫ້ຄອບຄົວແຕກແຍກ ແລະ ສັງຄົມບໍ່ມີຄວາມສະຫງົບ.