ລມຕ ກະຊວງ ປກສ ເຂົ້າຮ່ວມກອງປະຊຸມຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 13

0
1264

ວັນທີ 26 ພະຈິກ 2019, ພົທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະນຳກະຊວງ ໄດ້ເດີນທາງເຂົ້າຮ່ວມ ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍ ການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 13 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ທີ່ບາງກອກ ຣາຊະອານາຈັກໄທ, ເປັນກຽດນໍາສົ່ງໂດຍ ພັອ ຄານໄຊ ໄຊຍະຫານ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ.

ໂອກາດດັ່ງກ່າວ, ພົທ ວິໄລ ຫຼ້າຄໍາຟອງ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ພັອ ຄານໄຊ ໄຊຍະຫານ ພ້ອມດ້ວຍຄະນະພັກ, ຄະນະບັນຊາ-ນາຍຕໍາຫຼວດ ທີ່ເຫັນໄດ້ຄວາມສໍາຄັນຂອງການເດີນທາງໄປເຂົ້າຮ່ວມ ກອງປະຊຸມດັ່ງກ່າວ ແລະ ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈະແມ່ນອີກໝາກຜົນສໍາເລັດໜຶ່ງ ໃນຂອບເຂດວຽກງານ ປ້ອງກັນຄວາມສະຫງົບ ໂດຍສະເພາະກໍແມ່ນ ການຕ້ານອາຊະກໍາຂ້າມຊາດ, ການຮ່ວມມືການພົວພັນຕ່າງປະເທດ ແລະ ວຽກງານອື່ນໆ. 

ຈາກນັ້ນ, ພັອ ຄານໄຊ ໄຊຍະຫານ ກໍໄດ້ກ່າວອວຍພອນໄຊໃຫ້ ພົທ ວິໄລ ຫຼ້າຄໍາຟອງ ພ້ອມດ້ວຍຄະນະນຳ ເດີນທາງໄປເຂົ້າຮ່ວມກອງປະຊຸມດັ່ງກ່າວ ດ້ວຍຄວາມສະຫວັດດີພາບ.